ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Belgium ກ່າວຫາອີກສອງຄົນ ວ່າພົວພັນກັບ ການໂຈມຕີນະຄອນ Brussels


ເຈົ້າໜ້າທີ່ຕຳຫລວດຍາມຮັກສາ ເຂດອ້ອມແອ້ມ ຫ້ອງການໃຫຍ່ ສະຫະພາບຢູໂຣບ.
ເຈົ້າໜ້າທີ່ຕຳຫລວດຍາມຮັກສາ ເຂດອ້ອມແອ້ມ ຫ້ອງການໃຫຍ່ ສະຫະພາບຢູໂຣບ.

ບັນດາໄອ​ຍະ​ການ Belgium ​ໄດ້​ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້ວ່າຕົນ ​ໄດ້​ຕັ້ງຂໍ້ຫາໃສ່ອີກ 2 ຄົນ​ ຕື່ມ​ໃນ​ການ​ພົວພັນ​ກັບ​ການ​ໂຈມ​ຕີ​ໃນ​ເດືອນ​ແລ້ວ​ນີ້ໃນ​ນະຄອນ Brussels ທີ່​ໄດ​ສັງຫານ 32 ຄົນນັ້ນ.

​ໃນ​ຖະ​ແຫຼງ​ການສະບັບ​ນຶ່ງ​ຈາກ​ທາງການໄອ​ຍະ​ການກາງ ​ໄດ້​ລະບຸ​ວ່າ ພວກ​ທີ່​ຖືກ​ກ່າວ​ ໂທດ​ໃນ​ຖານ​ກໍ່​ການ​ຮ້າຍ ​ແມ່ນ ທ້າ​ວ Smail F. ​ແລະ Ibrahim F. ​ແລະ​ເວົ້າ​ວ່າ ພວກ ​ເຂົາ​ ​ໄດ້​ພົວພັນ​ໃນ​ການ​ເຊົ່າຫ້ອງ​ແຖວ ທີ່​ອາດ​ເປັນ​ບ່ອນ​ຖືກ​ນຳ​ໃຊ້​ໃນ​ການ​ພັກ​ພາ​ອາ​ໄສ ​ໂດຍ​ນຶ່ງ​ໃນຈຳນວນ​ພວກ​ວາງ​ລະ​ເບີດ​ໃນນະຄອນ Brussels ນັ້ນ.

ການ​ໂຈມ​ຕີທີ່​ວ່າ​ນີ້ ​ແມ່ນໄດ້​ພົວພັນ​ກັບການວາງ​ລະ​ເບີດສະລະ​ຊີບ 2 ບັ້ນ ​ໃນເວ​ລາ​ໃກ້ ​ຄຽງ​ກັນ​ ໃນ​ສະໜາມ​ບິນ ​ແລະ​ອີກ​ບ່ອນນຶ່ງ​ແມ່ນ​ສະຖານີ​ລົດ​ໄຟ​ໃຕ້​ດິນ​ໃນນະຄອນ Brussels.

ຕຳຫຼວດ ​ໄດ້​ຈັບ​ກຸມ​ອີກ​ຕື່ມ 6 ຄົນ ທີ່​ພົວພັນ​ກັບ​ການການ​ໂຈມ​ຕີດັ່ງກ່າວ ຊຶ່ງ​ຮວມທັງ ທ້າວ Mohamed Abrini ຜູ້​ຊຶ່ງ​ໄດ້​ພົບ​ເຫັນ​ໃນວີ​ດີ​ໂອວົງຈອນປິດ​ໃນ​ສະໜາມ​ບິນ ຄຽງ​ ຂ້າງ​ກັບ​ຜູ້ວາງ​ລະ​ເບີດ​ສະລະ​ຊີບອີກ 2 ຄົນ.

ທ້າວ Abrini ​ແມ່ນ​ໄດ້​ພົວພັນ​ກັບ​ການ​ໂຈມ​ຕີ​ໃນນະ​ຄອນ​ຫຼວງ ປາຣີ ​ໃນ​ເດືອນ​ພະຈິກ ທີ່ ​ໄດ້​ສັງຫານ 130 ຄົນ​ນັ້ນ. ຄະນະ​ໄອ​ຍະ​ການ Belgium ​ໄດ້​ກ່າວ​ວ່າ ການ​ໂຈມ​ຕີ ​ໃນ ​ນະຄອນ Brussels ​ແມ່​ນ​ໄດ້​ວາງ​ແຜນ​ທີ່​ຈະ​ໂຈມ​ຕີໃນ​ນະ​ຄອນ​ຫຼວງ ປາຣີ ອີກ​ຄັ້ງ​ນຶ່ງ
​ແຕ່​ວ່າ ຖືກ​ປ່ຽນ​ໃຈທັນທີ​ແລະ​ໄດ້​ໂຈມ​ຕີ ໃນນະຄອນ Brussels ​ແທນ ຫຼັງ​ຈາກ​ໄດ້ຈັບ ​ກຸມ​ຕົວຜູ້​ຕ້ອງ​ສົງ​ໄສຄົນ​ສຳຄັນ ​ໃນ​ການ​ໂຈມ​ຕີ​ປາຣີ ຄື ທ້າ​ວ Slah Abdeslam ນັ້ນ.

XS
SM
MD
LG