ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Biden ກ່າວຄຳປາໄສ ປະຈຳສັບປະດາ ແທນ ປ. ໂອບາມາ


ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden.
ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden.

ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden ກ່າວວ່າ ເກືອບ
7 ລ້ານຄົນ ໄດ້ຈົດຊື່ເຂົ້າຮ່ວມ ການຮັກສາສຸຂະພາບ ໃນປີກາຍນີ້
ພາຍໃຕ້ກົດໝາຍການຮັກສາສຸຂະພາບລາຄາຖືກທີ່ຮູ້ກັນໃນນາມ
Obamacare ນັ້ນ.

ທ່ານ Biden ກ່າວຄຳປາໄສ ປະຈຳສັບປະດາ ຈາກທຳນຽບຂາວ
ແທນປະທານາທິບໍດີບາຣັກ ໂອບາມາ ທີ່ກຳລັງພັກຜ່ອນ ຢູ່ທີ່ລັດ
ຮາວາຍ.

ຮອງປະທານາທິບໍດີສະຫະລັດກ່າວວ່າ ຄ່າປະກັນໄພໃນການຮັກ
ສາສຸຂະພາບລາຄາຖືກ ແມ່ນເກືອບເທົ່າໆກັນ ກັບຄ່າໂທລະສັບ
ມືຖື ຫລືໂທລະພາບເຄເບີລ.

ທ່ານ Biden ເວົ້າວ່າ “ພວກເຮົາໃນທີ່ສຸດ ກໍສິ້ນສຸດການອະພິປາຍ ຢູ່ໃນປະເທດນີ້ ກ່ຽວກັບ ວ່າ ປະກັນໄພສຸຂະພາບແມ່ນສິດທິ ຫລືວ່າສິດພິເສດກັນແທ້.”

ທ່ານໄດ້ແນະນຳ ໃຫ້ຊາວອາເມຣິກັນ ເຂົ້າໄປຍັງເວັບໄຊທ໌ healthcare.gov ເພື່ອຫາຄຳ ຕອບຕໍ່ຄຳຖາມຕ່າງໆ ຫລືຄວາມວິຕົກກັງວົນ ກ່ຽວກັບການໄດ້ຮັບປະກັນໄພສຸຂະພາບ.

XS
SM
MD
LG