ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມີຜູ້ເສຍຊີວິດ ເພີ້ມຂຶ້ນເປັນ 43 ຄົນ ໃນການປະທະກັນ ທີ່ ເມືອງ Benghazi (ວີດີໂອ)


ນັກລົບຄົນນຶ່ງ ຂອງກຸ່ມອິສລາມຫົວຮຸນແຮງ ຢືນຍາມທາງເຂົ້າ ຄ້າຍກຸມພາ 17 ຫລັງຈາກໄດ້ເກີດການປະທະກັນ ທີ່ເມືອງ Benghazi (16 ພຶດສະພາ 2014)
ນັກລົບຄົນນຶ່ງ ຂອງກຸ່ມອິສລາມຫົວຮຸນແຮງ ຢືນຍາມທາງເຂົ້າ ຄ້າຍກຸມພາ 17 ຫລັງຈາກໄດ້ເກີດການປະທະກັນ ທີ່ເມືອງ Benghazi (16 ພຶດສະພາ 2014)
ກະຊວງ​ສາທາລະນະ​ສຸກ​ຂອງ​ລີ​ເບຍ ກ່າວ​ວ່າ ຈຳນວນ​ຂອງ​ຜູ້
​ຄົນ​ເສຍ​ຊີວິດ ​ຈາກ​ປະ​ທະ​ກັນ​ຫຼາຍ​ບັ້ນ ​ໃນ​ວັນ​ສຸກ​ຜ່ານ​ມາ​ໃນ
​ເມືອງ Benghazi ​ໃນ​ພາກ​ຕ​າເວັນ​ອອກ ​ຂອງ​ລີ​ເບຍ ​ໄດ້​ເພີ້​ມ
ຂຶ້ນ​ເປັນ 43 ຄົນ ​ແລະ​ມີ​ຜູ້​ບາດ​ເຈັບ​ຫຼາຍ​ກວ່າ 130 ຄົນ.

ພວກ​ທະຫານ​ລີ​ເບ​ຍ ທີ່​ຈົງ​ຮັກ​ພັກດີ ​ຕໍ່​ນາຍ​ພົນ ​ທີ່​ທຸດຈະລິດ
Khalifa Haftar ​ໄດ້​ທຳ​ການ​ໂຈມ​ຕີ​ພວກ​ນັກ​ຕໍ່ສູ້​ຫົວ​ຮຸນ​ແຮງ​
ອິສລາມ ໃນ​ການ​ບຸກ​ທາງ​ທະຫານ ​ທີ່​ໄດ້​ເລີ້ມ​ຂຶ້ນ ​ໂດຍ​ບໍ່​ໄດ້​
ຮັບ​ການ​ເຫັນ​ດີ​ເຫັນ​ພ້ອມ​ນຳ​ຈາກ​ລັດຖະບານ.

​ເມືອງ Benghazi ​ໄດ້​ຢູ່​ໃນ​ສະພາບ​ງຽບ​ສະຫງົບ ​ໃນ​ວັນ​ເສົາ​
ວານ​ນີ້ຫຼັງຈາກມີການໂຈມ​ຕີ​ ທັງທາງບົກ​ແລະ​ທາງ​ອາກາດ ​ແຕ່​ສະໜາມ​ບິນ​ຍັງປິດ​ຢູ່.

ລັດຖະບານ​ໄດ້​ປະນາມ ​ການ​ອອກ​ປະຕິບັດ​ງານ​ດັ່ງກ່າວ ຊຶ່ງ​ຫົວໜ້າ​ເສນາ​ທິການກອງທັບ ທ່ານ Abdessalem Jadallah ກຳລັງ​ປະຕິ​ເສດ​ວ່າ ກອງທັບ​ບໍ່ມີສ່ວນ​ພົວພັນ​ໃດໆ​ໃນ​ການ​
ສູ້​ລົບ​ກັນ​ນີ້.

ພັນ​ເອກ Mohamed al-Hijazi ຊຶ່ງ​ເປັນ​ຜູ້​ນຶ່ງ ​ໃນ​ບັນດາ​ພວກ​ທີ່​ສະໜັບສະໜຸນ​ ນາຍພົນ Haftar ​ໃນ​ຂະນະ​ດຽວ​ກັນກ່າວ​ວ່າ ການ​ອອກ​ປະຕິບັດ​ງານ​ທາງ​ທະຫານແມ່ນ​ເພື່ອ “ປ້ອງ
​ກັນ​ປະ​ເທດ​ຊາດ​ ຕໍ່ຕ້ານກັບ​ພວກ​ທະຫານ​ບ້ານ​ອີສລາມ​ຫົວ​ຮຸນ​ແຮງ​ຈັດ​.”
LIBYA VIOLENCE VOSOT
please wait
Embed

No media source currently available

0:00 0:00:30 0:00

Libya's Health Ministry says the death toll from clashes Friday in the eastern city of Benghazi has risen to 43, with more than 130 people wounded.

Libyan troops loyal to rogue general Khalifa Haftar attacked Islamist militants in a military offensive launched without government approval.

The city was calm Saturday after the ground and air attacks, but the airport remained closed.

The government condemned the operation, with army chief of staff Abdessalem Jadallah denying any army involvement in the fighting.

Colonel Mohamed al-Hijazi, one of General Haftar's supporters, meanwhile, said the operation was "defending the nation against extremist Islamist militias."

Benghazi -- Libya's second-largest city -- was the starting point of the uprising that overthrew longtime leader Moammar Gadhafi in 2011. Since then, the country has seen militias grow in number and power, stirring violence, chaos and insecurity.

Benghazi was also the site of the September 11, 2012 attack that killed U.S. Ambassador to Libya Chris Stevens and three other Americans.
XS
SM
MD
LG