ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລະເບີດແຕກທີ່ສານເຈົ້າໃນ ປາກິສຖານ ເຮັດໃຫ້ 50 ຄົນເສຍຊີວິດ


ແຜນທີ່ພາກພື້ນ Khyber ແລະ Baluchistan, ປະເທດ ປາກິສຖານ.
ແຜນທີ່ພາກພື້ນ Khyber ແລະ Baluchistan, ປະເທດ ປາກິສຖານ.

ກຸ່ມກໍ່ການຮ້າຍລັດອິສລາມໄດ້ອ້າງເອົາຄວາມຮັບຜິດຊອບຕໍ່ການໂຈມຕີດ້ວຍລະເບີດໃນ ແລງວັນເສົາວານນີ້ໃສ່ປູສະນິຍະສະຖານ ຊູຟີ ທີ່ອັ່ງອໍໄປດ້ວຍຝຸງຊົນທີ່ແຂວງ ບາລູຈີ ທາງ ພາກຕາເວັນຕົກສຽງໃຕ້ຂອງປາກິສຖານ ທີ່ເອົາຊີວິດຜູ້ຄົນໄປຢ່າງໜ້ອຍ 52 ຄົນ ແລະ ເຮັດໃຫ້ບາດເຈັບປະມານ 100 ຄົນນັ້ນ.

ພວກຜູ້ເຫັນເຫດການແລະພວກທ່ານໝໍພາກັນຢ້ານວ່າ ຈຳນວນຜູ້ຕາຍຈະສູງຂຶ້ນກວ່າ ນັ້ນ.

ຫຼາຍໆຮ້ອຍຄົນພາກັນມີໜ້າຢູ່ຫັ້ນ ເວລາລະເບີດດ່ັງກ່າວແຕກຂຶ້ນຢູ່ປູສະນິຍະສະຖານດັ່ງ ກ່າວ ຊຶ່ງຢູ່ຫ່າງຈາກເມືອງ ຫັບ ທີ່ເປັນເມືອງຊາຍແດນຂອງແຂວງ ຊິນ ປະມານ 100 ກມ.

ພວກທີ່ໄດ້ຮັບເຄາະ ມີລວມທັງແມ່ຍິງແລະເດັກນ້ອຍ. ເຈົ້າໜ້າທີ່ທ້ອງຖິ່ນທ່ານນຶ່ງທີ່ປູສະ ນິຍະສະຖານ Shah Noorani ກ່າວວ່າ ພວກທີ່ໄດ້ຮັບເຄາະຫຼາຍຄົນ ຕົກຢູ່ໃນສະພາບ ອາການໜັກ.

ພວກທີ່ເຫັນກັບຕາພາກັນກ່າວວ່າ ພວກທີ່ໄດ້ຮັບບາດເຈັບບາງຄົນ ຕົກຢູ່ໃນຄວາມທໍລະ ມານຍ້ອນບາດແຜກໍເພາະວ່າ ບໍ່ມີໂຮງພະຍາບານໃນທ້ອງຖິ່ນ ຫຼື ສະຖານອະນາໄມໃດໆ ໃນເຂດສອກຫຼີກແຫ່ງນັ້ນ.

ມັນກິນເວລາຫຼາຍຊົ່ວໂມງ ກ່ອນທີມຊ່ອຍກູ້ໄພຈະໄປເຖິງບ່ອນດັ່ງກ່າວ. ພວກທີ່ໄປບູຊາ ສານເຈົ້າແຫ່ງນັ້ນ ໄດ້ພາກັນໃຊ້ພາຫະນະສ່ວນຕົວເພື່ອນຳສົ່ງພວກຄົນເຈັບ ແລະ ສົບ ຄົນຕາຍ.

ພວກອຸດທິດຕົນຕໍ່ສານເຈົ້າ ຊູຟີ ຫຼາຍຮ້ອຍຄົນພາກັນໄປເຕົ້າໂຮມກັນເປັນຈຳນວນຫຼວງ ຫຼາຍໃນແຫ່ງດັ່ງກ່າວທຸກໆວັນເສົາ ແລະ ວັນອາທິດເພື່ອທຳພິທີພິເສດ. ພິທີດັ່ງກ່າວປະ ກອບດ້ວຍການຟ້ອນລຳຂອງພວກແມ່ຍິງແລະເດັກນ້ອຍຜູ້ທີ່ອຸດທິດຕົນຕໍ່ ພະອໍຣະຫັນ ຊູຟີ ທີ່ຖືກນຳໄປຝັງຢູ່ແຫ່ງດັ່ງກ່າວ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG