ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮອງ ປ. ສະຫະລັດ ທ່ານ Biden ຈະ​ຂຶ້ນ​ກ່າວ​ ຄຳປາໄສ ຕໍ່​ລັດຖະສະພາ ຢູ​ເຄຣນ


ປ. ຢູ​ເຄຣນ ທ່ານ Petro Poroshenko, ຂວາ, ຍິ້ມ ກັບ​ຮອງ ​ປ. ສະຫະລັດ ທ່ານ Joe Biden ຍົກມືໃຫ້ບັນດານັກຂ່າວ ທີ່ນະຄອນ Kyiv, ຢູເຄຣນ, 7 ທັນວາ, 2015.
ປ. ຢູ​ເຄຣນ ທ່ານ Petro Poroshenko, ຂວາ, ຍິ້ມ ກັບ​ຮອງ ​ປ. ສະຫະລັດ ທ່ານ Joe Biden ຍົກມືໃຫ້ບັນດານັກຂ່າວ ທີ່ນະຄອນ Kyiv, ຢູເຄຣນ, 7 ທັນວາ, 2015.

ຮອງ​ປະທານາທິບໍດີ​ສະຫະລັດ ທ່ານ Joe Biden ມີ​ໝາຍ​ກຳໜົດ
​ທີ່​ຈະ​ກ່າວ​ຄຳ​ປາ​ໄສຕໍ່​ລັດ​ຖະສະພາຂອງ​ຢູ​ເຄຣນ ​ໃນ​ວັນ​ອັງຄານ
​ມື້​ນີ້ ນຶ່ງ​ມື້ຫຼັງ​ຈາກ​ການ​ປະກາດກ່ຽວ​ກັບການ​ຊ່ອຍ​ເຫຼືອ​ໃໝ່ຂອງ
​ສະຫະລັດ ​ໃນ​ຈຳນວນ​ເງິນ 190 ລ້ານ​ໂດ​ລ່າ ຕໍ່​ຢູ​ເຄຣນ.

ທ່ານ Biden ​ໄດ້​ກ່າວ​ໃນ​ວັນ​ຈັນ​ວານ​ນີ້ ວ່າ ການ​ຊ່ອຍ​ເຫຼືອອັນ​
ໃໝ່ນີ້ ຈະ​ຊ່ອຍ​ໃນ​ການຈັດຕັ້ງປະຕິບັດ​ການ​ປະຕິ​ຮູບ​ ​ແລະ​ຕໍ່ສູ້​
ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ​ໃນ​ລະຫວ່າງການ​ຖະ​ແຫຼ​ງ ຂ່າວ​ຮ່ວມ
ລຸນ​ຫລັງ​ການ​ເຈລະຈາ​ສອງ​ຝ່າຍ ກັບ​ປະທານາທິບໍດີ​ຢູ​ເຄຣນ
ທ່ານ Petro Poroshenko ​ແລ້ວນັ້ນ ທ່ານ Biden ​ໄດ້​ກ່າວ​ວ່າ
“ນີ້​ແມ່ນ​ເປັນ​ສິ່ງ​ຫຼໍ່​ແຫຼມຕໍ່​ຢູ​ເຄຣນ ​ໃນ​ການ​ທີ່​ຈະ​ສ້າງສະຖຽນ​ລະ​
ພາບ​ແລະຄວາມຮຸ່ງ​ເຮືອງ ​ໃນ​ພາກສ່ວນ​ນຶ່ງ​ຂອງຢູ​ໂຣບທີ່​ມີຄວາມ​ໝັ້ນຄົງ​ ​ໂດຍ​ທີ່​ຈະ​ເປັນ​ການ​ແຈ່ມ​ແຈ້ງ​ແລະ​ແນ່ນອນ ທີ່​ຈະ​ຖອນ​ຮາກ ຖອນ​ໂຄນ​ຂອງ​ການ​ສໍ້​ລາດ​ບັງ​ຫຼວງ​ນີ້.”

ທ່ານ​ຍັງ​ໄດ້​ກ່າວ​ເພີ່ມ​ຕື່ມ​ວ່າ “ນັ້ນ​ໝາຍ​ຄວາມ​ວ່າ ການ​ເລັ່ງລັດການ​ປະຕິ​ຮູບ ຫຼີກ​ເວັ້ນ
ການປະຕິບັດ​ແບບ​ເດີມໆໃນ​ອະດີດ​ທີ່​ຜ່ານ​ມາ ​ສ້າງ​ຄວາມ​ກ້າວໜ້າ​ໃຫ້​ແກ່ການ​ປົກຄອງ​
ທີ່​ດີ ເພີ້​ມຄວາມໂປ່​ງ​ໃສ​ໃນ​ທຸກໆ​ລະດັບ​ ແລະ​ທຸກລະບົບຂອງ​ການ​ປົກຄອງ ​ແລະເສີມ​ຂະຫຍາຍ​ການປົກຄອງ​ດ້ວ​ຍຕົວ​ບົດ​ກົດໝາຍ.”

ຮອງ​ປະທານາທິບໍດີ ທ່ານ Joe Biden (ຊ້າຍ) ​ແລະ ທ່ານ Petro Poroshenko ປ. ຢູ​ເຄຣນ ຈັບ​ມື​ກັນ ຫຼັງ​ຈາກ ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ Kyiv, ນະຄອນຫຼວງ​ຂອງ ຢູ​ເຄຣນ 7 ທັນວາ, 2015.
ຮອງ​ປະທານາທິບໍດີ ທ່ານ Joe Biden (ຊ້າຍ) ​ແລະ ທ່ານ Petro Poroshenko ປ. ຢູ​ເຄຣນ ຈັບ​ມື​ກັນ ຫຼັງ​ຈາກ ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ Kyiv, ນະຄອນຫຼວງ​ຂອງ ຢູ​ເຄຣນ 7 ທັນວາ, 2015.

ທ່ານ Biden ​ເປັນທີ່ຄາດ​ກັນ​ວ່າຈະ​ພົບ​ປະ​ກັບ ປະທານລັດຖະສະພາ ​ໃນ​ວັນ​ອັງຄານ​ມື້​ນີ້
ຫຼັງ​ຈາກ​ທີ່​ໄດ້​ໄປ​ປະກົດ​ຕົວ​ຕໍ່ໜ້າລັດຖະສະພາ​ທັງໝົດ ກ່ອນ​ທີ່​ຈະ​ອອກ​ຈາກ​ຢູ​ເຄຣນ ​ເພື່ອ​ເດີນທາງ​ກັບ​ສະຫະລັດ​ ນັ້ນ.

ທ່ານ Poroshenko ​ໄດ້​ກຳກັບ​ໃນການ​ປ່ອຍ​ພວກ​ນັກ​ໂທດ​ທີ່​ຖືກ​ກ່າວ​ຫາ ​ເກືອບ 4 ພັນ​ຄົນ ນັບ​ຕັ້ງ​ແຕ່​ທ່ານ​ໄດ້​ຂຶ້ນ​ກຳ​ອຳນາດ ​ເດືອນ​ພຶດສະພາ 2014​ ເປັນ​ຕົ້ນ​ມາ. ​ໃນ​ສັບປະດາ​ແລ້ວ​ນີ້ ທ່ານ​ຍັງ​ໄດ້ສະ​ເໜີຄະນະ​ໄອ​ຍະ​ການ​ພິ​ເສດ ທີ່​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຜູ້​ທີ່​ຈະມີໜ້າ​ທີ່​ຮັບ
ຜິດ​ຊອບ ທີ່​ຮວມມີ ການ​ຖອນ​ຮາກ​ຖອນ​ໂຄນການ​ຮັບ​ສິນ​ບົນແລະ​ຈຳກັດ​ຮັດ​ແຄບອຳນາດ
​ທາງ​ການ​ເມືອງ ທີ່​ມີ​ເງົາ​ຂອງ​ນັກທຸລະກິດ​ຜູ້​ມີ​ອຳນາດ​ຄອບ​ງຳ​ຢູ່​ນັ້ນ ຊຶ່ງເບິ່ງ​ກັນ​ວ່າ​ໄດ້​ເປັນ​ບັນຫາ​ຂັດຂວາງ​ການ​ປົກຄອງທີ່​ດີຂອງ​ປະ​ເທດ​ ອະດີດສະຫະພາບ​ໂຊ​ວຽດນັ້ນ.

​ໃນ​ລະຫວ່າງ​ການ​ຖະ​ແຫຼງຂ່າວ​ຮ່ວມກັນໃນ​ວັນ​ຈັນ​ວານ​ນີ້ ທ່ານ Biden ​ຍັງ​ກ່າວ​ວ່າ​ສະຫະລັດ “ຈະ​ຢືນ​ຢັດ​ຢ່າງ​ໝັ້ນຄົງ ຄຽງ​ຂ້າງກັບ​ປະຊາຊົນ​ຢູ​ເຄຣນ” ​ໃນ​ການ​ປະ​ເຊີນ​ກັບ “ການ​ສືບ​ຮຸກ​ຮານ​ທີ່​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ” ​ໂດຍ​ຣັດ​ເຊຍ​ແລະກຸ່ມ​ຫົວ​ແບ່ງ​ແຍກ​ດິນ​ແດນ​ທີ່​ໜຸນ​ຫຼັງໂດຍຣັດ​ເຊຍ ນັ້ນ.

Biden Promises Ukraine Continued Support
please wait

No media source currently available

0:00 0:01:02 0:00

XS
SM
MD
LG