ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນັກທຸລະກິດພັດຖິ່ນ ທີ່ມີອິດທິພົນ ຊາວຣັດເຊຍ ເສຍຊີວິດ ຢູ່ອັງກິດ (ວີດິໂອ)


ທ່ານ Boris Berezovsky ນັກທຸລະກິດພັດຖິ່ນ ທີ່ລໍ້າລວຍ ແລະມີອິດທິພົນ ທີ່ມັກຕິຕຽນລັດຖະບານແກຣມລິນ ເສຍຊີວິດ ໃນວັນເສົາວານນີ້ ຢູ່ທີ່ໃນເມືອງ Ascot ຊຶ່ງຕັ້ງຢູ່ 40 ກິໂລແມັດ
ຫ່າງ ຈາກນະຄອນຫຼວງລອນດອນ.
ທ່ານ Boris Berezovsky ນັກທຸລະກິດພັດຖິ່ນ ທີ່ລໍ້າລວຍ ແລະມີອິດທິພົນ ທີ່ມັກຕິຕຽນລັດຖະບານແກຣມລິນ ເສຍຊີວິດ ໃນວັນເສົາວານນີ້ ຢູ່ທີ່ໃນເມືອງ Ascot ຊຶ່ງຕັ້ງຢູ່ 40 ກິໂລແມັດ ຫ່າງ ຈາກນະຄອນຫຼວງລອນດອນ.
ຕໍາຫລວດອັງກິດເວົ້າວ່າ ເຂົາເຈົ້າກໍາລັງທໍາການສືບສວນ
ການຕາຍຂອງທ່ານ Boris Berezovsky ນັກທຸລະກິດພັດ
ຖິ່ນ ທີ່ລໍ້າລວຍແລະມີອິດທິພົນຊາວຣັດເຊຍ ທີ່ມັກຕິຕຽນ
ລັດຖະບານວັງແກຣມລິນ. ນັກທຸລະກິດ ອາຍຸ 67 ປີ ຖືກພົບ ເຫັນໃນສະພາບເສຍຊີວິດແລ້ວ ໃນວັນເສົາວານນີ້ ຢູ່ທີ່
ເຮືອນຫລັງນຶ່ງ ໃນເມືອງ Ascot ຊຶ່ງຕັ້ງຢູ່ 40 ກິໂລແມັດ
ຫ່າງ ຈາກນະຄອນລອນດອນໄປທາງພາກຕາເວັນຕົກ.

ຕໍາຫລວດໄດ້ອອກຖະແຫລງການເວົ້າວ່າ ປັດຈຸບັນນີ້ ທາງ
ການກໍາລັງຖືວ່າ ການເສຍຊີວິດຂອງທ່ານ ຍັງບໍ່ສາມາດອະ
ທິບາຍໄດ້ ແລະວ່າການສອບສວນຢ່າງຮອບດ້ານ ກໍາລັງດໍາ
ເນີນໄປຢູ່.

ທ່ານ Berezovsky ໄດ້ດໍາລົງຊີວິດຢູ່ອັງກິດ ນັບແຕ່ປີ 2000 ເປັນຕົ້ນມາ ລຸນຫລັງທີ່
ໄດ້ມີການຜິດຖຽງຄັດຄໍກັນກັບປະທານາທິບໍດີຣັດເຊຍ ທ່ານ Vladimir Putin.

ຣັດເຊຍເຄີຍໄດ້ຮຽກຮ້ອງໃຫ້ສົ່ງຕົວທ່ານກັບໄປຣັດເຊຍ ໃນຂໍ້ຫາສໍ້ໂກງ ແຕ່ລັດຖະບານ
ອັງກິດປະຕິເສດ ແລະອະນຸຍາດໃຫ້ຜູ້ກ່ຽວລີ້ໄພທາງການເມືອງ.

ເບິ່ງວີດິໂອກ່ຽວຂ້ອງກັບເລື້ອງນີ້:

BEREZOVSKY - DEATH
please wait
Embed

No media source currently available

0:00 0:02:13 0:00
XS
SM
MD
LG