ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Biden ວ່າ ຊົນຊັ້ນກາງ ຍັງບໍ່ຮູ້ສຶກ ໃນການຟື້ນໂຕ ຂອງ ເສດຖະກິດ (ວີດີໂອ)


ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden
ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden

ຮອງປະທານາທິບໍດີສະຫະລັດທ່ານ Joe Biden ກ່າວວ່າ ມີການ
ສ້າງວຽກເຮັດງານທຳ 54 ອາທິດລຽນຕິດ ຊຶ່ງເປັນການເຕີບໃຫຍ່
ຂະຫຍາຍໂຕໃນການສ້າງວຽກງານແບບທີ່ບໍ່ມີການລົບກວນຢ່າງ
ຕໍ່ເນື່ອງທີ່ດົນທີ່ສຸດ ໃນປະຫວັດສາດຂອງສະຫະລັດ.

ໃນຄຳປາໄສປະຈຳສັບປະດາຂອງທຳນຽບຂາວ weekly White
House address
ມື້ນີ້ ທ່ານ Biden ເວົ້າວ່າ ການເຕີບໂຕ ຂອງ
ວຽກເຮັດງານທຳແມ່ນເປັນຂ່າວດີແຕ່ພວກຊົນຊັ້ນກາງຊາວອາເມ ຣິກັນໃນຈຳນວນຫຼວງຫຼາຍ ຍັງບໍ່ມີຄວາມຮູ້ສຶກ ກ່ຽວກັບຜົນຂອງ
ການຟື້ນໂຕຄືນຂອງເສດຖະກິດ.

ທ່ານ Biden ເວົ້າວ່າ ນັບແຕ່ປີ 2000 ເປັນຕົ້ນມາ ຍອດຜະລິດຮວມພາຍໃນໄດ້ ເພີ້ມຂຶ້ນ
24 ເປີເຊັນ ແລະຄວາມສາມາດ ໃນການຜະລິດ ໄດ້ເພີ້ມຂຶ້ນ 30 ເປີເຊັນ. ແຕ່ແນວໃດກໍ ຕາມ ຮອງປະທານາທິບໍດີສະຫະລັດ ເວົ້າວ່າ ເງິນເດືອນຂອງພວກຊົນຊັ້ນກາງ ໃນໄລຍະ ດຽວກັນນັ້ນ ເພີ້ມຂຶ້ນແຕ່ພຽງ 14 ເຊັນເທົ່ານັ້ນ.

ທ່ານເວົ້າວ່າ ມັນເຖິງເວລາແລ້ວທີ່ຈະຕ້ອງນຳເອົາພວກຊົນຊັ້ນກາງເຂົ້າມາຮ່ວມ ເພື່ອວ່າ ພວກເຂົາເຈົ້າຈະໄດ້ຮັບຜົນປະໂຫຍດ ຈາກການເຕີບຂອງເສດຖະກິດ ທີ່ພວກເຂົາເຈົ້າ ຊ່ອຍສ້າງຕັ້ງຂຶ້ນມາ. ຮອງປະທານາທິບໍດີສະຫະລັດຮຽກຮ້ອງໃຫ້ມີການປ່ຽນແປງກ່ຽວກັບ ລະບຽບການເກັບພາສີ ແລະອຸດຕັນຊ່ອງຫວ່າງ ໃນດ້ານພາສີ ເພື່ອຊ່ອຍຫຼດຜ່ອນການ ຂາດດຸນງົບປະມານຂອງລັດຖະບານ.

ໃນຄຳປາໄສຂອງພັກຣີພັບບລີກັນນັ້ນ ຜູ້ສະໝັກເປັນສະມາຊິກສະພາສູງຢູ່ລັດ ອາລັສກ້າ ທ່ານ Dan Sullivan ກ່າວວ່າ ລັດຖະບານກາງແມ່ນເປັນອຸບປະສັກ ຕໍ່ຄວາມກ້າວໜ້າ ຢູ່ ໃນລັດຂອງທ່ານ ແລະເວົ້າວ່າ ນັ້ນຄືບັນຫາຂອງປະເທດນຳດ້ວຍ.

ເບິ່ງວີດີໂອກ່ຽວກັບເສດຖະກິດ:

US Economy Adds Fewer Jobs Than Expected, Unemployment Falls to 6.1 Percent
please wait

No media source currently available

0:00 0:01:58 0:00

XS
SM
MD
LG