ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອອສເຕຣເລຍ ເອົາເຄື່ອງຈັບ ກັບດຳ ຫຼື Black Box ຂອງ ສຫລ ໄປຮ່ວມຊອກຫາ ເຮືອບິນມາເລເຊຍ (ສະໄລດ໌/ວີດີໂອ)


malaysiaplane30mar14
please wait
Embed

No media source currently available

0:00 0:00:39 0:00

ເບິ່ງວີດີໂອເລື້ອງນີ້

ເຈົ້າ​ໜ້າ​ທີ່​ອອສ​ເຕຣ​ເລຍ ກ່າວ​ວ່າ ​ເຮືອ​ລົບ​ລຳ​ນຶ່ງ​ຂອງກອງ
ທັບ​ເຮືອ​ຂອງ​ຕົນ ພ້ອມ​ກັບອຸບປະກອນ​ຊອກ​ຫາ​ ກັບດຳ ຫຼື
black box ທີ່​ທັນ​ສະ​ໄໝຂອງ​ສະຫະລັດເຄື່ອງ​ນຶ່ງ​ໄດ້​ອອກ​
ເດີນທາງ​ໃນ​ວັນ​ອາທິດ​ມື້​ນີ້ ​ເພື່ອ​ໄປຮ່ວມ​ໃນ​ການ​ຊອກ​ຄົ້ນ
​ຫາ​ເຮືອບິນຂອງ​ສາຍ​ການບິນມາ​ເລ​ເຊຍ ​ລຳ​ທີ່​ຫາຍ​ສາບ​
ສູນ​ໄປ​ນັ້ນ.

ເຮືອ​ລົບ Ocean Shield ພ້ອມ​ກັບ​ເຄື່ອງ​ຈັບ black box
ຈະ​ໃຊ້​ເວລາ​ສອງ​ສາມ​ມື້ ຈຶ່ງໄປ​ຮອດ​ບ່ອນ​ທີ່​ບັນດາ​ເຈົ້າໜ້າ
ທີ່​ກ່າວ​ວ່າ ​ເຮືອບິນ Being 777 ອາດ​ໄດ້​ຕົກລົງ​ຢູ່​ທີ່​ນັ້ນ.

ບັນດາ​ເຈົ້າໜ້າ​ທີ່ ກ່າວ​ວ່າ ມີກຳ​ປັ່ນທັງ​ໝົດ 10 ລຳ ​ແລະ​ເຮືອບິນ 10 ລຳ​ກຳລັງພົວພັນ​
ໃນ​ການ​ຊອກ​ຄົ້ນ​ຫາ​ເຮືອບິນ​ລຳ​ທີ່​ຫາຍ​ໄປນັ້ນ ໃນ​ວັນ​ອາທິດ​ມື້​ນີ້ ​ໃນ​ບໍລິ​ເວນ​ທີ່ກວ້າງ​ໃຫຍ່
ແຫ່ງ​ນຶ່ງ​ໃນ​ມະຫາ​ສະມຸດ​ອິນ​ເດຍ ​ໄກ​ຫລາຍ​ສົມຄວນ ຈາກ​ຝັ່ງທະ​ເລເມືອງ Perth ທາງ​
ຝັ່ງ​ຕາ​ເວັນ​ຕົກຂອງ​ອອສ​ເຕຣ​ເລຍ​ນັ້ນ.
ບັນດາຍາດພີ່ນ້ອງຂອງຜູ້ໂດຍສານຊາວຈີນ ທີ່ເດີນທາງໄປຮອດ ມາເລເຊຍ ຖືປ້າຍຄຳຂວັນ ຂະນະໂອ້ລົມກັບນັກຂ່າວ ຢູ່ໂຮງແຮມທີເມືອງ Subang Jaya, ວັນອາທິດ 30 ມີນາ 2014.
ບັນດາຍາດພີ່ນ້ອງຂອງຜູ້ໂດຍສານຊາວຈີນ ທີ່ເດີນທາງໄປຮອດ ມາເລເຊຍ ຖືປ້າຍຄຳຂວັນ ຂະນະໂອ້ລົມກັບນັກຂ່າວ ຢູ່ໂຮງແຮມທີເມືອງ Subang Jaya, ວັນອາທິດ 30 ມີນາ 2014.

ໃນ​ຂະນະ​ດຽວ​ກັນ​ ພວກ​ຍາດຕິ​ພີ່ນ້ອງ​ທີ່​ຍັງ​ມີ​ຄວາມ​ໂກດ​ແຄ້ນ
​ຫຼາຍ​ສິບ​ຄົນ​ຂອງ​ພວກ​ຄົນ​ໂດຍສານ​ຊາວ​ຈີນ ຢູ່​ໃນ​ເຮືອບິນ​ລຳ​
ທີ່​ຫາຍ​ໄປ​ນີ້ ໄດ້ເດີນທາງ​ໄປ​ຮອດ​ນະຄອນຫລວງກົວ​ລາ​ລຳ​ເປີ​
ໃນ​ວັນ​ອາທິດ​ມື້​ນີ້ ທວງ​ເອົາ​ຂ່າວ​ຂໍ້​ມູນ​ຕື່ມ​ອີກກ່ຽວກັບ​ສິ່ງ​ທີ່ເກີດ​
ຂຶ້ນ​ກັບ​ເຮືອບິນ​ລຳ​ນີ້ ແລະກ່າວ​ຫາ​ບັນດາ​ເຈົ້າ​ໜ້າ​ທີ່​ມາ​ເລ​ເຊຍ​
ວ່າກັກ​ຂ່າວຂໍ້​ມູນ​ທີ່ສຳຄັນ​ໄວ້. ​ຄົນ​ໂດຍສານ​ສ່ວນ​ຫຼາຍ​ໃນ​ເຮືອ
ບິນ​ໄອ​ພົ່ນ​ລຳ​ທີ່​ຫາຍ​ໄປນັ້ນ ​ແມ່ນ​ຄົນ​ຈີນ.

​ໃນ​ວັນ​ເສົາ​ວານ​ນີ້ ເຮືອບິນ​ຈີນຫລາຍ​ລຳໄດ້​ພົບ​ເຫັນ​ວັດຖຸ​ຕ່າງໆ
​ຈຳນວນ​ນຶ່ງ​ໃນມະຫາ​ສະມຸດ​ອິນ​ເດຍ ທີ່​ມີ​ສີ​ດຽວ​ກັນ​ກັບ​ສີ​ເຮືອບິນ​
ໄອ​ພົ່ນ​ລຳ​ທີ່​ຫາຍ​ໄປ​ນີ້. ​ເຖິງຢ່າງ​ໃດ​ກໍ​ດີພວກ​ເຈົ້າ​ໜ້າ​ທີ່​ສືບສວນ​ສອບ​ສວນ ກ່າວ​ວ່າ
ວັດຖຸ​ເຫຼົ່ານັ້ນ​ແລະອື່ນໆ ​ໄດ້ຖືກ​ດຶງ​ຂຶ້ນ​ມາຈາກ​ນ້ຳ ​ແຕ່​ບໍ່​ສາມາດ​ຢືນຢັນ​ໄດ້​ວ່າ ​ແມ່ນຊິ້ນ​
ສ່ວນ ຈາກເຮືອບິນ​ນັ້ນ​ຫຼື​ບໍ່?​

ການ​ຊອກ​ຫາ​ຖ້ຽວ​ບິນ 370 ຂອງ​ສາຍ​ການບິນ​ມາ​ເລ​ເຊຍ ບັດ​ນີ້​ ​ໄດ້ຍ່າງ​ເຂົ້າ​ອາທິດ​ທີ
4 ແລ້ວ.
ເສຍໃຈ ທີ່ບໍ່ສາມາດເບິ່ງໄດ້ເທື່ອ ເວລານີ້
XS
SM
MD
LG