ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານ Biden ຢ້ຽມຢາມ ສະຫະລັດ ອາຣັບ ເອມີເຣັດສ໌ ກ່ອນໄປຕໍ່ ສູ່ອີສຣາແອລ ແລະ ຈໍແດັນ


ຮອງປະທານາທິບໍດີ ສະຫະລັດ ທ່ານ Joe Biden ກ່າວຄຳປາໄສ ຕໍ່ເຈົ້າໜ້າທີ່ທະຫານ ສະຫະລັດ ທີ່ຖານ
ທັບອາກາດ Al-Dhafra ໃກ້ກັບນະຄອນ Abu Dhabi, ສະຫະລັດ ອາຣັບ ເອມີເຣັດສ໌, 7 ມີນາ, 2016.
ຮອງປະທານາທິບໍດີ ສະຫະລັດ ທ່ານ Joe Biden ກ່າວຄຳປາໄສ ຕໍ່ເຈົ້າໜ້າທີ່ທະຫານ ສະຫະລັດ ທີ່ຖານ ທັບອາກາດ Al-Dhafra ໃກ້ກັບນະຄອນ Abu Dhabi, ສະຫະລັດ ອາຣັບ ເອມີເຣັດສ໌, 7 ມີນາ, 2016.

ຮອງປະທານາທິບໍດີ ສະຫະລັດ ທ່ານ Joe Biden ກຳລັງພົບປະ ກັບອົງມົງກຸດແຫ່ງປະເທດ ຊາອູດີອາເຣເບຍ ໃນວັນຈັນມື້ນີ້ໃນ ການເດີນທາງຂາທຳອິດທີ່ຈະລວມມີການຢ້ຽມຢາມປະເທດ ອິສ ຣາແອລ ແລະ ຈໍແດັນ.

ທຳນຽບຂາວກ່າວວ່າ ນອກນີ້ ທ່ານ Biden ພ້ອມພັນລະຍາ ທ່ານ ນາງ Jill ຍັງຈະພົບປະກັບກອງກຳລັງທະຫານ ສະຫະລັດ ທີ່ປະຈຳ

ການຢູ່ໃນປະເທດ ສະຫະລັດ ອາຣັບ ເອມີເຣັດສ໌. ທ່ານນາງ Jill ຍັງຈະເຂົ້າຮ່ວມໃນງານກ່ຽວກັບ ຄວາມພະຍາຍາມຂອງ ສະຫະລັດ ອາຣັບ ເອມີເຣັດສ໌ ເພື່ອສົ່ງເສີມຄວາມເທົ່າທຽມຂອງແມ່ຍິງ.

ຮອງປະທານປະເທດ ທ່ານ Joe Biden (ກາງ) ຢ້ຽມຢາມວັດອິສ ລາມໃຫຍ່ Sheikh Sayed ໃນນະຄອນ Abu Dhabi, ສະຫະລັດ ອາຣັບ ເອມີເຣັດສ, 7 ມີນາ, 2016.
ຮອງປະທານປະເທດ ທ່ານ Joe Biden (ກາງ) ຢ້ຽມຢາມວັດອິສ ລາມໃຫຍ່ Sheikh Sayed ໃນນະຄອນ Abu Dhabi, ສະຫະລັດ ອາຣັບ ເອມີເຣັດສ, 7 ມີນາ, 2016.

ໃນວັນອັງຄານມື້ອື່ນ, ພວກເພິ່ນຈະເດີນທາງໄປນະຄອນຫຼວງ ດູໄບ ກ່ອນຈະເດີນທາງຕໍ່ ໄປຍັງ ປະເທດ ອິສຣາແອລ.

ນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Netanyahu ຈະຈັດການເຈລະຈາກັບທ່ານ Biden ໃນວັນພຸດນີ້. ກ່ອນການປະ ຊຸມ, ທ່ານ Netanyahu ໄດ້ກ່າວວ່າ ການຢ້ຽມຢາມນີ້ ແມ່ນຫຼັກ ຖານຂອງສາຍພົວພັນທີ່ເຂັ້ມແຂງລະຫວ່າງ ອິສຣາແອລ ກັບ ສະ ຫະລັດ ແລະ ວ່າພວກຜູ້ທີ່ໄດ້ຄາດເດົາເຖິງການລົ້ມລະລາຍຂອງ ສາຍພົວພັນ ຂອງພວກເຂົາເຈົ້ານັ້ນ ໄດ້ຖືກພິສູດເຫັນວ່າຜິດພາດ.

ທ່ານ Biden ຍັງຈະໄດ້ພົບປະກັບປະທານາທິບໍດີ ປາເລສໄຕນ ທ່ານ Mahmoud Abbas ໃນວັນພຸດ, ແລະ ໃນວັນພະຫັດຈະພົບປະກັບເຈົ້າຊີວິດແຫ່ງປະເທດ ຈໍແດັນ ກະສັດ Abdullah ທີ 2.

US Biden Mideast
please wait
Embed

No media source currently available

0:00 0:01:01 0:00

XS
SM
MD
LG