ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ຜູ້ເຮັດ​ລະ​ເບີດ ໃນການໂຈມຕີ ທີ່ນະຄອນປາຣີ ຖືກສັງຫານ ໃນການໂຈມຕີທີ່ Brussels ​


Belgium Explosions
please wait
Embed

No media source currently available

0:00 0:01:04 0:00

ພວກວາງລະເບີດ ທີ່ຖ່າຍຈາກກ້ອງວົງຈອນປິດ

​ເຈົ້າ​ໜ້າ​ທີ່​ສືບ​ລັບ ກ່າວ​ວ່າ ຜູ້ເຮັດລະ​ເບີດໄວ 25 ປີ ຂອງ​ກຸ່ມ​ລັດ​
ອິສລາມ ​ຊຶ່ງ​ພົວພັນ​ກັບ​ການ​ໂຈມ​ຕີ​ທີ່​ນະຄອນຫຼວງ​ປາຣີ ​ໃນ​
ເດືອນ​ພະຈິກ​ຜ່ານ​ມາ​ນີ້ ​ແມ່ນ​ນຶ່ງ​ໃນ​ສອງ​ຜູ້ວາງ​ລະ​ເບີດ​ສະລະ​ຊີ​ບ
ທີ່ແນ​ເປົ້າ​ໝາຍ​ໃສ່​ສະໜາມ​ບິນ​ນາໆ​ຊາດ​ໃນ Brussels ນັ້ນ.

ເຈົ້າ​ໜ້າ​ທີ່ກ່າວ​ວ່າ ທ້າວ Najim Laachraoui ຜູ້​ຊຶ່ງ​ເກີດ​ທີ່
Morocco ​ແຕ່​ວ່າ​ເຕີບ​ໂຕ​ມາ​ໃນ Brussels ​ແມ່ນ​ບົ່ງ​ຊີ້​ໃຫ້​ເຫັນ​ວ່າ
​ແມ່ນ​ຜູ້​ປະກອບສ່ວນ​ຄົນ​ສຳຄັນ​ໃນ​ການໂຈມ​ຕີ​ທີ່​ນະຄອນຫຼວງ
​ປາຣີ ຫຼັງ​ຈາກ​ທີ່​ມີການກວດ​ສອບ DNA ທີ່​ພົບ​ເຫັນ​ໃນ​ເສື້ອ​ສະລະ​ຊີ​ບ ທີ່​ໃຊ້​ໃນ​ການ​ປະກອບ​ການ​ນັ້ນ. DNA ຂອງ​ລາວ ​ແມ່ນ​ໄດ້​ພົບ​ເຫັນ​ໃນ​ບ້ານພັກ​ ທີ່​ລາວ​ອາ​ໄສ​ຢູ່ໃນ Brussels ຜ່າ​ນມາ​ນີ້ ​ທີ່​ທາງ​ເຈົ້າ​ໜ້າ​ທີ່​ເຊື່ອ​ວ່າ​ເປັນ​ບ່ອນ​ທີ່ເຮັດ​ລະ​ເບີດ​ນັ້ນ.

​ໃນ​ຂະນະ​ດຽວ​ກັນ​ນີ້ ປະທານາທິບໍດີ​ເທີ​ກີ ທ່ານ Recep Tayyip Endogan ​ໄດ້​ກ່າວ​ ໃນ​ວັນ​ພຸດ​ວານ​ນີ້ວ່າ​ ຊາຍ​ຄົນທີ 2 ທີ່​ພົບ​ເຫັນ​ວ່າ ແມ່ນຜູ້ວາງ​ລະ​ເບີດ​ສະລະ​ຊີ​ບ ​ໃນ​ການ​ໂຈມ​ຕີ​ທີ່​ Brussels ນັ້ນ ​ໄດ້​ຖືກ​ຈັບ​ກຸມ ​ໃນ​ເທີ​ກີ ​ແລະ​ສົ່ງ​ກັບ​ໄປ​ຍັງ​ຢູ​ໂຣບ ບ່ອນ​ທີ່​ລາວ​ຖືກ​ປ່ອຍ ປະມານ 8 ​ເດືອນ​ຜ່ານ​ມາ​ແລ້ວ​ນີ້.

ຮູບຫຼ້າສຸດ ທີ່ທາງຕຳຫຼວດ Brussels ເກັບກຳ 21 ມີນາ, 2016, ຜູ້ຕ້ອງສົງໄສທ້າວ Najim Laachraoui ແມ່ນໄດ້ສະເດງໃນທີ່ນີ້.
ຮູບຫຼ້າສຸດ ທີ່ທາງຕຳຫຼວດ Brussels ເກັບກຳ 21 ມີນາ, 2016, ຜູ້ຕ້ອງສົງໄສທ້າວ Najim Laachraoui ແມ່ນໄດ້ສະເດງໃນທີ່ນີ້.

ທ່ານ Endogan ​ໄດ້​ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ​ໄດ້​ເຕືອນ​ບັນດາ​ເຈົ້າ​ໜ້າ​ທີ່ Brussels ກ່ຽວ​ກັບ​ທ້າວ Ibrahim el-Bakraoui ຜູ້​ທີ່​ຖືກ​ຢຸດ​ ໃນ​ພາກ​ໃຕ້​ຂອງ​ເທີ​ກີ ​ໃກ້ໆ​ກັບດ່ານ​ຂ້າມຊາຍ​ແດນ Gaziantep ​ໄປ​ຍັງ​ຊິ​ເຣຍນັ້ນ. ປະທານາທິບໍດີ​ເທີ​ກີ ​ໄດ້​ກ່າວ​ວ່າ ທ້າວ el-Bakraoui ​ໄດ້​ຖືກ​ເນລະ​ເທດ​ ໃນ​ເດືອນ​ກໍລະກົດ​ແລ້ວ​ນີ້ ​ແຕ່​ວ່າ ​ໄດ້​ຖືກ​ປ່ອຍ​ຕົວ​ໂດຍ​ບັງ​ເອີນໂດຍ​ເຈົ້າ​ໜ້າ​ທີ່​ຢູ​ໂຣບ ​ເຖິງ​ແມ່ນ​ວ່າ ຄຳ​ເຕືອນ​ກ່ຽວ​ກັບ​ຜູ້ກ່ຽວ​ທີ່​ວ່າ “ລາວ​ແມ່ນ​ນັກ​ສູ້​ຂອງ ​ກໍ່​ການ​ຮ້າຍຕ່າງປະ​ເທດ ນັ້ນ​ກໍ​ຕາມ.”

ທ່ານ Endogan ​ໄດ້​ກ່າວ​ວ່າ ການກັກ​ຂັງ​ທ້າວ el-Bakraoui ຫຼັງຈາກ​ທີ່​ລາວ​ໄດ້​ຖືກ​ເນລະ​ເທດ “ບໍ່​ສາມາດຕິດ​ຕໍ່​ພົວພັນ​ກັບ​ເຄືອ​ຄ່າ​ຍກັບ​ພວກ​ກໍ່​ການ​ຮ້າຍ​ໄດ້” ແລະ​ພວກ​ເຂົາ​ເຈົ້າ​ກໍ​ໄດ້​ປ່ອຍ​ຕົວຊາຍ​ໄວ 29 ປີ ທີ່​ຖືສັນຊາດ Belgium ນັ້ນ.

ໃນສະຖານທີ່ເກີດເຫດ: ນັກຂ່າວ Heather Murdock ລາຍງານມາຈາກ Brussels

On The Scene: Brussels Bombings Aftermath
please wait

No media source currently available

0:00 0:01:38 0:00


ເຈົ້າ​ໜ້າ​ທີ່​ໃນ Brussels ທີ່​ໄດ້ໄວ້ອາ​ໄລ​ຕໍ່​ພວກ​ທີ່​ໄດ້​ຮັບ​ເຄາະ​ໃນ​ການ​ໂຈມ​ຕີ ດ້ວຍ​ການ​ຢືນ​ຄຳນັບໄວ້ອາ​ໄບ ​ໃນ​ການ​ກົມຫົວງຽບ​ສະ​ງັດ ​ໃນ​ບໍ່​ເທົ່າ​ໃດນາ​ທີ ​ໃນ​ວັນ​ພຸດ​ວານ​ນີ້ ​ຢືນຢັນ​ວ່າ ທ້າວ Ibrahim el-Bakraoui ​ແມ່ນ​ເປັນ​ຜູ້ບີບຄະ​ນວນລະ​ເບີດ ​ແລະ​ຖືກ​ສັງຫານ​ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້ ​ໃນ​ສະໜາມ​ບິນ​ນາໆ​ຊາດ​ໃນເມືອງ​ຫຼວງ. ນ້ອງ​ຂອງ​ລາວທ້າວ Khalid ​ໄວ 27 ປີ ​ໄດ້​ທຳ​ການລະ​ເບີດ​ຕົວ​ເອງ​ໃນ​ສະຖານີ​ລົດ​ໄຟ​ໃຕ້​ດິນ ​ໃນ Brussels ​ໃນ​ຊ່ວງ​ເວລາ​ດຽວ​ກັນ ພວກ​ເຂົາ​ເຈົ້າ​ຖືກ​ລະບຸຕົວ​ດ້ວຍ​ລາຍ​ນິ້ວມື​ຂອງ​ພວກ​ກ່ຽວ​.

ຊາຍ​ຄົນທີ 4 ທີ່​ໄດ້​ເຫັນ​ຜ່ານ​ທາງ​ກ້ອງ​ວົງ​ຈອນປິດ​ ກັບ​ຜູ້​ວາງລະ​ເບີດ​ສະລະ​ຊີບ 2 ຄົນ
​ທີ່​ສະໜາມ​ບິນຍັງ​ຈັບ​ຕົວ​ບໍ່​ໄດ້​ເທື່ອ.

Vigil Held in Brussels for Victims of Tuesday’s Terror Attacks
please wait

No media source currently available

0:00 0:00:50 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG