ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Biden ແລະທ່ານ Erdogan ໂອ້ລົມກັນ ເລື້ອງ ການປ່ຽນແປງ ອຳນາດປົກຄອງ ໃນຊີເຣຍ


ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden (ຊ້າຍ) ພົບປະກັບ ປ. Tayyip Erdogan ແຫ່ງເທີກີ ທີ່ທຳນຽບ Beylerbeyi ໃນນະຄອນ Istanbul ວັນທີ 22 ພະຈິກ 2014.
ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden (ຊ້າຍ) ພົບປະກັບ ປ. Tayyip Erdogan ແຫ່ງເທີກີ ທີ່ທຳນຽບ Beylerbeyi ໃນນະຄອນ Istanbul ວັນທີ 22 ພະຈິກ 2014.

ທ່ານ Joe Biden ຮອງ​ປະທານາທິບໍດີ​ສະຫະລັດກ່າວ​ວ່າ ທ່ານ​
ແລະ​ປະທານາທິບໍດີ Recep Tayyip Erdogan ​ແຫ່ງເທີ​ກີ ​ໄດ້​
ທຳ​ການ​ໂອ້​ລົມ​ສົນທະນາ​ກັນ​ ເລື້ອງ​ການ​ໂອນ​ອຳນາດ ຂອງ​ຊີ
​ເຣຍ ຈາກ​ອຳນາດ​ປົກຄອງ​ຂອງ​ທ່ານ Bashar al-Assad.

ທ່ານ Biden ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ທ່ານ​
ແລະ ທ່ານ Erdogan ​ໄດ້​ທຳ​ການ​ໂອ້​ລົມ​ສົນທະນາ​ກັນ​ກ່ຽວ​ກັບ
​ເລື້ອງ​ນີ້​ເປັນ ເວລາ​ນຶ່ງ​ຊົ່ວ​ໂມງ​ໃນ​ຕອນ​ເຊົ້າ​ວານ​ນີ້ ​ແລະ​ກ່າວ​ວ່າ
ພວກ​ທ່ານ​ຍັງໄດ້​ໂອ້​ລົມ​ສົນທະນາເລື້ອງ​ການ​ປະຕິ​ເສດບໍ່​ໃຫ້​ບ່ອນ​
ລີ້​ຊ່ອນ​ແກ່​ພວກ​ຫົວ​ຮຸນ​ແຮງລັດ​ອິສລາມໃນ​ອີຣັກ ​ແລະ​ໃນ​ຊີ​ເຣຍ
​ເຊັ່ນ​ກັນ.

​ໃນ​ອະດີດ​ຜ່ານ​ມາ​ນັ້ນ ທ່ານ Erdogan ​ໄດ້​ຢືນ​ຢັດ​ວ່າ ຖ້າ​ສະຫະລັດ​ຢາກ​ໃຫ້​ເທີ​ກີ​ຊ່ອຍເຫຼືອ ສະຫະລັດ​ຈະ​ຕ້ອງ​ຜ່ອນ​ການ​ເພ່ງ​ເລັງ​ຂອງ​ຕົນ ໃສ່​ການ​ຕໍ່ສູ້ ​ກັບ​ພວກ​ຫົວ​ຮຸນ​ແຮງ​
ລັດ​ອິສລາມ ​ແລະ​ດຳ​ເນີນ​ການ​ຫຼາຍ​ຂຶ້ນ​ໃນ​ການ​ໂຄ່ນ​ລົ້ມ​ອຳນາດ​ປົກຄອງ Assad ນັ້ນ. ​
ໃນ​ວັນ​ເສົາວານ​ນີ້ ທ່ານ Erdogan ກ່າວ​ວ່າ ​ເທີ​ກີ ຈະ​ສືບ​ຕໍ່​ດຳ​ເນີນ​ງານ​ຢ່າງ​ໃກ້ຊິດ​ກັບ​ ສະຫະລັດ ​ແລະ​ທ່ານ​ເອີ້ນ​ການ​ຢ້ຽມຢາມ​ຂອງ​ທ່ານ Bidenວ່າ “ມີ​ຄວາມ​ໝາຍ​ຫຼາຍ.”

ທ່ານ Biden ກ່າວ​ວ່າ ສະຫະລັດ​ຈະ​ສືບ​ຕໍ່​ໃຫ້ການ​ຊ່ອຍ​ເຫຼືອ​ເທີ​ກີ ຣັບມື​ກັບ​ວິ​ກິດ​ການ​ດ້ານ​ມະນຸດສະທຳ​ທີ່ເກີດ​ຈາກ​ພວກ​ອົບ​ພະຍົບຊີ​ເຣຍຈຳນວນ 1 ລ້ານ 6 ​ແສນ​ຄົນທີ່​ຫຼັ່ງ​ໄຫຼ​ເຂົ້າ​ໄປ​ໃນ​ຄ້າຍອົບ​ພະຍົບ​ແຫ່ງ​ຕ່າງໆຂອງ​ເທີ​ກີ​ນັ້ນ.

​ໃນ​ຂະນະ​ດຽວ​ກັນ ທຳນຽບຂາວ​ປະກາດ​ວ່າ ສະຫະລັດ​ຈະ​ໃຫ້​ເງິນ​ຊ່ອຍ ເຫຼືອ​ທາງ​ດ້ານ​ມະນຸດສະທຳ​ຕື່ມ​ອີກ 135 ລ້ານ​ດອນ​ລາ ​ເພື່ອ​ຊ່ອຍ​ເທີ​ກີ ​ແລະ​ປະ​ເທດ​ອື່ນໆ​ຊ່ອຍ​ເຫຼືອ​ພວກ​ອົບ​ພະຍົບທີ່​ຫຼົບໜີ​ຈາກ​ຄວາມ​ວຸ້ນວາຍ​ໃນ​ຊີ​ເຣຍນັ້ນ.

​ເງິນ​ຊ່ອຍ​ເຫຼືອສ່ວນ​ຫຼາຍ​ແມ່ນ​ມອບໃຫ້​ໂຄງການ​ອາຫານ​ໂລກ ເພື່ອ​ໃຊ້​ສຳລັບ​ອາຫານ​ປັ່ນ​ສ່ວນ​ແລະເພື່ອ​ຊື້ເຂົ້າປາ​ອາ​ຫານ​ສຳລັບ​ພວກ​ອົບ​ພະ ຍົບ. ​ເງິນ​ຈຳນວນ​ເກືອບ 11 ລ້ານ​ດອນ​ລາ​ແມ່ນ​ມີ​ໄວ້​ສຳລັບ​ສະໜັບສະໜຸນໂຄງການ​ອາຫານ​ຂອງ​ໂລກ​ທີ່​ເທີ​ກີ.

US TURKEY SYRIA VOSOT
please wait
Embed

No media source currently available

0:00 0:00:26 0:00

XS
SM
MD
LG