ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຕຳຫຼວດ ເບລາຣຸສ ຈັບກຸມພວກປະທ້ວງ ຫຼາຍຮ້ອຍຄົນ


ແມ່ຍິງຄົນໜຶ່ງທີ່ຖືກຍູ້ລົງພື້ນດິນ ໂດຍຕຳຫຼວດ ເບລາຣຸສ, ພະຍາຍາມປ້ອງກັນຕົນເອງໃນລະຫວ່າງການຊຸມນຸມຄັດຄ້ານ
ໃນນະຄອນຫຼວງ Minsk, 25 ມີນາ, 2017.
ແມ່ຍິງຄົນໜຶ່ງທີ່ຖືກຍູ້ລົງພື້ນດິນ ໂດຍຕຳຫຼວດ ເບລາຣຸສ, ພະຍາຍາມປ້ອງກັນຕົນເອງໃນລະຫວ່າງການຊຸມນຸມຄັດຄ້ານ ໃນນະຄອນຫຼວງ Minsk, 25 ມີນາ, 2017.

ຕຳຫຼວດຈະລາຈົນໃນນະຄອນຫຼວງ ເບລາຣຸສ ໄດ້ເປີດການປາບປາມ ຄັ້ງໃຫຍ່ຕໍ່ພວກປະ ທ້ວງທີ່ພະຍາຍາມຈັດການເດີນຂະບວນທີ່ຖືກຫ້າມ ໃນນະຄອນຫຼວງ Minks ວັນເສົາ
ວານນີ້. ມີລາຍງານວ່າ ປະຊາຊົນ ຫຼາຍຮ້ອຍຄົນໄດ້ຖືກຈັບກຸມ, ແລະ ຫົວໜ້າສິດທິມະ
ນຸດໄດ້ ກ່າວວ່າ ຜູ້ຖືກຄວບຄຸມຕົວຫຼາຍຄົນໄດ້ຖືກຕຳຫຼວດທຸບຕີ ແລະ ຕ້ອງການການປິ່ນ
ປົວພະຍາບານ.

ຄາດປະມານວ່າປະຊາຊົນ 700 ຄົນໄດ້ພະຍາຍາມທີ່ຈະເດີນຂະບວນ ຜ່ານໃຈກາງເມືອງ
ຂອງນະຄອນຫຼວງ, ເປັນສ່ວນໜຶ່ງຂອງຄື້ນຟອງການປະທ້ວງຕໍ່ຕ້ານລັດຖະບານກັບການ
ຕັ້ງພາສີໃໝ່ຕໍ່ກຳມະກອນ. ລົດທີ່ບັນທຸກຕຳຫຼວດ ໄດ້ເຂົ້າສະກັດກັ້ນພວກປະທ້ວງໄວ້
ແລະ ໄດ້ໂຈມຕີພວກເຂົາເຈົ້າດ້ວຍໄມ້ຄ້ອນ.

ຜູ້ເຫັນເຫດການກ່າວວ່າ ພົນລະເຮືອນທີ່ບໍ່ມີອາວຸດກໍຖືກທຳຮ້າຍ ຮ່າງກາຍເຊັ່ນກັນ, ແລະ ນັກຂ່າວ Reuter ໄດ້ກ່າວວ່າ ນັກຂ່າວ ຢ່າງໜ້ອຍ 10 ຄົນໄດ້ຖືກຈັບກຸມ.

ໃນຕອນເຊົ້າຂອງວັນເສົາວານນີ້, ບັນດາເຈົ້າໜ້າທີ່ຈາກກຸ່ມຝ່າຍຄ້ານ Vesna-96 ກ່າວ
ວ່າ ຕຳຫຼວດໄດ້ບຸກເຂົ້າໄປ ໃນສຳນັກງານໃຫຍ່ຂອງ ພວກເຂົາເຈົ້າໃນນະຄອນຫຼວງ
ແລະ ໄດ້ຄວບຄຸມຕົວນັກເຄື່ອນໄຫວ 60 ຄົນເອົາໄວ້. ຕໍ່ມາທັງໝົດກໍຖືກປ່ອຍຕົວ, ແລະ
ກໍບໍ່ມີຄຳເຫັນຢ່າງເປັນທາງການ ກ່ຽວກັບ ເຫດການດັ່ງກ່າວ.

ໃນຕົ້ນສັບປະດານີ້, ປະທານາທິບໍດີ ຜະເດັດການຂອງ ເບລາຣຸສ ທ່ານ Alelsandr Lukashenko ໄດ້ກ່່າວວ່າ ພວກຫົວຮຸນແຮງ ຫຼາຍສິບຄົນທີ່ວາງແຜນ “ຍຸແຍ່ໃຊ້ອາວຸດ” ໄດ້ຖືກຈັບກຸມໃນນະຄອນ ຫຼວງ Minsk ແລະ ບ່ອນອື່ນໆໃນປະເທດອະດີດສາທາລະນະ
ລັດ ໂຊວຽດ ນັ້ນ.

ທ່ານ Lukashenko ຜູ້ທີກຳອຳນາດໃນນະຄອນຫຼວງ Minsk ນັບຕັ້ງ ແຕ່ປີ 1994 ເປັນ
ຕົ້ນມາໄດ້ກ່າວວ່າ ພວກຫົວຮຸນແຮງໄດ້ຖືກຄວບ ຄຸມຕົວໂດຍຕຳຫຼວດທີ່ໄດ້ຜ່ານການຝຶກ
ຊ້ອມໃນປະເທດ ຢູເຄຣນ ທີ່ຢູ່ ໃກ້ຄຽງ ແລະ ໄດ້ກ່າວວ່າ ໄດ້ຮັບທຶນຊ່ວຍເຫຼືອຈາກ ໂປ
ແລນ ແລະ ລິດຕູເອເນຍ. ສາຍພົວພັນລະຫວ່າງ ເບລາຣຸສ ແລະ ອີກສອງປະ ເທດທີ່ຢູ່
ໃກ້ຄຽງ, ເຊິ່ງສະໜັບສະໜູນປະເທດຕາເວັນຕົກ ໄດ້ມີຄວາມ ຕຶງຄຽດໃນລະຫວ່າງ ເວລາ
ການກຳອຳນາດຂອງທ່ານ Lukashenko ເປັນຕົ້ນມາ.

ທ່ານ Lukashenko ບໍ່ໄດ້ໃຫ້ຫຼັກຖານໃດໆເພື່ອສະໜັບສະໜູນການ ກ່າວອ້າງວ່າ ພວກ
ປະທ້ວງໃນນະຄອນຫຼວງຂອງທ່ານ ໄດ້ຖືກຝຶກຊ້ອມ ແລະ ໄດ້ຮັບທຶນຊ່ວຍເຫຼືອຈາກຕ່າງ
ປະເທດ, ແລະ ບໍ່ໄດ້ໃຫ້ຂໍ້ມູນໃດໆ ກ່ຽວກັບ ການວາງແຜນທີ່ຖືກກ່າວຫານັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG