ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ Biden ພົບປະກັບ ນາຍົກອີຣັກ ຂະນະທີ່ ມີລາຍງານ ການສັງຫານ ຊົນເຜົ່າ Yazidi


ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden
ຮອງປະທານາທິບໍດີສະຫະລັດ ທ່ານ Joe Biden

ທ່ານ Joe Biden ຮອງ​ປະທານາທິບໍດີ​ສະຫະລັດ ​ໄດ້​ໂອ້​ລົມ
ສົນທະນາ​ກັນ​ກັບ​ນາຍົກລັດຖະມົນຕີ Haider al-Abadi ​ແຫ່ງ​
ອີຣັກ ​ໃນ​ວັນ​ເສົາ​ວານ​ນີ້ ​ໂດຍ​ໃຫ້​ຄຳ​ໝັ້ນ​ໝາຍຂອງ​ສະຫະລັດ​
ອີກ​ຄັ້ງ​ໃໝ່ຕໍ່​ອີຣັກທີ່​ເປັນ​ປະ​ເທດ​ປະຊາທິປະ​ໄຕແລະ​ການ​ຊ່ອຍ ​
ເຫຼືອ​ຂອງ​ສະຫະລັດ ​ໃນ​ການເອົາຊະນະຕໍ່ພວກ​ກໍ່​ການ​ຮ້າຍ​ລັດ
​ອິສລາມ​ໃນ​ອີຣັກ ​ແລະ​ໃນ​ຊີ​ເຣຍ ​ນັ້ນ.

ທຳນຽບຂາວ ກ່າວ​ວ່າ ທ່ານ Biden ຍັງ​ໄດ້​ສະ​ແດງ​ຄວາມໂສກ
​ເສົ້າ​ເສຍ​ໃຈ​ນຳ​ພວກ​ທີ່​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ​ການ​ໂຈມ​ຕີ​ຂອງ​
ພວກ​ກໍ່​ການ​ຮ້າຍ​ຕໍ່​ພວກ​ພົນລະ​ເຮືອນ​ໃນ​ແບກ​ແດັດ ຮວມທັງ​
ພວກ​ປະຊາຊົນ​ຢ່າງ​ໜ້ອຍ 17 ຄົນ​ທີ່ແຈ້ງ​ໃຫ້​ຊາບ​ວ່າ ​ໄດ້​ເສຍ​
ຊີວິດ​ໄປ​ໃນ​ວັນ​ເສົາ​ວານ​ນີ້ ໃນ​ເຫດລະ​ເບີດ​ແຕກ​ຂຶ້ນ​ສອງ​ບັ້ນ​ ໃນ​ນະຄອນຫຼວງ​ນັ້ນ.

ການ​ໂອ້​ລົມ​ສົນທະນາ​ກັນ​ດັ່ງກ່າວ ມີ​ຂຶ້ນໃນ​ຂະນະທີ່ອົງການຂ່າວຂອງ ຊາວ Kurds ອ້າງ​ແຫຼ່ງຂ່າວ​ຊົນ​ເຜົ່າ Yazidi ທີ່ກ່າວ​ວ່າ​ພວກ​ກໍ່​ການ​ຮ້າຍ​ລັດ​ອິສລາມ ​ໄດ້​ສັງຫານ​ພວກ​ຄົນ​ໂທດ Yazidi ຈຳນວນ​ຫຼາຍກວ່າ 300 ຄົນ ທີ່​ຄ້າຍ​ແຫ່ງ​ໜຶ່ງ​ທາງ​ພາກ​ຕາ​ເວັນ​ຕົກ​ເມືອງ Mosul ​ໃນວັນ​ສຸກ​ຜ່ານ​ມາ​ນີ້. ຖະ​ແຫຼ​ງການ​ສະບັບ​ໜຶ່ງ​ຈາກ​ພັກ​ກ້າວໜ້າ Yazidi ທີ່ໄດ້
ອ້າງ​ໂດຍ​ອົງການ​ຂ່າວ Shafaq News ໄດ້​ປະນາມ​ການ​ສັງຫານນີ້​ວ່າ ​ເປັນ “ການກໍ່​
ອາ​ຊະ​ຍາ​ກຳ​ທີ່​ໂຫດ​ຫ້ຽມທີ່​ສຸດ.”

​ໄດ້​ມີ​ການ​ອ້າງ​ຄຳ​ເວົ້າ​ຂອງ​ທ່ານ Mahma Khalil ສະມາຊິກ​ສະພາ​ນິຕິບັນຍັດ Yazidi ວ່າ ພວກ​ທີ່​ເສຍ​ຊີວິດ​ນັ້ນ ​ແມ່ນ​ຮວມທັງ​ພວກ​ຜູ້​ຊາຍ ​ແມ່ຍິງ​ແລະ​ພວກ​ສູງ​ອາຍຸ​. ທ່ານ​ຍັງ​ກ່າວ​ຕື່ມ​ວ່າ ທ່ານ​ເຊື່ອ​ວ່າ ພວກ Yazidi ອື່ນໆ​ອີກ​ປະມານ 1400 ຄົນ​ຍັງ​ຖືກ​ກັກ​ຂັງ​ຢູ່​ໃນ​ຄຸກທີ່​ເມືອງ Tal Afar ນັ້ນ.

​ໃນ​ຂະນະ​ດຽວ​ກັນ ກຳລັງ​ປະສົມ​ພາຍ​ໃຕ້​ການ​ນຳພາ​ຂອງ​ສະຫະລັດ ກ່າວ​ວ່າ ​ກຳລັງ​ທະ
ຫານ​ຍັງ​ສືບ​ຕໍ່​ທຳ​ການ​ໂຈມ​ຕີ​ສະຖານ​ທີ່​ແຫ່ງ​ຕ່າງໆ​ຂອງ​ກຸ່ມ​ລັດ​ອິສລາມ ​ໃນ​ອີຣັກ ​ແລະ​ໃນ​ຊີ​ເຣຍ ​ໃນ​ວັນ​ເສົາ​ວານ​ນີ້ ຮວມທັງ​ການ​ໂຈມ​ຕີ​ທາງ​ອາກາດ 17 ຄັ້ງ​ ໃນ​ຊີ​ເຣຍ ​ແລະ​ເປົ້າ
ໝາຍ ​ຕື່ມ​ອີກ 7 ​ແຫ່ງ​ໃນ​ອີຣັກນັ້ນ.

XS
SM
MD
LG