ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລະເບີດ ທຳລາຍ ໂຮງແຮມ ທີ່ຄຸ້ມເມືອງເກົ່າ Aleppo (ສະໄລດ໌/ວີດີໂອ)


ໂຮງແຮມ Carlton ໃນເມືອງ Aleppo
ໂຮງແຮມ Carlton ໃນເມືອງ Aleppo
ເຫດລະ​ເບີດ​ ໃນເມືອງ Aleppo ຊຶ່ງເປັນເມືອງເກົ່າແກ່
ປະຫວັດ​ສາດ​ຂອງຊີ ເຣຍ ເຮັດ​ໃຫ້​ໂຮງ​ແຮມຫລັງນຶ່ງພັງ
ລົງຮາບເປັນໜ້າກອງ.

ບັນດາ​ນັກ​ເຄື່ອນ​ໄຫວ ​ແລະ​ສື່​ລັດ​ຖະບານ ກ່າວ​ວ່າ ພວກ
​ນັກ​ລົບ​ຝ່າຍຕໍ່ຕ້ານ ​ລັດຖະບານເປັນ​ຜູ້​ຮັບຜິດຊອບ​ຕໍ່ເຫດ
ລະ​ເບີດໃນ​ວັນ​ພະຫັດມື້ນີ້ ຢູ່ທີ່ໂຮ​ງແຮມ Carlton ທີ່​ມີ​ອາຍຸ
ໄດ້ 150 ປີ​ແລ້ວ.

ບັນດາ​ນັກ​ເຄຶ່ອນ​ໄຫ​ວ ຮວມ​ທັງ ກຸ່ມ​ສີ້​ງຊອມ​ສິດທິ​ມະນຸດ​ ໃນ​
ຊີ​ເຣຍ ທີ່​ມີ​ຫ້ອງການ​ຢູ່ອັງກິດ ກ່າວ​ວ່າ ເຫດລະ​ເບີດດັ່ງກ່າວ​
ຍັງ​ໄດ້ເຮັດ​ໃຫ້​ທະຫານ​ລັດຖະບານ ​ເສຍ​ຊີວິດ ​ແຕ່​ບໍ່​ໄດ້​ແຈ້ງໃຫ້ຊາບວ່າ​ ຫລາຍ​ປານ​ໃດ.

ຕຶກໂຮງ​ແຮມຫລັງນີ້ ຕັ້ງ​ຢູ່່ກົງກັນຂ້າ​ມຖະໜົນ ກັບຕຶກ Citadel of Aleppo ຊຶ່ງເປັນຕຶກ
ອາຄານທີ່ເກົ່າແກ່ ໃນສະໄໝ​ສັດຕະວັດທີ 13 ທີ່ອົງການ​ວັດທະນະ ທຳສະຫະປະຊາ​
ຊາດ ກ່າວ​ວ່າ “​ເປັນ​ຕົວຢ່າງອັນໂດດເດັ່ນ” ຂອງ​ສະຖາປະນິກ ທາງ​ທະຫານຢູ່​ໃນ
​ຂົງ​ເຂດ.
​ເຂດເມືອງ​ເກົ່າ ຂອງ Aleppo ແມ່ນ​ເປັນເມືອງມໍລະດົກ​ໂລກ ຂອງອົງການ UNESCO
ທີ່​ໄດ້ກາຍເປັນບ່ອນສູ້ລົບກັນຢູ່​ໃນ​ສົງ​ຄາມກາງ​ເມືອງ​ຂອງຊີ​ເຣຍ.

ອົງການ UNESCO ​ໄດ້​ປະກາດ ໃຫ້ເມືອງ Aleppo ເຂົ້າຢູ່​ໃນ​ບັນຊີລາຍຊື່ສະຖານທີ່
ປະຫວັດ​ສາດ​ພວມຕົກຢູ່ໃນອັນຕະລາຍ​ປີ​ກາຍ​ນີ້ ​ໂດຍ​ກ່າວ​ວ່າ ສະຖານທີ່​ປະຫ​ວັດ​
ສາດ ​ເກົ່າ​ແກ່​ຫລາຍ​ແຫ່ງ​ຂອງ​ເມືອງ ​ໄດ້​ຖືກ​ທຳລາຍ​ຍ້ອນການສູ້​ລົບກັນ.
SYRIA VO
please wait
Embed

No media source currently available

0:00 0:00:48 0:00
XS
SM
MD
LG