ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະນາຄານໃຫຍ່ JP MORGAN ຍອມເສຍ ຄ່າປັບໄໝ 13 ພັນລ້ານ ໂດລ່າ


ທະນາຄານ JP Morgan Chase & Co ທີ່ນະຄອນ New York.
ທະນາຄານ JP Morgan Chase & Co ທີ່ນະຄອນ New York.
ທະ​ນາຄາ​ນ​ໃຫຍ່​ທີ່​ສຸດ​ໃນ​ສະຫະລັດ ​ໄດ້ຕົກລົງ​ໃນ​ຂັ້ນ​ເລີ້ມ​ຕົ້ນ ​ທີ່​ຈະ​ຈ່າຍ ​ເ​ງິນຈໍານວນ 13 ພັນ​ລ້ານ​ໂດ​ລ່າ ​ເປັນຄ່າ​ປັບໄໝ​ແລະ​ຊ່ວຍ​ເຫລືອບັນ​ເທົາ​ທຸກພວກ​ລູກ​ຄ້າ ​ໃນ​ການ​ຕົກລົງ​ກັບ​ລັດຖະບານ​ເພື່ອ​ໃຫ້​ຍຸຕິການ​ສືບສວນ​ສອບ​ສວນ ຫຼາຍໆ​ກໍລະນີ ກ່ຽວ​ກັບ​ການ​ເອົາ​ປຽບພວກ​ລູກ​ຄ້າ​ ເລື້ອງ​ເງິນ​ກູ້​ຢືມ​ເພື່ອ​ຊື້​ບ້ານ ທີ່ຕົນຖືກ​ກ່າວ​ຫານັ້ນ.

ທະນາຄານ JP Morgan Chase ​ແລະ​ກະຊວງ​ຍຸຕິ​ທໍາ​ສະຫະ
ລັດ ຍັງ​ຕ້ອງ​ໄດ້​ທໍາ​ການ​ສະ​ຫລູບຂໍ້​ຕົກລົງນີ້​ກັນ​ຢູ່ ທີ່​ບັງຄັບ​ໃຫ້
​ທະນາຄານ ໃຫ້ຄວາມ​ຮ່ວມ​ມື​ກັບ​ ການ​ສືບສວນຄະດີ​ອາຍາ​ກໍາທີ່​ມີ​ສືບ​ຕໍ່​ມາ​ ກ່ຽວ​ກັບ
ຫຼັກຊັບ ​ທີ່​ໜຸນຫຼັງ​ໂດຍ​ເງິນ​ກູ້​ຢືມ​ຊື້​ບ້ານ​ຂອງ​ທະນາຄານ​ ທີ່​ເຮັດ​ໃຫ້​ເກີດວິກິດ​ການ
ການ​ເງິນ​ໃນ​ປີ 2008 ນັ້ນ.

ການ​ຕົກລົງກັນ​ໃນເລຶ່ອງນີ້ ຈະ​ເປັນເງິນ​ຄ່າ​ປັບໄໝ ກ້ອນ​ໃຫຍ່​ທີ່​ສຸດ​ ທີ່​ບໍລິສັດ​ດຽວ​ເຄີຍ​ໄດ້​ຈ່າຍ​ມາ. ຈໍ​ານວນທັງ​ໝົດ 13 ພັນ​ລ້ານນັ້ນ​ແມ່ນຈະ​ໂຮມທັງ 4 ພັນ​ລ້ານ ໃຫ້​ເປັນ​ເງິນ​ຊ່ວຍ​ເຫຼືອພວກ​ເຈົ້າຂອງ​ບ້ານ ​ທີ່​ດິ້ນຮົນ​ເພື່ອ​ຮັກສາເຮືອນ​ຂອງ​ເຂົາ​ເຈົ້າ​ໄວ້ ​ເຊັ່ນ ຫລຸດ​ອັດຕາ​ດອກ​ເບັ້ຍ​ລົງ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ໄດ້​ຈ່າຍ​ຄ່າ​ເຮືອນ​ຖືກ​ລົງ ເປັນ​ຕົ້ນ.

ຜູ້​ຄວບ​ຄຸມ​ພາກ​ລັດ ​ແລະ​ລັດຖະບານ​ກາງ​ຈໍານວນ​ນຶ່ງ ອ້າງ​ວ່າ ທະນາຄານ JP Morgan “
Chase ​ໄດ້ເຮັດ​ໃຫ້​ພວກ​ລົງທຶນ​ເຂົ້າ​ໃຈ​ຜິດ ກ່ຽວ​ກັບ​ຄຸນ​ນະພາ​ບຂອງເງິນກູ້​ຢືມ​ຊື້​ບ້ານ ທີ່​ຕົນ​ຂາຍ​ໃຫ້ ​ໃນ​ລະຫວ່າງ​ປີ 2005 ​ແລະ​ປີ 2007 ນັ້ນ ຊຶ່ງເວລາ​ເຫດການ​ທີ່​ເອີ້ນ​ວ່າ ຟອງ​ແຫ່ງ​ການ​ຊື້​ເຮື​ອນ ລະ​ເບີດ​ຂຶ້ນ​ໃນ​ປີ 2007 ນັ້ນ ພວກ​ລົງທຶນຊື້ເຮືອນ​ຈາກ​ທະນາ
ຄານ JP Morgan Chase ​ໄດ້​ສູນ​ເສຍ​ເງິນ ຫຼືຂາດທຶນຢ່າງ​ໃຫຍ່.

ມາງທະນາຄານ ​ໄດ້​ສະຫງວນ​ເງິນ​ຈໍານວນຢ່າງ​ໜ້ອຍ 23 ພັນ​ລ້ານ​ໂດ​ລ່າ​ໄວ້ ​ເພື່ອ​ເປັນ​ທຶນ​ສໍາຮອງ ສໍາລັບຈ່າຍ​ຄ່າ​ຕົກລົງ ​ແລະ​ຄ່າ​ກົດໝາຍ​ຕ່າງໆ ທີ່​ກ່ຽວ​ພັນກັບ​ການ​ປະຕິບັດ
ດັ່ງກ່າວ​ຂອງ​ຕົນ ກ່ອນ​ແລະຫຼັງຈາກເຫດ​ວິ​ກິດ​ການ ການ​ເງິນນັ້ນ.
XS
SM
MD
LG