ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປັກກິ່ງ ປະທ້ວງຕໍ່ການທີ່ ສະຫະລັດ ຂັບເຮືອ ພິຄາດ ຜ່ານທະເລ ຈີນໃຕ້


ເຮືອພິຄາດ USS Curtis Wilbur ມີນ້ຳໜັກ 8,950 ໂຕນຂອງທະຫານນາວິກະໂຍທິນ ສະຫະລັດ ເດີນທາງຮອດຖານທັບເຮືອ ບູຊານ, ເກົາຫຼີໃຕ້. 4 ມິຖຸນາ, 2010.
ເຮືອພິຄາດ USS Curtis Wilbur ມີນ້ຳໜັກ 8,950 ໂຕນຂອງທະຫານນາວິກະໂຍທິນ ສະຫະລັດ ເດີນທາງຮອດຖານທັບເຮືອ ບູຊານ, ເກົາຫຼີໃຕ້. 4 ມິຖຸນາ, 2010.

ເຮືອທະຫານນາວິກະໂຍທິນ ສະຫະລັດ ລຳໜຶ່ງໄດ້ໄຫຼຜ່ານເຂົ້າໄປ ໃນເຂດທະເລ ຈີນໃຕ້ ເຊິ່ງໄດ້ຖືກອ້າງເອົາໂດຍ ຈີນ ໃນວັນເສົາ ວານນີ້ ໃນການປະຕິດບັດ “ສິດເສລີພາບຂອງການເດີນເຮືອ” ເຊິ່ງ ຈີນ ໄດ້ກ່າວປະນາມວ່າເປັນ “ພຶດຕິກຳທີ່ບໍ່ເໝາະສົມຢ່າງ ຮ້າຍແຮງ.”

ໂຄສົກທີ່ທຳນຽບ 5 ແຈ ທ່ານ Jeff Davis ໄດ້ກ່າວວ່າ ເສັ້ນທາງທີ່ ແລ່ນໄປໂດຍເຮືອພິຄາດລູກສອນໄຟນຳວິຖີ USS Curtis Wilbur ແມ່ນໄດ້ຕັ້ງໃຈທີ່ຈະບັງໃຊ້ ສິດທິໃນການເດີນເຮືອສາກົນ ຜ່ານເສັ້ນທາງການເດີນເຮືອທີ່ສຳຄັນດັ່ງກ່າວ.

ເຮືອພິຄາດລຳດັ່ງກ່າວໄດ້ຜ່ານມເຂົ້າໄປພາຍໃນ 12 ໄມທະເລຂອງເກາະ Triton ໃນກຸ່ມຂອງ ໝູ່ເກາະດັ່ງກ່າວ ເຊິ່ງຖືກອ້າງເອົາໂດຍ ໄຕ້ຫວັນ, ຫວຽດນາມ ແລະ ຈີນ.

Spratly Islands, China Sea Territorial Claims
Spratly Islands, China Sea Territorial Claims

ໃນນະຄອນຫຼວງ ປັກກິ່ງ, ໂຄສົກກະຊວງປ້ອງກັນປະເທດຂອງ ຈີນ ໄດ້ກ່າວວ່າ ສະຫະລັດ ໄດ້ ທຳລາຍຄວາມສັນຕິພາບ ແລະ ຄວາມໝັ້ນຄົງໃນທະເລ ຈີນໃຕ້ ດ້ວຍການປະຕິບັດການທາງ ທະເລຂອງພວກເຂົາເຈົ້າ, ເຊິ່ງເປັນຄັ້ງທີ 2 ຂອງເຮືອຮົບ ສະຫະລັດ ໃນຂົງເຂດດັ່ງກ່າວນັບຕັ້ງ ແຕ່ເດືອນຕຸລາປີກາຍນີ.

ໂຄສົກທ່ານ Yang Yujun ໄດ້ສະແດງ “ຄວາມຄັດຄ້ານຢ່າງເດັດຂາດ” ຕໍ່ການເດີນເຮືອດັ່ງ ກ່າວ ແລະ ໄດ້ກ່າວວ່າ ກອງກຳລັງທະຫານ ຈີນ ຈະດຳເນີນ “ທຸກໆມາດຕະການທີ່ຈຳເປັນຕໍ່ ການກະທຳຍຸແຍ່ໃດໆໂດຍ ສະຫະລັດ.”

ໂຄສົກທຳນຽບ 5 ແຈທ່ານ Davis ໄດ້ກ່າວວ່າ ເຮືດພິຄາດ ສະຫະລັດ ໄດ້ປະຕິບັດ “ກິດຈະ ກຳສິດເສລີພາບຂອງການເດີນເຮືອໃນທະເລ ຈີນໃຕ້” ຕາມປົກກະຕິ.

XS
SM
MD
LG