ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ແບລຈ້ຽມ ບຸກເຂົ້າຈັບກຸມ ພວກກໍ່ການຮ້າຍ 13 ຄົນ


ຫຼັງຈາກການບຸກຈູ່ໂຈມ ຕໍ່ຕ້ານການກໍ່ການຮ້າຍ ແລະ ເກີດການຍິງຕອງໂຕ້ກັນ ທີ່ເຮັດໃຫ້ຜູ້ຕ້ອງສົງໄສ 2 ຄົນຖືກຂ້າຕາຍ ໃນວັນພະຫັດ ເຈົ້າໜ້າທີ່ຕຳຫລວດ ຕິດອາວຸດ ຍາມຖະໜົນໃນເມືອງ Verviers ປະເທດ Belgium, ວັນທີ 16 ມັງກອນ 2015.
ຫຼັງຈາກການບຸກຈູ່ໂຈມ ຕໍ່ຕ້ານການກໍ່ການຮ້າຍ ແລະ ເກີດການຍິງຕອງໂຕ້ກັນ ທີ່ເຮັດໃຫ້ຜູ້ຕ້ອງສົງໄສ 2 ຄົນຖືກຂ້າຕາຍ ໃນວັນພະຫັດ ເຈົ້າໜ້າທີ່ຕຳຫລວດ ຕິດອາວຸດ ຍາມຖະໜົນໃນເມືອງ Verviers ປະເທດ Belgium, ວັນທີ 16 ມັງກອນ 2015.

ບັນດາ​ໄອ​ຍະ​ການ Belgium ກ່າວ​ວ່າ ພວກ​ເຂົາ​ໄດ້​ຈັບ​ກຸມ 13
ຄົນ ໃນ​ການປະຕິບັດ​ການ ​ບຸກຈູ່​ໂຈມ​ແບບ​ບໍ່​ຮູ້ໂຕ ຫຼາຍໆ​ບັ້ນ
ຢູ່​ທົ່ວ​ປະ​ເທດ ​ແລະ​ກ່າວ​ອີກ​ວ່າ ບັນດາຜູ້​ຕ້ອງສົງ​ໄສ ​ແມ່ນ​ເຊື່ອ
ກັນ​ວ່າ ​ເປັນ​ສະມາຊິກ ຂອງລັດ​ກຸ່ມ​ອິສລາມ ທີ່​ວາງ​ແຜນ​ການ​
ໂຈມ​ຕີຕໍ່​ເຈົ້າໜ້າ​ທີ່​ຕຳຫລວດ.

ບັນດາ​ເຈົ້າໜ້າ​ທີ່ ບອກ​ກັບ​ ​ຜູ້​ສື່​ຂ່າວຕ່າງໆ ​ໃນ​ວັນ​ສຸກ​ມື້​ນີ້ວ່າ ບໍ່
​ປາກົດ​ວ່າ ມີ​ການ​ພົວພັນ​ໃດໆ​ເ​ລີ​ຍ ກັບ​ເຫດການ​ໂຈມ​ຕີ​ກໍ່​ການ
​ຮ້າຍ​ໃນ ປາຣີ​ເມືອ​ອາທິດ​ແລ້ວ​ນີ້. ​ແຕ່​ແນວໃດກໍຕາມ ມີຜູ້​ຕ້ອງ
ສົງ​ໄສອີກ 2 ຄົນ ຖືກ​ຈັບ​ກຸມ​ ຢູ່​ໃນ​ປະ​ເທດ​ຝຣັ່ງ ນອກເໜືອໄປ
ຈາກ 13 ຄົນ ​ທີ່​ຖືກ​ຈັບ​ຢູ່​ໃນ Belgium ແລ້ວນັ້ນ.

ບັນດາ​ໄອ​ຍະ​ການ ກ່າວ​ວ່າ ພວກ​ເຂົ້າ​ເຈົ້າ ​ໄດ້ກວດ​ພົບ​ເຫັນ ອາວຸດ​ອັດ​ຕະໂ​ນມັດ ຫຼາຍໆ​
ຊະນິດ ​ແລະ ປືນ​ສັ້ນຫຼາຍກະບອກ ພ້ອມ​ກັນ​ກັບ ດິນລະ​ເບີດ ​ແລະ ​ເຄື່ອງ​ແບບ ​ຂອງ​
ຕຳ​ຫລວດຫຼາຍຊຸດ ​ຢູ່​ໃນ​ບ້ານ​ພັກ ຢູ່​ທີ່​ເມືອງ Verviers ​ໃກ້​ໆ​ກັບ​ເຂດ​ຊາຍ​ແດນ​ຕິດ​ກັບ
​ເຢຍຣະມັນ.

ພວກເຈົ້າໜ້າ​ທີ່ ກ່າວ​ອີກ​ວ່າ ມື​ປືນ​ສອງ​ຄົນ ຖືກ​ຂ້າ​ຕາຍ​ໃນ​ລະ​ຫວ່າງ ​ບຸກຈູ່​ໂຈມ​ແບບ​ບໍ່​ຮູ້ໂຕ ​ໃນ​ວັນ​ພະຫັດ​ວານ​ນີ້ ​ແຕ່​ຍັງ​ບໍ່​ທັນໄດ້​ລະບຸ​ໂຕ​ພວກ​ກ່ຽວ​ເທື່ອ.

ພວກຜູ້ຕ້ອງສົງ​ໄສ​ໄດ້​ເປີດ​ສາກ​ຍິງ​ໃສ່ ໃນ​ຂະນະ​ທີ່​ເຈົ້າໜ້າ​ທີ່​ຕຳຫລວດ ບຸກ​ເຂົ້າ​ໃກ້​ໆ.
ການ​ຍິງ​ຕອບ​ໂຕ້​ກັນ ​ໃຊ້​ເວ​ລາ​ຫລາຍໆ​ນາທີ ທີ່​ເຮັດ​ໃຫ້ບໍລິ​ເວນ​ປົກຄຸມ​ດ້ວຍ​ຄວັນ​ ​ສຽງ​ປືນ ​ແລະສຽງຫວໍ. ​ບໍ່​ມີເຈົ້າໜ້າ​ທີ່​ຕຳຫລວດຜູ້​ໃດ ໄດ້​ຮັບ​ບາດ​ເຈັບ​ເລີຍ.

​ເຈົ້າໜ້າ​ທີ່​ຕຳຫລວດ ​ໄດ້​ທຳ​ການ​ກວດຄົ້ນ ສະຖານ​ທີ່​ແຫ່ງ​ອື່ນໆ​ອີກ ​ໃນ​ທົ່ວ Belgium
ລວມທັງ ນະຄອນຫລວງ Brussels ອີກ​ດ້ວຍ.

Belgium on Heightened Alert After Anti-Terror Raid
please wait

No media source currently available

0:00 0:02:38 0:00

​ບັນດາ​ເຈົ້າໜ້າ​ທີ່ ​ເຊື່ອ​ວ່າ ບາງ​ສ່ວນ​ຂອງ​ພວກ​ຫົວ​ຮຸນ​ແຮງ​ຈັດ​ນັ້ນ ​ແມ່ນໄດ້​ກັບ​ຄືນ​ມາ
Belgium ຈາກ Syria.

​ໃນ​ຂະນະ​ດຽວກັນ ການ​ຈັບ​ກຸມຫຼ້າສຸດ​ນີ້ ບໍ່​ປາກົດ​ວ່າ ມີ​ສ່ວນ​ກ່ຽວ​ພັນ​ກັບ​ການ​ໂຈມ​ຕີ​ ຢູ່​
ໃນນະຄອນຫລວງ​ປາຣີ ​ເຈົ້າໜ້າ​ທີ່​ຕຳຫລວດ Belgium ກ່າວ​ວ່າ ຜູ້​ຊາຍ​ຄົນ​ໜຶ່ງ​ ທີ່​ພວກ​
ເຂົາ​ເຈົ້າ​ໄດ້ຈັບ​ກຸມ​ໄວ້ ເມື່ອ​ຕອນ​ເຊົ້າວັນພະຫັດວານ​ນີ້ ​ແມ່ນ​ສົງ​ໄສ​ວ່າ ສະໜອງ​ອາວຸດ
​ໃຫ້​ແກ່ ທ້າວ Amedy Coulibaly ຜູ້​ທີ່​ສັງຫານ 4 ຄົນ ​ໃນ​ນະຄອນຫລວງ​ປາຣີ ຢູ່​ທີ່​ຕະຫຼາດ​ ຂາຍອາຫານ​ການ​ກິນ​ຂອງຊາວຢິວ ທີ່​ເອີ້ນ​ວ່າ Kosher ນັ້ນ.

ບັນດາ​ເຈົ້າໜ້າ​ທີ່ ​ໄດ້​ຍົກ​ລະດັບ​ການ​ຂົ່ມຂູ່ຂອງພວກ​ກໍ່​ການ​ຮ້າຍ ​ໃນ Belgium ຂຶ້ນ​ເປັນ
ລະດັບ​ທີ 3 ​ຂອງຈຳນວນ ທີ່ມີທັງໝົດ 4 ລະດັບ.

BELGIUM TERRORISM VIDEO
please wait

No media source currently available

0:00 0:01:50 0:00

XS
SM
MD
LG