ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຈີນ ເພີ່ມການ​ຮັກສາ​ຄວາມ​ປອດ​ໄພ​ ໃນກຸງ​ປັກ​ກິ່ງ ​


ປະທານປະເທດຈີນ ທ່ານຫູຈິນເຖົາ (ຂວາ) ນາຍົກລັດຖະມົນຕີເຫວິນເຈຍບາວ (ຊ້າຍ) ແລະຮອງປະທານາທິບໍດີສີຈິ້ນຜິງ ທີ່ກຸງປັກກິ່ງ (4 ພຶດສະພາ 2012)
ປະທານປະເທດຈີນ ທ່ານຫູຈິນເຖົາ (ຂວາ) ນາຍົກລັດຖະມົນຕີເຫວິນເຈຍບາວ (ຊ້າຍ) ແລະຮອງປະທານາທິບໍດີສີຈິ້ນຜິງ ທີ່ກຸງປັກກິ່ງ (4 ພຶດສະພາ 2012)
ບັນດາ​ເຈົ້າ​ໜ້າ​ທີ່​ຈີນ ກໍາລັງ​ເຂັ້ມ​ງວດການ​ຮັກສາ​ຄວາມ​ປອດ​ໄພ​ໃນກຸງ​ປັກ​ກິ່ງ ​ໃນ​ຂະນະ​ທີ່ນະຄອນ​ດັ່ງກ່າວ​ຕຽມ​ການເປັນ​ເຈົ້າພາບຕ້ອນຮັບກອງ​ປະຊຸມໃຫຍ່ ຄັ້ງທີ 18 ຂອງພັກ​ຄອມ​ມິ​ວນິສ ທີ່​ຈະ​ນໍາພາໄປ​ສູ່ ການເລືອກ​ເອົາພວກຜູ້ນໍາ​ລຸ້ນ​ໃໝ່ນັ້ນ.

ສື່​ມວນ​ຊົນ​ລັດ​ຖະບານ​ລາຍ​ງານ​ວ່າ ຕໍາຫລວດ​ໄດ້ເພີ່ມການ​ລາດຕະ​ເວນແລະ​ກວດ​ຢູ່​ອ້ອມແອ້ມ​ນະ​ຄອນ​ຫລວງ. ອົງການຂ່າ​ວ​ຊິນ​ຫົວ ກ່າວ​ວ່າ ຕໍາຫລວດ​ພາກັນ​ “ຕັ້ງ​ດ່ານ​ກວດອ້ອມ​” ນະ​ຫລວງ​ປັກ​ກິ່ງ ​ເພື່ອ​ຄໍ້າປະກັນ​ໃຫ້​ມີ​ຄວາມ​ສະ ຫງົບ. ຜູ້ບັນຊາ​ການ​ຕໍາຫລວດ​ປະ​ຈໍາ​ກຸງ​ປັກ​ກິ່ງ ​ໄດ້​ບອກ​ແກ່​ນັກ​ຂ່າວ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ ​ບັນດາ​ເຈົ້າ​ໜ້າ​ທີ່​ກໍາລັງ​ຕຽມ​ພ້ອມ​ທີ່​ຈະ​ເອົາ​ມາດ​ຕະການ​ທີ່ “​ເຂັ້ມ​ງວດ” ​ໃນ​ການ “​ເພີ້​ມສ້າງ​ຄວາມ​ສາມັກຄີແລະ​ສະພາບ​ແລດ​ລ້ອມ​ທາງສັງຄົມທີ່​ໜັ້ນຄົງ” ສຳ​ຫຼັບກອງ​ປະຊຸມ​ທີ່​ມີ​ຄວາມສໍາຄັນຄັ້ງນີ້.

ກຸງ​ປັກ​ກິ່ງ ຍັງ​ບໍ່​ທັນ​ໄດ້ປະກາດໃຫ້​ຊາບ​ກ່ຽວ​ກັບ​ມື້ຈັດ​ກອງ​ປະຊຸມ​ໃຫຍ່​ຂອງ​ພັກ. ​ແຕ່​ຫລາຍ​ຄົນ​ໄດ້ພາກັນຄາດ​ການວ່າ ການ​ປະ​ຊຸມ​ຈະມີ​ຂື້ນ​ໃນ​ເດືອນ​ກັນຍາ ຫລື​ເດືອນ​ຕຸລານີ້ ​ແຕ່​ອົງການ​ຂ່າວຊິນ​ຫົວ ພຽງ​ແຕ່ກ່າວ​ວ່າ ມັນ​ຈະ​ເກີດ​ຂື້ນ “​ໃນເຄິ່ງທີ​ສອງ​ຂອງ​ປີ​ນີ້.”

ກ່ຽວຂ້ອງກັນ

XS
SM
MD
LG