ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອົງການ BIMSTEC ສ້າງ​ຕັ້ງ ​ກອງ​ເລຂາທິການ​ ຂຶ້ນໃນ Bangladesh (ວີດີໂອ)


ປ. ມຽນມາ ທ່ານ Thein Sein ​ກ່າວໃນກອງປະຊຸມຍຸດຍອດ ຂອງອົງການ BIMSTEC ໃນນະຄອນ Naypyitaw (4 ມີນາ 2014)
ປ. ມຽນມາ ທ່ານ Thein Sein ​ກ່າວໃນກອງປະຊຸມຍຸດຍອດ ຂອງອົງການ BIMSTEC ໃນນະຄອນ Naypyitaw (4 ມີນາ 2014)
ບັນດາ​ຜູ້​ນຳ​ ໃນ​ກອງ​ປະຊຸມ​ສຸດ​ຍອດ ຂອງອົງການ BIMSTEC
ໃນ​ມຽນມາໄດ້ສ້າງ​ຕັ້ງ​ກອງ​ເລຂາທິການ​ຖາວອນ​ຂຶ້ນໃນ Bangla-
desh ​ເພື່ອ​ດູ​ແລວຽກງານ ຂອງກຸ່ມຈັດຕັ້ງ ບັນດາປະເທດໃນພູມີ
ພາກດັ່ງກ່າວ ແບບ​ເຕັມ​ເວລາ​.

​ໃນ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ ຫຼັງຈາກ​ໄດ້​ມີ​ການ​ພົບ​ປະກັນທີ່ນະ
ຄອນ​ຫຼວງ​ Naypyitaw ​ໃນ​ວັນ​ອັງຄານ​ວານ​ນີ້​ແລ້ວປະທານາທິ
ບໍດີມຽນມາທ່ານ Thein Sein ​ໄດ້​ກ່າວ​ວ່າ ຕຳແໜ່​ງໃໝ່ ທີ່ຈັດ
ຕັ້ງຂຶ້ນ​ຢູ່ນະຄອນ Dhaka ນີ້ ຈະ​ອຳນວຍ​ໃຫ້ກຸ່ມຈັດຕັ້ງຂອງ 7 ​
ປະເທດດັ່ງກ່າວ ປະສານ​ງານ​ຮ່ວມມື​ກັນ​ດີ​ຂຶ້ນ ​ແລະ​ມີ​ປະສິດທິ​
ຜົນຫຼາຍ​ຂຶ້ນກວ່າ​ເດີມ.

ທ່ານ Thein Sein ກ່າວຕື່ມ​ວ່າ ກຸ່ມຕ່າງໆ ເຊັ່ນ BIMSTEC ແມ່ນມີຄວາມຫຼໍ່ແຫມ
ສຳຄັນ ໃນການແກ້ໄຂບັນຫາຕ່າງໆໃນໂລກຍຸກໃໝ່ ໂດຍເວົ້າວ່າ “​ໃນ​ຍຸກ​ໂລກາ​ພິວັດນີ້,
ການ​ຮວມຕົວ​ກັນເປັນ​ກຸ່ມ​ກ້ອນເປັນກຸ່ມ ຂອງ​ປະ​ເທດ​ຕ່າງໆ ໃນຂົງ​ເຂດແລະ​
ອະນຸພາກພື້ນ ທີ່​ມີ​ວັດທະນະທຳ ​ແລະ​ຜົນ​ປະ​ໂຫຍ​ດ ຮ່ວມກັນ​ນັ້ນ ​ແມ່ນ​ບໍ່​ໄດ້
ເປັນທາງ​ເລືອກ​ທີ່ສຳຄັນອີກ​ແລ້ວ​ ​ແຕ່​ວ່າ ມັນ​ເປັນຄວາມ​ຈຳ​ເປັນ ໃນປັດຈຸບັນນີ້.”


ນອກຈາກ ການ​ສ້າງ​ຕັ້ງ​ຕຳແໜ່​ງ​ເລຂາທິການ​ໃຫຍ່​ແລ້ວ ບັນດາ​ຜູ້​ນຳທັງຫຼາຍ​ຍັງ​ໄດ້
​ລົງ​ນາມ ໃນ​ຂໍ້​ຕົກລົງ​ທີ່​ຈະ​ຈັດ​ຕັ້ງ​ສູນ​ກາງ​ ​ກຳກັບ​ດູ​ແລໃນດ້ານດິນຟ້າອາກາດ ຂຶ້ນໃນ
​ອິນ​ເດຍ ​ເພື່ອ​ຊຸກການ​ຮ່ວມມືທາງ​ດ້ານ​ການ​ຄົ້ນຄວ້າ​ວິທະຍາສາດ ກ່ຽວກັບການ
ພະຍາກອນ​ອາກາດ​ ແລະ​ຕົວແບບໃນການຮັບມືເລື່ອງດິນຟ້າອາກາດ.

BIMSTEC ຫຼືອົງການລິເລີ້ມ ການຮ່ວມມືທາງດ້ານເທັກນິກແລະເສດຖະກິດໃນ
ເຂດອ່າວ ເບັງກາລ ແມ່ນປະກອບດ້ວຍ ອິນ​ເດຍ, Sri Lanka, Napal, ພູຖານ,
Bangladesh, ມຽນມາ ​ແລະ​ປະ​ເທດ​ໄທ.

ລາຍງານນີ້ແມ່ນໄດ້ປະສານງານກັບ VOA ພະແນກພາສາພະມາ

BURMA BIMSTEC VO
please wait
Embed

No media source currently available

0:00 0:00:56 0:00
XS
SM
MD
LG