ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ອັດຕາການຄອດບຸດ ໃນກຸ່ມແມ່ຍິງ 20 ກວ່າປີ ​ຫຼຸດຕ່ຳ​ລົງ ​ໃນ​ສະຫະລັດ


ແມ່ມານ ກຳລັງເຂົ້າກວດ ໃນຂະນະທີ່ລໍຖ້າຄອດລູກໃນ ໂຮງພະຍາບານຫຼວງ ທີ່ນະຄອນ Rio de Janeiro.
ແມ່ມານ ກຳລັງເຂົ້າກວດ ໃນຂະນະທີ່ລໍຖ້າຄອດລູກໃນ ໂຮງພະຍາບານຫຼວງ ທີ່ນະຄອນ Rio de Janeiro.

ຈຳ​ນວນ​ຂອງພວກ​ເດັກ​ທາລົກ​ ຫາ​ພວກ​ໄວລຸ້ນ ​ແລະ​ພວກ​ສາວ​ນ້ອຍ ​ແມ່ນ​ຫຼຸດຕ່ຳ​ລົງ ​ໃນ​ສະຫະລັດ.

ມີການ​ຫລຸດ​ໜ້ອຍ​ລົງເປັນ​ປະຫວັດ​ການ ຂອງ​ພວກ​ໄວ​ລຸ້ນ​ແລະ​ພວກ​ແມ່ຍິງ​ໃນ​ໄວຊາວ​ກວ່າ​ປີ ທີ່​ໄດ້​ຄອດ​ລູກ​ໃນ​ສະຫະລັດໃນ​ປີ 2015 ອິງຕາມ​ສະຖິຕິ​ຂອງ​ລັດຖະບານ​ສະບັບ ໃໝ່ ທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ວັນ​ພະຫັດ​ມື້​ນີ້.

​ໂຕ​ເລກ​ຂັ້ນຕົ້ນ​ ຈາກ​ສູນ​ການ​ຄວບ​ຄຸມພະ​ຍາດ​ແລະ​ປ້ອງ​ກັນ​ພະຍາດຂອງ​ສະຫະລັດ ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ອັດຕາ​ການ​ເກີດ​ຂອງ​ພວກ​ແມ່​ທີ່​ມີ​ອາຍຸ​ສະ​ເລ່ຍ ລະ​ຫວ່າງ 15 ຫາ 19 ປີ ​ແມ່ນ​ຫຼຸດ​ລົງ 8 ​ເປີ​ເຊັນໃນ​ປີ​ກາຍ​ນີ້ ​ແລະ​ໄດ້​ຫຼຸດ​ລົງ 64 ​ເປີ​ເຊັນນັບ​ຕັ້ງ​ແຕ່​ປີ 1991 ເປັນ ​ຕົ້ນ​ມາ.

​ໂດຍ​ທົ່ວ​ໄປ​ແລ້ວ ​ໃນ​ສະຫະລັດ ບັນດາ​ແມ່​ທັງຫຼາຍ ໄດ້​ໃຫ້​ກຳ​ເນີ​ດແກ່ພວກ​ເດັກ​ທາລົກ 3 ລ້ານ 9 ແສນ 8 ໝື່ນຄົນ ໃນປີ 2015 ຊຶ່ງຫລຸດ​ລົງ​ໜ້ອຍ​ນຶ່ງ​ກວ່າປີກ່ອນ. ອັດຕາການເກີດ ແມ່ນ 62.5 ເປີເຊັນ ຕໍ່​ແມ່ຍິງ​ໃນ​ທຸກໆ 1 ພັນຄົນ​ໃດ.

ຈຳນວນດັ່ງກ່າວ​ແມ່ນ​ຍັງ​ສືບ​ຕໍ່​ສະ​ແດງ​ໃຫ້​ເຫັນ​ເຖິງແນວໂນມທີ່ວ່າ ຈຳນວນແມ່ຍິງ ສ່ວນ ໃຫຍ່ ແມ່ນມັກໃຫ້ກຳເນີດບຸດ ໃນຕອນທີ່ມີອາຍຸຫຼາຍຂຶ້ນ. ພວກທີ່​ມີອາຍຸປະມານ 20 ຫາ 24 ປີ ​ໃຫ້​ກຳ​ເນີ​ດ​ແກ່ທາລົກຫຼຸດລົງ 3 ເປີເຊັນ ​ໃນປີກາຍນີ້ ຊຶ່ງ​ເປັນ​ໂຕ​ເລກ​ທີ່ຫຼຸດລົງ 27 ເປີເຊັນ ໃນຮອບທົດສະວັດຜ່ານມາ. ສຳຫຼັບພວກແມ່ຍິງທີ່ມີອາຍຸ 25 ຫາ 29 ປີນັ້ນ ທີ່ໃຫ້ກຳເນີດ​ແກ່​ທາລົກ ຫຼຸດລົງ 1 ເປີເຊັນ.

ແຕ່ວ່າພວກແມ່ຍິງໄວ 30 ກວ່າປີນັ້ນ ​ແມ່ນເຫັນວ່າ ​ໄດ້​ເພີ້ມຂຶ້ນ​ເປັນ​ປີ​ທີ 5 ລຽນຕິດ ໃນຂະ ນະທີ່ ອັດຕາ​ການ​ໃຫ້​ກຳ​ເນີ​ດຂອງພວກແມ່ຍິງ ທີ່ອາຍຸ 40 ຫາ 44 ປີ ໄດ້ໂດດຂຶ້ນ 4 ເປີເຊັນ ໃນປີແລ້ວນີ້.

ປະມານ 1 ສ່ວນ 3 ຂອງ 50 ລັດ​ໃນ​ທົ່ວປະເທດ ໄດ້ພົບເຫັນ ການກຳເນີດຂອງ​ເດັກ​ທາລົກ ເພີ່ມຂຶ້ນ ນຳພາໂດຍລັດ Florida ​ແລະ Delaware ຊຶ່ງ​ທັງ​ສອງ​ລັດ​ຕ່າງ​ກໍ​ເພີ້ມຂຶ້ນ​ເກືອບ 2 ​ເປີ​ເຊັນ. ​ໃນ​ລັດ Florida ​ການ​ເພີ່ມ​ຂຶ້ນ​ແມ່ນ​ຮວມທັງ 3.6 ​ເປີ​ເຊັນ ​ໃນ​ການ​ໃຫ້​ກຳ​ເນີ​ດ​ໂດຍ​ພວກ​ແມ່ຍິງ​ຊາວ Hispanic ​ແລະ 2.9 ​ເປີ​ເຊັນ ​ຂອງ​ການ​ໃຫ້​ກຳ​ເນີ​ດ​ໂດຍ​ພວກ​ແມ່ຍິງ​ຊາວ ຜີວ​ດຳ.

ສ່ວນ​ລັດ California ​ແມ່ນຕິດລົບ 2.3 ​ເປີ​ເຊັນ, ລັດ Vermont ຕິດລົບ 3.7 ​ເປີ​ເຊັນ ລັດ West Virginia ຕິດລົບ 2.5 ​ເປີ​ເຊັນ ຊຶ່ງ​ທັງ​ສາມ​ລັດ​ນີ້​ໄດ້​ເຫັນ​ອັດຕາ​ການ​ເກີດ​ຫຼຸດ​ນ້ອຍ​ລົງ​ຢ່າງ​ຫຼວງຫຼາຍ. ການ​ຫຼຸດ​ນ້ອຍລົງຢູ່ລັດ California ​ແມ່ນຮວມທັງ​ ການ​ຫຼຸດລົງ​ຂອງ​ຫຼາຍ​ກວ່າ 4.5 ​ເປີ​ເຊັນ ສຳ​ຫຼັບ​ພວກ​ແມ່​ທີ່​ເປັນ​ຊາວ​ຜີວ​ດຳ ​ແລະຊາວ​ເອ​ເຊຍ ​ໃນ​ຂະນະ​ທີ່ ລັດ Vermont ຈຳນວນ​ຂອງ​ເດັກ ນ້ອຍ​ທີ່​ກຳ​ເນີ​ດຈາກ​ພວກ​ແມ່​ຊາວ​ຜີວ​ຂາວ​ນັ້ນ ​ແມ່ນ​ຕົກ​ຮວບ​ລົງ 6 ​ເປີ​ເຊັນ.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG