ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປັກກິ່ງ ອອກຄຳເຕືອນ ຂີດແດງ ກ່ຽວກັບ ໝອກຄວັນ ທີ່ເປັນ ອັນຕະລາຍ


ບັນດາຜູ້ໄປຢ້ຽມຢາມຈຳນວນໜຶ່ງ ພາກັນໃສ່ໜ້າກາກປ້ອງກັນ ເຂົາເຈົ້າຈາກມົນລະພິດ.
ບັນດາຜູ້ໄປຢ້ຽມຢາມຈຳນວນໜຶ່ງ ພາກັນໃສ່ໜ້າກາກປ້ອງກັນ ເຂົາເຈົ້າຈາກມົນລະພິດ.

ໃນການ​ເຕືອນກ່ຽວ​ກັບ​ຄື້ນຟ​ອງຂອງ​ໝອກຄວັນ​ທີ່​ເປັນ​ອັນຕະ
ລາຍນັ້ນ ​ໃນ​ວັນ​ສຸກ​ມື້​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ຈີນ ​ໄດ້​ອອກຄຳ​ເຕືອນ
​ຂີດ​ແດງເປັນຄັ້ງທີ​ສອງ​ແບບ​ທີ່​ບໍ່​ມີ​ມາ​ກ່ອນ ກ່ຽວ​ກັບ​ມົນ​ລະ​ພິດ
​ ຢູ່​ໃນນະຄອນຫລວງ​ປັກ​ກິ່​ງ.

ບັນດາ​ນັກ​ພະຍາກອນ​ອາກາດຄາດ​ວ່າ ຂີ້​ເຝື້ອ​ຂອງ​ໝອກຄວັນ
ຈະ​ປົກ​ຄຸມສ່ວນ​ໃຫຍ່ໃນ​ເຂດພາກ​ເໜືອ​ຈີນ ​ແຕ່​ວັນ​ເສົາ ຈົນ​ຮອດ
​ວັນ​ອັງຄານ ​ແລະ​ກ່າວ​ວ່າ ລະ​ດັບ​ມົນ​ລະ​ພິດ ​ຈະ​ສູງກວ່າ​ຂີດຈຳ
ກັດ​ທີ່​ປອດ​ໄພຫຼາຍກວ່າ 20 ​ເທື່ອ.

ພາຍ​ໃຕ້​ຄຳ​ເຕືອນ​ຂີດ​ແດງນີ້ ບັນດາ​ໂຮງຮຽນ ​ແລະ​ໂຮງງານ​ອຸດ
ສາຫະກຳ​ຈຳນວນ​ໜຶ່ງພາກັນ​ປິດ ​ແລະ​ເຄິ່ງ​ໜຶ່ງ​ຂອງບັນດາ​ລົດ​ສ່ວນ​ຕົວ ຈະ​ຕ້ອງ​ຢຸດ​ແລ່ນ​
ຢູ່​ໃນ​ຖະໜົນ. ການ​ກໍ່​ສ້າງທັງ​ໝົດຢູ່​ຂ້າງ​ນອກ​ ຈະ​ຕ້ອງ​ໄດ້​ຢຸດ​ເຊົາ​.

ທ້າວ Cheng Xianke ​ອາຍຸ 34 ປີ ຊຶ່ງ​ເປັນປະຊາຊົນຄົນ​ໜຶ່ງຢູ່​ໃນ​ນະຄອນ​ປັກ​ກິ່ງ ກ່າ​ວ
ວ່າ “ຄວາມ​ຈິງ​ແລ້ວ ຂ້າພະ​ເຈົ້າ​ມີຄວາມ​ເປັນ​ຫ່ວງ​ທີ່​ສຸດ ຂ້າພະ​ເຈົ້າ ມີ​ຄວາມ​ເປັນ​ຫ່ວງ​
ກ່ຽວ​ກັບຜົນ​ກະທົບ​ສ່ວນໃຫຍ່ ທີ່​ຈະ​ເກີດ​ຂື້ນ​ແກ່ບັນດາ ຄົນ​ແກ່​ຊະ​ລາແລະ​ພວກເດັກ
ນ້ອຍ ​ເພາະວ່າ ​ເຂົາ​ເຈົ້າຕ້ອງການ​ອອກ​ໄປ​ຫລີ້ນ.”

“ສຳລັບ​ພວກ​ເຮົາ​ແລ້ວ ຜູ້​ທີ່​ສັນຈອນ​ໄປ​ເຮັດ​ວຽກ ບໍ່​ຂີ້ຮ້າ​ຍປານ​ໃດ ​ແຕ່​ກໍ​ຍັງ​ມີ​ຄວາມ​ເປັນ​
ຫ່ວງ ​ກ່ຽວ​ກັບ​ມົນ​ລະ​ພິດ. ຂ້າພະ​ເຈົ້າ​ຄິດ​ວ່າ ລັດຖະບານ​ຕ້ອງໃຊ້​ຄວາມ​ພະຍາຍາມ​ໃນ
​ການ​ແກ້ໄຂ​ເລື້ອງ​ນີ້."

​ປັກ​ກິ່ງ ​ໄດ້​ອອກຄຳ​ເຕືອນ​ຂີດ​ແດງ ​ເທຶ່ອທຳ​ອິດ ​ທີ່​ບໍ່​ມີ​ມາ​ກ່ອນ​ເມື່ອຕົ້ນ​ເດືອນ​ນີ້ ​ໃນ​ຄວາມ
​ພະຍາຍາມເພື່ອລະ​ງັບ​ການ​ຕິຕຽນ​ຈາກ​ສາທາລະນະ​ຊົນກ່ຽວ​ກັບຄວາມ ບໍ່​ສາມາດເພື່ອ
ຄວບ​ຄຸມບັນຫາ​ການ​ຄຸກ​ຄາມ​ຢ່າງ​ຮ້າຍ​ແຮງ​ຂອງມົນ​ລະ​ພິດນັ້ນ.

ຈີນ ​ເປັນ​ປະ​ເທດ​ໜຶ່ງໃນ​ໂລກ ​ທີ່​ປ່ອຍແກັສ​ເຮືອນ​ແກ້ວຫຼາຍທີ່​ສຸດ ​ເນື່ອງ​ຈາກ​ການໃຊ້​ຖ່ານ​
ຫີນ​ຂອງໂຮງຈັກ​ໂຮງງານ​ຕ່າງໆ ທີ່​ໄດ້​ຂັບ​ດັນ​ໃຫ້ຈີນກາຍ​ເປັນມະ ຫາ​ອຳນາດ​ເສດຖະກິດ
​ໂລກ.

China Smog
please wait
Embed

No media source currently available

0:00 0:00:44 0:00

XS
SM
MD
LG