ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ພິທີ​ສະຫລອງ ​ລະນຶກເຖິງ​ ວັນ​ຄົບຮອບ 25 ປີ ໃນການ ພັງລົງ ຂອງກຳແພງເບີລິນ


ວັນ​ອາທິດ​ມື້​ນີ້ ​ເປັນຂີດ​ໝາຍ ຄົບຮອບ 25 ປີ ຂອງ​ການ​ພັງ​ລົງ
​ກຳ​ແພງເບີ​ລີ​ນ ຫຼື Berlin Wall ​ແລະ ບັນດາຜູ້ນຳ​ຂອງ​ໂລກ ທັງ
​ໃນ​ປັດຈຸບັນ ແລະ ອະດີດ ​ໄດ້​ເຂົ້າຮ່ວມ​ການສະເຫລີມສະຫຼອງ
ຂີດ​ໝາຍ ດັ່ງກ່າວນີ້ ​ດ້ວຍການເຕືອນ ​ກ່ຽວກັບການສືບຕໍ່​ແບ່ງ
​ແຍກ ​ໃນ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ ທີ່​ສຳຄັນໆ ຂອງໂລກ.

ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້​ອອກ
​ຖະ​ແຫຼ​ງການສະບັບ​ນຶ່ງກ່າວ​ວ່າ ການເຄື່ອນໄຫວຂອງຣັດ​ເຊຍ
ຕໍ່ຢູ​ເຄຣນ ​ແມ່ນ​ເປັນສິ່ງຊ່ວຍເຕືອນ​ ຄວາມຊົງຈຳວ່າ ຍັງ​ມີ “ວຽກ​
ງານຫຼາຍຢ່າງທີ່​ຈະ​ຕ້ອງໄດ້ທຳ​”
ເພື່ອໃຫ້ຢູ​ໂຣບ ​ເປັນ “ປຶກ​
ແຜ່ນ ມີ​ອິດ​ສະຫລະເສລີ ​ແລະ ມີ​ສັນຕິພາບ.”

ກຳແພງເບີລິນ ​ໄດ້​ແບ່ງ​ນະຄອນຫຼວງ​ຂອງເຢຍຣະມັນ ​ແລະ ກາຍ​ມາ​ເປັນ​ຂີດ​ກຳນົດ​ຂອງ​ສົງຄາມ​ເຢັນ ທີ່​ເປັນ​ຜົນເຮັດ​ໃຫ້​ສະຫະລັດແລະບັນ ດາ​ພັນທະ​ມິດຂອງ​ຕົນ ຕໍ່ຕ້ານກັບ​ສະຫະພາບ​ໂຊ​ຫວຽດ ຫຼັງຈາກ​ສົງຄາມ​ໂລກ​ຄັ້ງທີ 2 ນັ້ນ.

BERLIN WALL ANNIVERSARY VO
please wait

No media source currently available

0:00 0:00:29 0:00

ອະດີດ​ຜູ້ນຳ​ໂຊ​ຫວຽດ ທ່ານ Mikhail Gorbachev ກ່າວ​ໃນ​ວັນເສົາ​ວານນີ້ວ່າ ​ໂລກແມ່ນ
ພວມກ້າວເຂົ້າສູ່ “ສົງຄາມ​ເຢັນ​ໃໝ່” ​ ແລະບາງຄົນ ກ່າວ​ວ່າ​ ມັນ​ໄດ້​ເລີ້ມ​ຂຶ້ນ​ແລ້ວ.

ຢູ່​ທີ່​ພິທີ​ສະຫລອງ​ລະນຶກເຖິງ​ວັນ​ຄົບຮອບໃນການພັງລົງຂອງກຳແພງ ເບີລິນນັ້ນ ທ່ານ Gorbachev ກ່າວ​ວ່າ “​ການ​ນອງເລືອດ​ ​ໃນ​ຢູ​ໂຣບ ​ແລະ ຕາ​ເວັນ​ອອກ​ກາງ ຊຶ່ງ
ເປັນ​ການ​ສະທ້ອນ​ໃຫ້​ເຫັນ​ ເຖິງການ​ແຕກຫັກລົງ ໃນການສົນທະນາຫາລື
ລະຫວ່າງ ບັນດາ​ປະ​ເທດ​ມະຫາ​ອຳນາດ​ ທີ່​ສຳຄັນໆນັ້ນ ແມ່ນໜ້າເປັນ​ຫ່ວງ
ເປັນ​ໃຍຢ່າງໃຫຍ່​ຫລວງ.”

As Berlin Celebrates, Some Debate Nostalgia for East Germany
please wait

No media source currently available

0:00 0:03:15 0:00

XS
SM
MD
LG