ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພະສັນຕະປາປາ ຊົງກ່າວອໍາລາ ຕໍ່ບັນດາພະ Cardinals (ສະໄລດ໌)


ພະສັນຕະປາປາ Pope Benedick ຂະນະຊົງກ່າວອໍາລາ ພະ Cardinals
ພະສັນຕະປາປາ Pope Benedick ຂະນະຊົງກ່າວອໍາລາ ພະ Cardinals
ພະ​ສັນຕະປາປາ Benedict ທີ່ກໍາລັງຈະພົ້ນຈາກ​ຕຳ​ແໜ່​ງ ​ໄດ້ພົບ​ປະ​ກັບບັນ​ດາພະລາ ຊາ​ຄະນະ ຫລື cardinals ທີ່​ຈະ​ເລືອກ​ເອົາ​ພະ​ສັນຕະ ປາປາ ຫລື Pope ອົງໃໝ່​ນັ້ນ ​ໃນ​ວັນ​ພະຫັດ​ມື້​ນີ້ ກ່ອນ​ຈະ​ຂຶ້ນເຮ​ລິ​ຄອບ​ເຕີ ​ໄປ​ຍັງ​ສະຖານພັກຜ່ອນຂອງ​ສັນຕະປາປາ ​ຢູ່ທາງ​ທິດ​ໃຕ້​ຂອງກຸງໂຣມ ປະ​ເທດ​ອິຕາ​ລີ​ ຊຶ່ງ​ເປັນ​ບ່ອນ​ທີ່​ພະ​ອົງ​ຈະຊົງ​ສິ້ນ​ສຸດການເປັນຜູ້ນຳ​ສາ​ສະໜາຄາ​ໂຕ​ລິກ​ໂຣມັນ ຢ່າງ​ເປັນ​ທາງ​ການ​ນັ້ນ.

​ໃນ​ຄໍາ​ຖະ​ແຫລ​ງຕໍ່​ພວກພະ​ລາຊາ​ຄະນະທີ່​ຖ່າຍ​ທອດ​ອອກ​ທາງ​ໂທລະພາບ​ຂອງສໍານັກ​ ວາ​ຕິ​ກັນ​ນັ້ນ ພະ​ສັນຕະປາປາ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ “ຈະ​ໃຫ້​ຄວາມ​ເຄົາລົບ​ນັບຖື​ແລະ​ເຊື່ອ​ຟັງ ພະ​ສັນຕະປາປາ​ອົງຕໍ່​ໄປຢ່າງ ​ ບໍ່​ມີ​ເງື່ອນ​ໄຂ” ຊຶ່ງ​ຄໍາ​ສັນຍາ​ດັ່ງກ່າວ​ອາດ​ສາມາດ​ລະງັບ​ຄວາມ​ຢ້ານກົວ​ ທີ່​ວ່າການ​ມີ​ພະ​ສັນຕະປາປາ​ທີ່​ລາ​ອອກແລ້ວຢູ່​ໃນສໍາ ນັກ​ວາ​ຕິ​ກັນນັ້ນ ຈະ​ເຮັດ​ໃຫ້​ອໍານາດ​ຂອງ​ສັນຕະ​ປາປາ​ອົງ​ຕໍ່​ໄປ​ຫລຸດ​ນ້ອຍ​ລົງ​ໄດ້​ນັ້ນ​.

ວັນ​ພະຫັດ​ມື້​ນີ້ ແມ່ນ​ເປັນ​ວັນ​ທີ່​ສະຫງົບງຽບ ​ສໍາລັບພະ​ສັນຕະປາປາ Benedict. ຫຼັງ ຈາກສັ່ງ​ອໍາ​ລາ​ຕໍ່​ບັນດາພະລາຊາຄະ​ນະ​ແລ້ວ ​ການ​ຂຶ້ນ ເຮືອບິນ​ເຮ​ລິ​ຄອບ​ເຕີ​ ຂີ່ໄປ​ຍັງ​ປາສາດ Castel Gandolfo ຈະເປັນ​ໂອກາດ​ບັ້ນ​ສຸດ​ທ້າຍທີ່​ພະ​ອົງຈະ​ໄດ້​ຊົມ​ທິວ​ທັດ​ທາງ​ອາກາດ​ຂອງນະຄອນ Vatican ​ໃນ​ຂະນະ​ທີ່​ພະ​ອົງ​ຍັງ​ຮັບຜິດຊອບ​ຢູ່​ນັ້ນ.

ການ​ລາ​ອອກ​ຈາກ​ຕໍາ​ແໜ່​ງຂອງ ພະ​ສັນຕະປາປາ Benedict ຈະ​ເລີ່​ມມີ​ຜົນ​ບັງຄັບ​ຢ່າງ​ເປັນ​ທາງ​ການ​ໃນ​ເວລາ 8 ​ໂມງແລງ ຂອງ​ວັນ​ພະຫັດ​ມື້​ນີ້ ຕາມ​ເວລາ​ທ້ອງ​ຖິ່ນ ຊຶ່ງເມື່ອ​ເຖິງ​ເວລາ​ນັ້ນ ປະຕູຕ່າງໆ​ຂອງ​ປາສາດ Castel Gandolfo ຈະ​ປິດ ​ແລະ​ໜ່ວຍ​ອາລັກ ຂາທີ່​ເປັນ​ຄົນ​ Swiss ທີ່​ປະຕິບັດໜ້າ​ທີ່​ໃຫ້​ຄວາມ​ຄຸ້ມ​ຄອງ​ແກ່​ພະ​ສັນຕະປາປາ ກໍ​ຈະ​ສິ້ນ​ສຸດໜ້າ​ທີ່​ລົງ​ເຊັ່ນ​ກັນ.

​ໃນ​ບໍ່​ເທົ່າ​ມື້​ຕໍ່ໜ້າ​ນີ້ ຄະນະ​ພະ cardinal ຂອງ​ສາສະໜາ Roman Catholic ທີ່​ມີ​ອາຍຸ​ຕໍ່າ​ກວ່າ 80 ປີ ຈະ​ເຕົ້າ​ໂຮມ​ກັນ ທີ່ໂບດ Sistine ​ເພື່ອ​ທຳການ​ປະຊຸມ​ລັບ​ ອັນ​ເປັນ​ພິທີ ​ໃນ​ການ​ເລືອກ​ເອົາພະ​ສັນຕະປາປາ​ອົງ​ໃໝ່.




XS
SM
MD
LG