ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເດັກຊາຍ ອິນໂດເນເຊຍ ອາຍຸ 4 ປີ ເສຍຊີວິດ ຍ້ອນ ໄຂ້ຫວັດສັດປືກ


ເຈົ້າໜ້າທີ່ລັດຖະບານບາຫຼີຄົນນຶ່ງ ສີດຢາໃສ່ໄກ່ ປູກເຊື້ອປ້ອງກັນ ການແຜ່ຂະຫຍາຍ ຂອງພະຍາດໄຂ້ຫວັດສັດປືກ.
ເຈົ້າໜ້າທີ່ລັດຖະບານບາຫຼີຄົນນຶ່ງ ສີດຢາໃສ່ໄກ່ ປູກເຊື້ອປ້ອງກັນ ການແຜ່ຂະຫຍາຍ ຂອງພະຍາດໄຂ້ຫວັດສັດປືກ.
ບັນ​ດາ​ເຈົ້າ​ໜ້າ​ທີ່ ອິນ​ໂດ​ເນ​ເຊຍ ກ່າວ​ວ່າ ​ເດັກນ້ອຍ​ຜູ້​ຊາຍ ອາຍຸ
4 ປີ​ໄດ້​ເສຍຊີວິດ​ຍ້ອນ​ໄຂ້ຫວັດ​ສັດ​ປີກຫລື​ໄຂ້ຫວັດ​ນົກ ຊຶ່ງ​ເປັນ​
ກໍລະນີຜູ້​ເສຍ​ຊີວິດ​ຄົນທີ 10 ​ຢູ່ໃນ​ປະ​ເທດ​ດັ່ງກ່າວ ປີ​ນີ້.

ກະຊວງ​ສາ​ທາ​ລະນະ​ສຸກ ກ່າວໃນ​ວັນ​ອັງຄານ​ມື້ນີ້​ວ່າ ​ເດັກນ້ອຍ
​ຄົນນີ້ ​ເບິ່ງ​ຊົງ​ວ່າອາດ​ຈະ​ຕິ​ດ​ເຊື້ອໄວຣັສ H5N1 ຫລັງ​ຈາກ​ທີ່​ລາວ
ເກັບ​ເອົາ​ນົກ​ຕາຍ​ມາ​ຫລີ້ນ ຢູ່​ນອກ​ເຮືອນ​ຂອງ​ລາວທີ່ຕັ້ງຢູ່​ທາງ
ພາກ​ຕາ​ເວັນ​ຕົກ​ຂອງນະຄອນ Jakarta.

​ເກືອບ​ເຄິ່ງນຶ່ງ​ຂອງ​ຈຳນວນ​ຜູ້​ເສຍ​ຊີວິດ​ປະມານ 360 ຄົນ​ຢູ່​ໃນ
ທົ່ວ​ໂລກ ຍ້ອນ​ເຊື້ອ​ພະ ຍາດ​ໄຂ້ຫວັດ​ສັດ​ປີກນັບ​ຕັ້ງ​ແຕ່​ປີ 2003
​ເປັນຕົ້ນມາ​ແມ່ນ ​ໄດ້​ເກີດ​ຂື້ນ​ຢູ່​ໃນອິນ​ໂດ​ເນ​ເຊຍ.

​ເມື່ອອາທິດ​ແລ້ວ​ນີ້ ​ໄດ້​ມີຄວາມ​ຢ້ານ​ກົວເກີດ​ຂຶ້ນ ຫລັງ​ຈາກລັດຖະບານ ກ່າວ​ວ່າ ສາຍ​ພັນ​ໃໝ່​ທີ່​ຮ້າຍ​ແຮງ​ຂອງ​ໄຂ້ຫວັດ​ສັດ​ປີກໄດ້ຫວ່າງ​ມໍ່ໆ​ມາ​ນີ້ ​ໄດ້ເຮັດ​ໃຫ້ເປັດຫຼາຍກວ່າ 300.000 ​ໂຕຕາຍ​ຢູ່​ທີ່ເກາະ Java ຊຶ່ງ​ເປັນບ່ອນທີ່​ປະຊາຊົນພາກັນ​ອາ​ໄສ​ຢູ່​ຢ່າງ​ໜາ​ແໜ້ນ​.

​ຕາມ​ປົກກະຕິ​ແລ້ວ ເຊື້ອ​ໄວຣັສນີ້ຈະ​ຕິດ​ແປດໃສ່​ແຕ່ຜູ້​ຄົນທີ່​ໄປ​ແຕະຕ້ອງ​ ​ສັດ​ປີກ ​ທີ່​ຕິດ​ເຊື້ອໂດຍ​ກົງທໍ່​ນັ້ນ. ບັນດາ​ນັກວິທະຍາສາດຈໍານວນ​ນຶ່ງ ມີ​ຄວາມ​ວິ​ຕົກວ່າ ​ເຊື້ອ​ໄວຣັສ H5N1 ອາດ​ຈະ​ກາຍພັນ​ ຫຼືປ່ຽນ​ຮູບ​ເປັນ​ເຊື້ອ​ທີ່​ສາມາດ​ຕິດ​ຕໍ່​ກັນ​ໄດ້ລະຫວ່າງມະນຸດຫາ​ມະນຸດ ທີ່​ຈະ​ມີ​ໂອກາດ​ເຮັດ​ໃຫ້​ຫລາຍ​ລ້ານ​ຄົນ​ເສຍ​ຊີວິດ​ໄດ້. ​
XS
SM
MD
LG