ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ປະຕິເສດວ່າ ຕົນບໍ່ໄດ້ສ້າງ ຄວາມແຕກແຍກ ຢູ່ໃນອາຊ່ຽນ


ຈີນ​ປະຕິ​ເສດ​ວ່າ ​ຕົນ​ບໍ່​ໄດ້
ພະຍາຍາມ​ທີ່ຈະສ້າງ​ຄວາມ
ບໍ່ລົງ​ຮອຍ​ກັນ​ຢູ່​ໃນ​ສະມາ ຄົມ​
ASEAN ​ຊຶ່ງ​ເປັນ​ກຸ່ມ​ຈັດຕັ້ງ
ພູມີພາກໃນ​ຄວາມ​ພະຍາຍາມ
ເພື່ອ​ໃຊ້​ອິດ​ທິພົນຫຼາຍຂຶ້ນເຂົ້າ
ແຊກ​ແຊງ ຢູ່​ໃນ​ຂົງ​ເຂດ​ທີ່​ເກີດ​


ບັນຫາ​ຂັດ​ແຍ້​ງ ຊຶ່ງ​ອຸດົມ​ສົມບຸ​ນ​ໄປ​ດ້ວຍ​ພະ​ລັງ​ງານ ​ໃນທະ​ເລ​ຈີນໃຕ້ນັ້ນ.

ນັກ​ສັງ​ເກດ​ການ​ຈໍານວນ​ນຶ່ງ​ ກ່າວ​ວ່າ ປັກ​ກິ່ງບໍ່​ຕ້ອງການ​ຢາກ​ໃຫ້ສະມາຄົມ​ອາ​ຊ່ຽນຊຶ່ງ​ມີ​
ສະມາຊິກ 10 ປະ​ເທດ ​ເຕົ້າ​ໂຮມ​ເປັນ​ນໍ້າ​ນຶ່ງ​ໃຈ​ດຽວ​ກັນ​ໃນ​ເລື້ອງ​ດັ່ງ ກ່າວ ​ເພາະວ່າຈີນ
ຂ້ອນ​ຂ້າງ​ຢາກ​ຈະ​ຕໍ່​ລອງ​ກັບຄູ່​ແຂ່ງ​ທີ່ອ້າງ​ເອົາ​ກຳມະສິດ​ທີ່​ອ່ອນ​ແອກ​ວ່າຕົນ ເປັນ​ແຕ່ລະ
​ປະ​ເທດ​ໄປ.

​ແຕ່​ບົດ​ຂຽນ​ບົດ​ນຶ່ງ​ຂອງອົງການ​ຂ່າວຊິນ​ຫົວ ຂອງ​ທາງ​ການ​ຈີນ​ໄດ້​ປະຕິ​ເສດຕໍ່​ການ​ກ່າວ​
ຫາທີ່​ວ່າ​ນີ້ ໂດຍ​ເວົ້າ​ວ່າ ​ເປັນ​ກາ​ນພະຍາຍາມ​ຂອງຝ່າຍຕາ​ເວນ​ຕົກທີ່​ຈະ​ໃສ່​ໄຟ​ເພື່ອ​ໃຫ້​ເກີດ
“ການ​ບໍ່​ໄວ້ເນື້ອ​ເຊື່ອ​ໃຈ ​ແລະ​ຄວາມ​ເປັນ​ສະຕູລ​ະຫວ່າງ ຈີນ ​ແລະບັນດາປະ​ເທດ​ເພື່ອ​ບ້ານ​
ຂອງ​ຕົນ.”

ການ​ກ່າວ​ຫາ​ໄດ້ເພີ່ມ​ທະວີ​ຂື້ນ​ໃນ​ເດືອນ​ແລ້ວ​ນີ້ ​ເວລາສະມາຄົມອາ​ຊ່ຽນ ບໍ່ສາ ມາດ​ບັນລຸ​
ການ​ຕົກລົງ​ກັນ​ໄດ້​ກ່ຽວ​ກັບ​ບັນຫາທະ​ເລ​ຈີນ​ໃຕ້ຢູ່ກອງ​ປະ​ຊຸມສຸດຍອດ ທີ່ກໍາ​ປູ​ເຈຍ​.
ສະມາຄົມອາ​ຊ່ຽນບໍ່​ສາມາດ​ອອກ​ຖະ​ແຫລ​ງການ​ຮ່ວມ​ເປັນ​ຄັ້ງ​ທໍາ​ອິດ​ໃນປະຫວັດສາດ 45 ປີ​
ຂອງ​ຕົນ ຊຶ່ງ​ເປັນ​ສະພາບ​ການ​ບໍ່​ໄປ​ບໍ່​ມາ​ທີ່ສ່ວນ​ໃຫຍ່​ແລ້ວ​ແມ່ນເປັນ​ຍ້ອນການກົດ​ດັນ​ທາງ
​ດ້ານການ​ເ​ມຶ​ອງຂອງຈີນ.

​ແຕ່ວ່າອົງການ​ຂ່າວຊິນຫົວ ​ໄດ້​ຖະ​ແຫລ​ງຕອບ​ໃນ​ວັນ​ຈັນວານນີ້ວ່າ ການສະ​ເໜີແນະ​ວ່າ​ໄດ້
​ເກີດ​ຄວາມ​ແຕກ​ແຍກກັນນັ້ນ ​ແມ່ນ​ເປັນ​ຜົນ​ເນື່ອງມາ​ຈາກ “ການ​ຍຸ​ແຍ່ ​ຂອງປະ​ເທດຕາ​ເວັນ​
ຕົກບາງ​ປະ​ເທດ” ທີ່​ຢາກ​ຈະ​ເຫັນ​ການ​ແຕກ​ແຍກ​ຂອງ​ເອ​ເຊຍ ໃນ​ອັນ​ທີ່​ປະກົດ​ວ່າ​ເປັນ​ການ​
ອ້າງ​ອີງ​ເຖິງການ​ເຄື່ອນ​ໄຫວ​ຂອງລັດຖະ ບານທ່ານ​ໂອ​ບາ​ມາ ​ເມື່ອ​ມໍ່​ໆມາ​ນີ້ ​ໃນອັນ​ທີ່​ຮ້ອງ​ວ່າ
ການ​ຍ້າຍ​ກຳລັງ​ໄປ​ຍັງ​ຂົງ ​ເຂດ​ດັ່ງກ່າວ.

ທ່ານ Carlyle Thayer ຜູ່​ຊ່ຽວຊານ ກ່ຽວກັບກິດຈະການ​ຂອງ​ສະມາຄົມ​ອາ​ຊ່ຽນ ທີ່ມະຫາ
ວິທະຍາ​ໄລ New South Wales ກ່າວ​ວ່າ ມັນ​ຈະ​ເປັນກາ​ນ ຜິດ​ພາດທີ່​ຈະ​ໂຕ້ຖຽງວ່າ ການ
​ຂັດ​ແຍ້​ງກ່ຽວ​ກັບ​ເລື່ອງ​ເຂດນໍ້າ​ແດນ​ດິນ ທີ່ມີ​ມາເປັນ​ເວລາຍາວ​ນານ​ ລະຫວ່າງຈີນ ​ແລະ​ບັນ
ດາຜູ້​ອ້າງ​ກຳມະສິດ​ທີ່​ເປັນຂູ່​ແຂ່ງ​ຫ້າປະ​ເທດ ນັ້ນວ່າ ​ເປັນ​ຜົນ​ສະທ້ອນ​ມາ​ຈາກການ​ຕັດສິນ​
ໃຈ​ດ້ານນະ​ໂຍບາຍ​ຂອງສ​ະຫະລັດ​ເມື່ອ​ໄວໆ​ມານີ້.

XS
SM
MD
LG