ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານ Bill Gates ຍັງນຳໜ້າ ເປັນມະຫາເສດຖີ ຮັ່ງມີທີ່ສຸດ ຂອງໂລກ


ທ່ານ Bill Gates ມະຫາເສດຖີພັນລ້ານ ​ຜູ້​ຮັ່ງ​ມີທີ່​ສຸດ ​ຢູ່ໃນ​ໂລກ.
ທ່ານ Bill Gates ມະຫາເສດຖີພັນລ້ານ ​ຜູ້​ຮັ່ງ​ມີທີ່​ສຸດ ​ຢູ່ໃນ​ໂລກ.

ນິຕິ​ຍະ​ສານ Fobes ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ມະຫາ​ເສດຖີ
ພັນລ້ານ ທ່ານ Bill Gates ຍັງ​ກຳ​ຕຳ​ແໜ່ງ​ເປັນ​ຜູ້​ຮັ່ງ​ມີທີ່​ສຸດ​ຢູ່
​ໃນ​ໂລກ ຊຶ່ງ​ເປັນ​ອັນດັບທີ່ທ່ານໄດ້ກຳມາ 16 ຄັ້ງ​ໃນຮອບ 21
ປີ​ທີ່​ຜ່ານ​ມາ.

ຊັບ​ສົມບັດຂອງຜູ້ຮ່​ວມ​ກໍ່​ຕັ້ງ​ບໍລິສັດ Mircrosoft ​ໄດ້​ເພີ້​ມຂື້ນ​ 3
ພັນ 2 ຮ້ອຍ​ລ້ານ​ໂດລາຈາກ​ປີ​ກາຍ​ນີ້ ມາ​ເປັນ 79 ພັນ 2 ຮ້ອຍ
ລ້າ​ນ​ໂດ​ລາ ທີ່​ນິຕິ​ຍະ​ສານ​ທຸລະ​ກິດສະບັບນີ້ກ່າວວ່າ ​ທັງໆທີ່
ທ່ານໄດ້ບໍລິຈາກ​ເປັນ​ຂອງ​ຂວັນ 1 ພັນ 5 ຮ້ອຍ​ລ້ານ​ໂດ​ລາ ໃຫ້​
ແກ່ມູນ​ນິທິ Bill & Melinda Gates ​ໃນ​ເດືອນ​ພະ​ຈິກ​ປີ​ກາຍ​ນີ້.

​ຕິດອັນດັບທີ​ສອງຮອງ​ລົງ​ມາ ​ກໍແມ່ນທ່ານ Carlos Slim Helu ມະຫາເສດຖີີ ດ້ານ​ໂທລະ​
ຄົມມະນາຄົມຊາວເມັກຊິໂກ ທີ່ມີຊັບສິນທັງໝົດ 77 ພັນ 1 ຮ້ອຍ​ລ້ານ​ໂດ​ລາ.

ນິຕິ​ຍະ​ສານ Fobes ກ່າວ​ວ່າ ມີມະຫາເສດຖີພັນລ້ານໃໝ່ ຫຼາຍເປັນປະຫວັດ ການ 290 ​ຄົນ ຖືກຈົດເຂົ້າໃນບັນຊີປີ​ກາຍ​ນີ້​. ​ເກືອບ 25 ​ເປີ​ເຊັນ​ຂອງພວກທີ່ມີຊື່ເປັນມະຫາເສດຖີ
ເທື່ອ​ອິດ​ໃນ​ປີ​ນີ້ ​ແມ່ນ​ມາຈາກ​ຈີນ ຄືມີທັງໝົດ 71 ຄົນ. ສະຫະລັດ ແມ່ນຕິດອັນດັບ​ສອງ ມີ​
ຢູ່ 57 ຄົນ ຕິດຕາມ​ມາ​ດ້ວຍ ອິນ​ເດຍ 28 ຄົນ ​ແລະ​ເຢຍຣະມັນ 23 ຄົນ.

ນິຕິ​ຍະ​ສານສະບັບນີ້ຍັງກ່າວ​ວ່າ ຜູ້​ທີ່​ມີ​ຊື່​ສຽງ​ສຸດ ທີ່​ເຂົ້າ​ຮ່ວມຢູ່​ໃນ​ລາຍ​ຊື່​ໄດ້​ແກ່ ດາຣາ
ບານບ້ວງສະຫະລັດ ທ່ານ Micheal Jordan ຍ້ອນ​ການ​ເປັນ​ເຈົ້າ​ຂອງ ທີມບານ​ບ້ວງ​ Charlotte Hornets ​ຂອງ NBA ແລະ​ໄດ້​ເງິນ​ມາ​ຈາກ​ການ​ຂາຍ​ເຄຶ່ອງຍີ່​ຫໍ້ Nike​. ທ່ານ
Jordan ມີ​ຊັບສິນ​ທັງ​ໝົດ 1 ພັນ​ລ້ານ​ໂດ​ລາ.

​ໃນ​ຈຳນວນສະມາຊິກ 1,826 ຄົນ ຂອງນິຕິ​ຍະ​ສານ Fobes ​ທີ່ຈັດອັນດັບ​ເປັນ ມະຫາ​ເສດ
ຖີ​ພັນ​ລ້ານນັ້ນ 46 ຄົນ ແມ່ນມີ​ອາຍຸ​ຕໍ່າ​ກວ່າ 40 ປີ ​ແລະຫລຸດເຄິ່ງ ໜ້ອຍນຶ່ງ ແມ່ນຮັ່ງມືຍ້ອນ
ຊັບສົມບັດ​ມາຈາກດ້ານ​ເທັກ​ໂນ​ໂລ​ຈີ.

ສະ​ເລ່ຍແລ້ວຊັບສົມບັດ​ຂອງພວກມະຫາເສດຖີ​ໃໝ່​ປີ​ນີ້ ແມ່ນ 1 ພັນ 8 ຮ້ອຍ​ລ້ານ​ໂດ​ລາ. ຮວມທັງ​ໝົດ​ເຂົາ​ເຈົ້າມີ​ມູນ​ຄາ​ຢູ່ 518 ພັນ​ລ້າ​ນ​ໂດ​ລາ ຊຶ່ງເປັນມູນ ຄ່າຫລາຍເປັນ
ປະຫວັດການ.

FORBES BILLIONAIRES VO
please wait

No media source currently available

0:00 0:01:22 0:00

XS
SM
MD
LG