ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Biden ເຈລະຈາຫາລື ກັບ ພວກຜູ້ນຳ ຂອງຈີນ (ວີດີໂອ)


BIDEN CHINA
please wait
Embed

No media source currently available

0:00 0:00:37 0:00

ການຢ້ຽມຢາມຈີນ ຂອງທ່ານ Joe Biden

ຮອງ​ປະທານາທິບໍດີສະຫະລັດ ທ່ານ Joe Biden ​ກໍາລັງຢູ່​ທີ່​
ປະ​ເທດຈີນ ​ເພື່ອ​ທໍາ​ການເຈລະຈາ​ຫາລື ທີ່ຄາດ​ວ່າ​ຈະ​ເພັ່ງ​ເລັງ​
ໃສ່ເຂດ​ປ້ອງ​ກັນ​ທາງ​ອາກາດ​ໃໝ່​ທີ່​ເປັນບັນຫາ​ໂຕ້​ແຍ້​ງຂອງ
​ປັກ​ກິ່ງ​ ຊຶ່ງ​ຮວມທັງ​ໝູ່ເກາະ ທີ່​ທາງ​ຍີ່ປຸ່ນ ກໍ​ໄດ້​ອ້າງ​ເອົາກໍາມະ
ສິດ​ນັ້ນ​ນໍາ.

ທ່ານ Biden ​ໄດ້​ໄປ​ຮອດ​ນະຄອນຫຼວງປັກ​ກິ່ງ​ ໃນວັນ​ພຸດ​ມື້​ນີ້
ບອ່ນທີ່​ທ່ານ​ໄດ້​ໃຫ້ຄຳ​ໝັ້ນ​ສັນຍາ​ວ່າ​ ຈະ​ນໍາ​ເອົາ​ບັນຫາ​ດັ່ງກ່າວ
​ນີ້ ຂຶ້ນມາ​ໂອ້​ລົມ ໃນ​ຂະນະ​ທີ່​ພົບ​ປະ​ກັບ​ປະທານປະ​ເທດ​ຈີນ
ທ່ານ Xi Jinping ​ແລະ​ບັນດາ​ຜູ້​ນໍາ​ຂັ້ນ​ສູງ​ອື່ນໆຂອງ​ຈີນນໍາ.

​ໃນ​ການ​ຢ້ຽມຢາມເປັນ​ເວລານຶ່ງ​ມື້​ຂອງ​ທ່ານ Biden ​ແມ່ນ​ເລີ່​ມຕົ້ນ​ທີ່ສະຖານ​ທູດ​ສະຫະລັດ
​ປະ​ຈໍາ​ກຸງ​ປັກ​ກິ່ງ​ ບ່ອນ​ທີ່ທ່ານ​ໄດ້ຊຸກຍູ້​ໃຫ້ຊາວ​ຈີນກຸ່ມນຶ່ງ ທີ່​ໄປ​ຂໍ​ວີ​ຊ່ານັ້ນ​ວ່າ “​ໃຫ້​ທ້າ​ທາຍ
​ຕໍ່​ລັດຖະບານ.”


ຊຶ່ງ​ທ່ານ​ Biden ກ່າວ​ວ່າ: “ຄວາມຄິດປະດິດ​ສ້າງໃໝ່ໆ ສາມາດ​ມີ​ຂຶ້ນ​ໄດ້ ກໍ​ຕໍ່​ເມື່ອ​
ທ່ານ​ສາມາ​ດຫາຍ​ໃຈ​ເຂົ້າ​ອອກໄດ້ຢ່າງ​ເສລີ ກ້າທ້າ​ທາຍ​ຕໍ່ລັດຖະບານ ທ້າ​ທາຍ
​ຕໍ່ບັນດາ​ນາຍ​ຄູ ​ແລະ ທ້າ​ທາຍ​ຕໍ່​ບັນດາ​ຜູ້​ນໍາ​ທາງ​ສາສະໜາ.” ​ ​


ຫຼັງຈາກ​ການ​ພົບ​ປະ​ໃນ​ເວລາ​ຕໍ່​ມາ ກັບຄູ່​ຕໍາ​ແໜ່​ງຝ່າຍ​ຈີນ ທ່ານ Li Yuanchao ​
ແລ້ວທ່ານ Biden ກ່າ​ວວ່າ ສາຍ​ພົວພັນ​ລະຫວ່າງ​ສະຫະລັດ​ແລະຈີນ ສ່ວນ​ໃຫຍ່​ແມ່ນ
​ສໍາຄັນ ​ແລະ​ສະ​ລັບ​ສັບ​ຊ້ອນ ຊຶ່ງ​ມີ​ຄວາມ​ຈໍາ​ເປັນ​ໃນ​ການຮັກສາບໍາລຸງ ໂດຍ​ການ​
ພົວພັນລະດັບ ສູງ.

ການ​ຢ້ຽມຢາມ​ຄັ້ງ​ນີ້ ມີ​ຂຶ້ນນຶ່ງ​ມື້ ຫຼັງ​ຈາກ​ທ່ານໄດ້​ຢ້ຽມຢາມຍີ່​ຢຸ່ນ ພັນ​ທະມິດຂອງ​ສະຫະລັດ
ບ່ອນ​ທີ່​ທ່ານ​ໄດ້​ກ່າວເຖິງ​ຄວາມ​ເປັນ​ຫ່ວງ​ເປັນໃຍຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບເຂດປ້ອງ​ກັນ​ທາງ
ອາກາດ​ໃໝ່​ຂອງ​ຈີນ ​ໃນ​ເຂດ​ທະ​ເລ​ຈີນ​ຕາ​ເວັນ​ອອກ​ນັ້ນ.

ຫຼັງ​ຈາກ​ທີ່​ໄດ້​ພົບ​ປະ​ກັບ​ນາຍົກລັດຖະມົນຕີຍີ່ປຸ່ນທ່ານ Shinzo Abe ​ແລ້ວ ທ່ານ Biden
​ໄດ້​ເ​ເນະນໍາ​ວ່າ ​ໃຫ້ຈັດຕັ້ງມາດ​ຕະການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຊຶ່ງ​ກັນ​ແລະ​ກັນຮວມ
ທັງ ຊ່ອງ​ທາງ​ໃນ​ການ​ສື່ສານ​ສຸກ​ເສີນ ​ເພື່ອ​ຊ່ອຍ​ຫຼຸດຜ່ອນຄວາມ​ຕຶງ​ຄຽດ​ລົງ.

Biden Tasked With Reassuring Allies Against China's Territorial Claims
please wait

No media source currently available

0:00 0:02:45 0:00
ລິງໂດຍກົງ
XS
SM
MD
LG