ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ສັ່ງໃຫ້ ຊີເຣຍ ຍຸຕິການປະຕິບັດງານ ​ທີ່ສະຖານທູດ ແລະກົງສຸນ ຂອງຕົນ (ວີດີໂອ)


SYRIA CNPK
please wait
Embed

No media source currently available

0:00 0:01:04 0:00
ສະຫະລັດ​ ໄດ້​ແຈ້ງໃຫ້​ ລັດຖະບານ​ຊີ​ເຣຍ ຍຸຕິ​ກິດຈະ​ການ
​ຕ່າງໆ​ໃນ​ທັນທີ​ ທີ່​ສະຖານທູດ​ໃນ​ກຸງ​ວໍ​ຊິງ​ຕັນ​ແລະ​ສະຖານ
​ກົງ​ສຸນ​ອີກ 2 ​ແຫ່ງ.

​ໂຄສົກ​ຂອງ​ທຳນຽບຂາວ ທ່ານ Jay Carney ໄດ້ກ່າວ
ໃນວັນອັງຄານວານນີ້ວ່າ ບັນດານັກການທູດຊີເຣຍ ຜູ້ຊຶ່ງ
ບໍ່ແມ່ນສັນຊາດອາເມຣິກາຫຼືຖືບັດຂຽວນັ້ນ ໃຫ້ອອກຈາກ
ສະຫະລັດ ໃນທັນທີ.

ທ່ານ Carney ກ່າວວ່າ: “ຫຼັງຈາກໄດ້ມີການປະກາດວ່າ
ຍຸຕິການຈັດແຈງແລະ ບໍລິການດ້ານກົງສຸນ ແລະການ
ພິຈາລະນາກ່ຽວກັບການກໍ່ໂທດກຳຕໍ່ປະຊາຊົນຊາວຊີເຣຍຂອງອຳນາດ
ການປົກຄອງ Assad ແລ້ວພວກເຮົາໄດ້ຕັດສິນໃຈ ວ່າ ມັນເປັນສິ່ງທີ່ຮັບເອົາ
ບໍ່ໄດ້ທີ່ບຸກຄົນໃດກໍຕາມທີ່ແຕ່ງຕັ້ງໂດຍອຳນາດການ ປົກຄອງດັ່ງກ່າວ ຈະມາ
ປະຕິບັດງານທາງການທູດຫລືກົງສຸນໃນສະຫະລັດ.”


ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ໄດ້ກ່າວເນັ້ນເຖິງ
ຈຳນວນຊາວຊີເຣຍ ທີ່ໄດ້ຖືກສັງຫານ ແລະຖືກບັງຄັບໃຫ້ອົບພະຍົບຫລົບໜີ
ອອກຈາກບ້ານເຮືອນຂອງພວກເຂົາເຈົ້າ ໃນໄລຍະຕະຫຼອດເວລາ 3 ປີ ຂອງການ
ສູ້ລົບກັນນັ້ນ ຊຶ່ງຮວມທັງປະຊາຊົນທີ່ໄດ້ຮັບການໂຈມຕີດ້ວຍແກ໊ສ ຈາກລັດຖະ
ບານຂອງພວກເຂົາເຈົ້າ ເອງນັ້ນ.

ທູດພິເສດຄົນໃໝ່ຂອງສະຫະລັດ ຮັບຜິດຊອບກ່ຽວກັບເລື່ອງຊີເຣຍ ທ່ານ Daniel
Rubinstein ໄດ້ກ່າວວ່າ ສະຫະລັດຕ້ອງການທີ່ຈະຮັກສາ ສາຍພົວພັນທາງການທູດ
ກັບປະເທດຊີເຣຍ ເພື່ອເປັນການສະແດງອອກເຖິງສາຍພົວພັນທີ່ມີມາຍາວນານກັບ
ປະຊາຊົນຊາວຊີເຣຍ ທີ່ທ່ານກ່າວວ່າ ຈະຄົງຢູ່ດົນຕໍ່ໄປອີກ “ດົນນານ ຫຼັງຈາກທີ່
ທ່ານ Bashar al-Assad ອອກຈາກອຳນາດໄປນັ້ນ.”


ໃນຂະນະດຽວກັນ ທາງ Israel ກ່າວວ່າ ກອງທັບອາກາດຂອງຕົນ ໄດ້ໂຈມຕີທີ່ຕັ້ງ
ທາງທະຫານຂອງຊີເຣຍ ໃນວັນພຸດມື້ນີ້ ເພື່ອເປັນການຕອບໂຕ້ ຕໍ່ການໂຈມຕີຂອງ
ກອງກຳລັງຂອງຊີເຣຍ ໃນເຂດ Golan Heights. ເປົ້າໝາຍຕ່າງໆ ແມ່ນຮວມທັງ
ຄ້າຍຝຶກທະຫານ ກອງບັນຊາການທະຫານ ແລະທີ່ຕັ້ງປືນໃຫຍ່ຕ່າງໆນຳດ້ວຍ.
XS
SM
MD
LG