ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລະເບີດແຕກ ໃກ້ກອງບັນຊາການ ຕຳຫຼວດ ໃນເທີກີ ເຮັດໃຫ້ 8 ຄົນ ເສຍຊີວິດ


ຄົນພາກັນຍ່າງຜ່ານບ່ອນລົດຖືກທຳລາຍ ຈາກການວາງລະເບີດ ທີ່ຄຸ້ມຂອງຊາວເຄິດ ໃນປະເທດເທີກີ.
ຄົນພາກັນຍ່າງຜ່ານບ່ອນລົດຖືກທຳລາຍ ຈາກການວາງລະເບີດ ທີ່ຄຸ້ມຂອງຊາວເຄິດ ໃນປະເທດເທີກີ.

ອົງການ​ຂ່າວ​ຂອງ​ລັດຖະບານ​ເທີ​ກີລາ​ຍງານ​ວ່າ ​ຢ່າງ​ໜ້ອຍ​ແປດ​ຄົນ​ໄດ້​ເສຍ​ຊີ ວິດ ​ແລະ​ອີກ 100 ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນ​ການ​ໂຈມ​ຕີ​ດ້ວຍລະ​ເບີດລົດ ຢູ່ທີ່ເມື​ອງ ​Diyarbakir ​ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ປະ​ເທດໃນ​ວັນ​ສຸກ​ມື້​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ໂຈມ​ຕີ​ມີ​ຂຶ້ນຢູ່​ໃກ້​ກັບ​ປ້ອ​ມຍາມ​ຕຳຫລວດ ຫລັງ​ຈາກ​ມີ​ການ​ຈັບ​ກຸມ​ໃນ​ຕອນ​ກາງຄືນຜູ້​ນຳ​ຮ່ວມ​ຂອງ ​ພັກ​ປະຊາຊົນ​ປະຊາທິປະ​ໄຕ​ ທີ່ນິຍົມ​ຊາວເຄີ​ດ ຊຶ່ງ​ເປັນກຸ່ມຝ່າຍ​ຄ້ານໃຫຍ່​ສຸດທີ່ອັນ​ດັບ​ສອງຢູ່​ໃນ​ສະພາ ​ແລະມີ​ສະມາຊິກ​ສະພາຢ່າ​ງ ໜ້ອຍ 11 ຄົນຂອງ​ພັກຊຶ່ງ​ສ່ວນ​ໃຫຍ່​ແລ້ວ​ແມ່ນ​ມາ​ຈາກ ​ຂົງ​ເຂດຂອງ​ຊາວ​ເຄີ​ດນັ້ນ. ພັກ ການ​ເມືອງ​ນິຍົມ​ຊ້າຍ ​ແລະພັກກ້າວ​ໜ້າ​ຢູ່​ໃນ​ທົ່ວ​ປະ​ເທດເທີ​ກີ​ ຍັງ​ໄດ້​ຖືກ​ຈັບໃນ​ຕອນ​ກາງ ຄືນ ອັນ​ເປັນ​ພາ​ກສ່ວນນຶ່ງ​ຂອງ​ການ​ສຶບສວນ​ກ່ຽວ​ກັບການ​ກໍ່​ການ​ຮ້າຍ.

ຫ້ອງການເຈົ້າ​ແຂວງ​ທີ່ເມືອງ Diyarbakir ກ່າວ​ວ່າ ພວກ​ນອກ​ກົດໝາຍພັກ​ກຳມະກອນ​ຊາວ​ເຄີ​ດ ຫຼື PKK ​ໄດ້​ອ້າງ​ເອົາ​ຄວາ​ມຮັບຜິດຊອບໃນການ​ໂຈມ​ຕີດັ່ງກ່າວ.

ພວກ PKK ​ໄດ້ກໍ່ກະບົດ​ມາ​ເປັນ​ເວລາສາມ​ທົດ​ສະ​ວັດ​ແລ້ວ ຢູ່​ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ປະ​ເທດເທີ​ກີ.

ໃນ 18 ​ເດືອນ​ທີ່​ຜ່ານ​ມາ​ນີ້ ເທີ​ກີ ແມ່ນ​ໄດ້​ມີ​ການວາງ​ລະ​ເບີດ​ທີ່​ຮ້າຍ​ແຮງ​ເປັນ​ລຳດັບ​ມາ ​ໂດຍ​ພວກ​ທີ່ສົງ​ໄສ​ ​ເປັນພວກ​ຫົວ​ຮຸນ​ແຮງ​ຊາວເຄີ​ດ ຫລືບໍ່​ກໍສະມາ ຊິກຂອງກຸ່ມ​ລັດ​ອິສລາມ.

Blast Targets Turkish Police Headquarters in Diyarbakir
please wait

No media source currently available

0:00 0:01:07 0:00

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Turkey Blast broll
please wait
Embed

No media source currently available

0:00 0:01:07 0:00

XS
SM
MD
LG