ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

5 ຄົນ ເສຍຊີວິດ ຍ້ອນ ເຫດລະເບີດ ຢູ່ ກຸງເບຣຸດ (ສະໄລດ໌/ວິດີໂອ)


Bomb Blast Rocks South Beirut
please wait

No media source currently available

0:00 0:01:17 0:00
ລິງໂດຍກົງ
ເຫດ​ລະ​ເບີດ​ທີ່​ໄດ້​ສັ່ນ​ສະ​ເທືອນເຂດ​ຄຸ້ມ​ທີ່​ມີຜູ້​ຄົນ​ອາໄສ​ຢູ່​ຢ່າງ
​ໜາ​ແໜ້ນທາງ​ກໍ້າ​ໃຕ້​ຂອງ​ນະຄອນ Beirut ​ໃນ​ວັນ​ພະຫັດ​ວານ
​ນີ້ ​ໄດ້ສັງຫານ​ຢ່າງ​ໜ້ອຍ 5 ຄົນ ຢູ່ໃນ​ເຂດ​ທີ່​ຮູ້​ກັນດີ​ວ່າ ​ເປັນທີ່​
ໝັ້ນ​ຂອງກຸ່ມ Hezbollah.

​ນອກ​ນັ້ນ ເຫດລະ​ເບີດ​ດັ່ງກ່າວ ຍັງ​ເຮັດ​ໃຫ້​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ
ອີກ 20 ຄົນ. ​ໂທລະພາບ Al-Manar ຂອງ​ກຸ່ມ Hezbollah ​
ໄດ້​ອອກ​ຂ່າວ ບັນດາ​ລົດ​ໂຮງ​ໝໍ ພາກັນ​ແລ່ນ​ຢ່າງ​ຮີບ​ຮ້ອນໄປ​
ຫາ​ບ່ອນ​ເກີດ​ເຫດ ​ແລະຊາກ​ຫັກ​ພັງ​ທີ່ໄຟ​ໃໝ້ຢູ່ ນັ້ນ.

ສາ​ເຫດ ທີ່​ພາ​ໃຫ້​ເກີດລະ​ເບີດ ແມ່ນຍັງ​ບໍ່​ທັນເປັນ​ທີ່ຈະ​ແຈ້ງ​ ​ແຕ່​ ລັດຖະມົນຕີ ສາທາລະນະ​
ສຸກ​ເລ​ບາ​ນອນ ທ່ານ Ali Hassan Khalil ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ ລັດຖະບານ​ພວມ
​ທໍາ​ການ​ຕໍ່ສູ້ “​ເຮັດ​ສົງຄາມ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ.”

ຮູ​ບພາບ​ຈາກ​ໂທລະພາບ ​ໄດ້​ສະ​ແດງ​ໃຫ້​ເຫັນວ່າ ຊາກລົດ​ທີ່​ໄຟ​ໄໝ້​ໄດ້​ປົກ​ຄຸ​ມ ດ້ວຍ​ໃບ​ໄມ້
​ແລະ​ສິ່ງ​ຫັກ​ພັງທີ່​ຕົກລົງ​ຈາກ​ລະບຽງ​ຂອງ​ຕຶກ​ອາຄານທີ່ຢູ່ໃກ້​ໆ​ນັ້ນ.

ຕໍ່ມາ​ໃນ​ວັນ​ພະຫັດວານ​ນີ້ ​ເລຂາທິການ​ໃຫຍ່ສະ​ຫະປະຊາ​ຊາດ ທ່ານ Ban Ki-moon ​ແລະ​
ລັດຖະມົນຕີຕ່າງປະ​ເທດສະຫະລັດ ໄດ້​ປະນາມ ​ການ​ໂຈມຕີດັ່ງກ່າວ. ສະຫະລັດ ຍັງໄດ້​ຮຽກ
ຮ້ອງໃຫ້​ທຸກ​ຝ່າຍ​ຈົ່ງ “ລະ​ເວັ້ນຈາກ​ການ​ຕອບ​ໂຕ້​ໃດໆ.”

​ເຫດລ​ະ​ເບີດນີ້ ມີ​ຂື້ນ​ບໍ່​ຮອດ​ນຶ່ງອາທິດ ຫລັງ​ຈາກໄດ້​ມີການວາງ​ລະ​ເບີດ​ລົດ​ຄັ້ງໃຫຍ່ ຢູ່​ໃຈກາງ​
ນະຄອນ Beirut ທີ່​ໄດ້ສັງຫານອະ​ດີດ​ລັດຖະມົນຕີການ​ເງິນເລ​ບາ​ນອນ ທ່ານ Mohammad
Chatah ຜູ້​ທີ່​ໄດ້​ຕິຕຽນ​ຢ່າງ​ແຮງຕໍ່ປະທານາທິບໍດີຊີ​ເຣຍ ທ່ານ Bashar al-Assad.

ມີ 5 ຄົນ​ເສຍ​ຊີວິດ​ໃນ​ການ​ໂຈມ​ຕີ​ດັ່ງກ່າວ ​ແລະ​ປະມານ 70 ຄົນ ​ໄດ້​ຮັບ​ບາດ​ເຈັບ.

XS
SM
MD
LG