ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Biden ກ່າວ​ວ່າ ການ​ສັງຫານໝູ່ ​ໃນ​ເມືອງ Orlando ແມ່ນ​ແຈ້ງ​ຂາວຕື່ມ​ຂຶ້ນ ​ແລະກົງ​ໄປ​ໜ້າ


ທ້າວ Jean Dasilva ນັ່ງຢູ່ຂ້າງບ່ອນໄວ້ອາໄລແກ່ບັນດາຜູ້ ເຄາະຮ້າຍ ໃນວັນອາທິດທີ່ຜ່ານມາ ຂອງການສັງຫານໝູ່ ທີ່ເມືອງ Orlando ລັດ Florida.
ທ້າວ Jean Dasilva ນັ່ງຢູ່ຂ້າງບ່ອນໄວ້ອາໄລແກ່ບັນດາຜູ້ ເຄາະຮ້າຍ ໃນວັນອາທິດທີ່ຜ່ານມາ ຂອງການສັງຫານໝູ່ ທີ່ເມືອງ Orlando ລັດ Florida.

ຮອງ​ປະທານາທິບໍດີ​ສະຫະລັດ ທ່ານ Joe Biden ກ່າວ​ວ່າ ການ​ສັງຫານໝູ່​ໃນ​ເມືອງ Orlando ລັດ Florida “​ໄດ້​ກາຍ​ມ​າ​ເປັນ​ທີ່​ແຈ້ງ​ຂາວຕື່ມ​ຂຶ້ນ ​ແລະຊື່​ຕົງ​ໄປ​ໜ້າ” ​ໃນ​ຂະນະ
​ທີ່​ບັນດາ​ຜູ້​ສືບ​ສວນ​ພະຍາຍາມ​ພິຈາລະນາ​ເຖິງ​ສາ​ເຫດຢູ່ເບື້ອງ​ຫລັງ​ຂອງ​ການ​ໂຈມ​ຕີ ທີ່ ເຮັດ​ໃຫ້ 49 ຄົນ​ເສຍ​ຊີວິດ ​ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ 53 ຄົນ.

ທ່ານ Biden ບໍ່​ໄດ້​ບັນ​ລະ​ຍາຍເພີ້ມຕື່ມ ໃນ​ວັນ​ອັງຄານ​ວານ​ນີ້ ​ແຕ່​ໄດ້​ກ່າວ​ວ່າ ​ໃນ​ສອງ​ສາມມື້ຕໍ່ໜ້າ​ນີ້ ປະທານາທິບໍດີ Barack Obama ຈະ​ກ່າວ​ເພີ້​ມ​ເຕີມ. ປະທານ​າທິບໍດີ Obama ມີ​ກຳນົດ​ໄປ​ຢ້ຽ​ມຢາມ​ເມືອງ Orlando ​ໃນ​ວັນ​ພະຫັດ​ມື້​ອຶ່ນນີ້.

Muslims Across US Say Violent Extremists Do Not Represent Islam
please wait

No media source currently available

0:00 0:02:51 0:00

ປະ​ທາ​ນາ​ທິບໍດີ ໃນ​ຄຳ​ເວົ້າ​ຂອງທ່ານ​ເອງ ​ໃນ​ວັນ​ອັງຄານ​ວານນີ້ ກ່າວ​ວ່າ ການ​ຍິງສັງຫານ​ນີ້ ​ແມ່ນ​ໄດ້​ກະທຳ​ໂດຍ “ຊາຍ​ໜຸ່ມ​ທີ່​ມີ​ຄວາມ​ໂກດ​ແຄ້ນ ​ຈິດ​ໃຈ​ລົບ​ກວນ ແລະບໍ່​ມີ​ຄວາມ​ໝັ້ນຄົງ ທີ່​ໄດ້​ກາຍມາ​ເປັນ​ຫົວ​ຮຸນ​ແຮງ.” ທ່ານ​ກ່າວ​ວ່າບໍ່ໄດ້ມີ​ການ​ບອກ​ເຖິງກຸ່ມ​ກໍ່​ການ​ຮ່້າຍ​ຕ່າງປະ​ເທດ​ໃດໆ​ທີ່​ໃຫ້​ຄຳ​ແນະ​ນຳ ​ແກ່ທ້າວ Omar Mateen ອາຍຸ 29 ປີ ​ໃນ​ການ​ໂຈມ​ຕີ​ຂອງ​ລາວ​ຢູ່​ບາ​ກະ​ເທີຍ.

ທ່ານ Obama ກ່າວ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່​ຕຳຫລວດ “​ໄດ້​ກະທຳ​ທຸກ​ຢ່າງ​ເພື່ອ​ຢຸດ​ການ ໂຈມ ຕີ​ດັ່ງກ່າວ” ​ແຕ່ວ່າ “​ສຸຂຸມ” ​ຍ້ອນ​ຄວາມຍາກ​ລຳ​ບາກ ​ໃນ​ຄວາມ​ພະຍາຍາມ ທີ່ຈະ ຮູ້ລ່ວງ​ໜ້າຈາກ “ບັນດາ​ຜູ້​ກະ​ທໍາ​ການ​ຢ່າງໂດດດ່ຽວ”​ ​ໄດ້.

ລັດຖະມົນຕີຮັກສາ​ຄວາ​ມປອດ​ໄພ​ພາຍໃນ ທ່ານ Jeh Johnson ກ່າວ​ວ່າ​ບັນດາ​ເຈົ້າໜ້າ​ທີ່​ຍັງ​ສືບ​ຕໍ່​ເກັບ​ກຳ​ເອົາ​ຂໍ້​ມູນກ່ຽວ​ກັບ​ຊີວິດ​ຂອງທ້າວ Mateen ​ແລະ​ຮຽກຮ້ອງໃຫ້ອອກ​ກົດໝາຍ​ຄວບ​ຄຸມ​ປືນທີ່ "ມີ​ຄວາມ​ໝາຍ ມີຄວາມ​ຮັບ ຜິດຊອບ”.

ທ່ານ Johnson ກ່າວຕໍ່ລາຍການ This Morning ຂອງໂທລະພາບ CBS ວ່າ “ມັນແມ່ນສິ່ງທີ່ ຂ້າພະເຈົ້າຄິດວ່າ ສາທາລະນະຊົນອາເມຣິກັນ ແລະລັດຖະສະ ພາຕ້ອງ ປະເຊີນໜ້າ ແລະຕ້ອງໄດ້​ແກ້​ໄຂ.”

ບັນດາລູກຄ້າທີ່ບາ Pulse ກ່າວວ່າ ເຂົາເຈົ້າໄດ້ເຫັນທ້າວ Mateen ຢູ່ທີ່ນັ້ນ ເລື້ອຍໆ ໃນ ຫລາຍປີທີ່ຜ່ານມາ. ພວກຄົນອຶ່ນໆກ່າວວ່າ ເຂົາເຈົ້າໄດ້ປະ ເຊີນໜ້າ ”ກັບ ທ້າວ Mateen ແຕ່ງງານສອງຄັ້ງ ຢ່າຮ້າງນຶ່ງເທື່ອ ແລະມີ ລູກຊາຍ ນ້ອຍອາຍຸສາມປີ ຢູ່ໃນຕາໜ່າງການ ໂອ້ລົມກະເທີຍທີ່​ໃຊ້ app ຊື່ວ່າ “Jack’d.”

Congressional Vigil Held for Orlando Shooting Victims
please wait

No media source currently available

0:00 0:01:03 0:00

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG