ລິ້ງ ສຳຫລັບເຂົ້າຫາ

ຢາປ້ອງກັນໂຣກປອດແຫ້ງ ອາດໃຊ້ປົວ ໂຣກເບົາຫວານ ປະເພດ 1 ໄດ້ (ວີດິໂອພາສາລາວ/ອັງກິດ)

  • Vidushi Sinha

ການໃຊ້ຢາວັກຊິນ BCG ອາດ ປົວໂຣກເບົາຫວານປະເພດ 1 ໄດ້

ການໃຊ້ຢາວັກຊິນ BCG ອາດ ປົວໂຣກເບົາຫວານປະເພດ 1 ໄດ້

ຢາສັກ ປ້ອງກັນພະຍາດ Bacilus Calmette-Guerin ຫລື BCG ເປັນຢາວັກຊິນ ທີ່ໄດ້ນໍາໃຊ້ ມາໄດ້ 80 ປີ ແລ້ວເພື່ອປິ່ນປົວວັນນະໂຣກ ຫລືໂຣກປອດແຫ້ງ ແຕ່ມາບັດນີ້ ໄດ້ຖືກຄົ້ນພົບວ່າ ເປັນຢາທີ່ມີປະສິດທິຜົນໃນ ການປິ່ນປົວໂຣກເບົາຫວານ ປະເພດນຶ່ງ ໄລຍະຍາວ ຊຶ່ງເປັນໂຣກທີ່ມີຜູ້ຄົນເປັນ ໃນຈໍານວນຫລາຍຂຶ້ນ ຢູ່ທົ່ວໂລກ.


ຢາ BCG ໄດ້ຖືກໃຊ້ ສັກໃຫ້ພວກເດັກນ້ອຍໃນປະເທດກໍາລັງ
ພັດທະນາ ມາເປັນເວລາດົນນານ ເພື່ອປ້ອງກັນວັນນະໂຣກ
ຫລື ໂຣກປອດແຫ້ງ.

ແຕ່ວ່າ ໃນການທົດລອງໃຊ້ປິ່ນປົວເມື່ອໝໍ່ໆມານີ້ ພວກນັກຄົ້ນ
ຄວ້າ ທີ່ໂຮງ ຮຽນແພດສາດຂອງມະຫາວິທະຍາໄລ Harvard
ໄດ້ພົບເຫັນວ່າ ຢາວັກຊິນ ຊະນິດນີ້ ຍັງສາມາດເຮັດໃຫ້ການຜະ
ລິດທາດອິນຊູລີນ ເພີ້ມຂຶ້ນໄດ້ ຢູ່ໃນພວກຄົນປ່ວຍ ທີ່ເປັນໂຣກ
ເບົາຫວານປະເພດນຶ່ງ ຫລື type 1 diabetes.

ດຣ. Denise Faustman ຜູ້ນໍາພາພວກນັກຄົ້ນຄວ້າ ເວົ້າວ່າ ທີມງານຄົ້ນຄວ້າຂອງທ່ານນາງ ສາມາດປິ່ນປົວໂຣກເບົາຫວານປະເພດນຶ່ງ ຢູ່ໃນໂຕໜູໄດ້ ແລະໃນການໃຫ້ສໍາພາດ ຕໍ່ວີໂອເອ ໂດຍຜ່ານທາງອິນເຕີແນັດຫລື skype ທ່ານນາງເວົ້າ
ວ່າ ການທົດລອງປິ່ນປົວ ຂະໜາດນ້ອຍກັບຄົນ ກໍໃຫ້ຜົນ ທີ່ມີຄວາມຫວັງສູງ ເຊັ່ນກັນ. ດຣ. ເດີນີສ ຟົສແມນ ກ່າວວ່າ:

ຄວາມຜິດພາດຂອງ ເຊີເວີ

Oops, as you can see, this is not what we wanted to show you! This URL has been sent to our support web team to the can look into it immediately. Our apologies.

Please use Search above to see if you can find it elsewhere


“ສິ່ງທີ່ພວກເຮົາເຫັນກໍຄືວ່າ ແມ່ນແຕ່ ການໃຊ້ຢາວັກຊິນ
ນີ້ພຽງສອງໂດສຫລື ສອງຂະໜາດນ້ອຍໆ ໂດຍໃຊ້ຫ່າງ
ກັນ 2 ອາທິດ ເທົ່ານັ້ນ ພວກເຮົາກໍສາມາດເລີ້ມເຫັນ ມີ
ການກໍາຈັດເເຊລຂອງພູມຕ້ານທານທີ່ບໍ່ດີນັ້ນຖິ້ມໄປ ແລະ
ພວກເຮົາກໍເຫັນວ່າ ມ້າມໄດ້ເລີ້ມມາຜະລິດທາດອິນຊູລິນ
ຈໍານວນນ້ອຍໆ ຄືນອີກ ຊຶ່ງເປັນໜ້າອັດສະຈັນແທ້ໆ.”


ໂຣກເບົາຫວານປະເພດນຶ່ງ ແມ່ນທໍາລາຍເເຊລ ທີ່ຜະລິດ
ທາດອິນຊູລີນ. ຄົນທີ່ເປັນພະຍາດນີ້ ຈະຕ້ອງຕິດຕາມ
ກວດເບິ່ງ ແລະຄວບຄຸມລະດັບທາດກລຸຍໂກສ ຫລືທາດ ນໍ້າຕານໃນເລືອດນັ້ນ ໂດຍການສັກ ທາດອິນຊູລີນເຂົ້າໄປ.

ເບິ່ງວີດິໂອກ່ຽວກັບເລື້ອງນີ້ ເປັນພາສາອັງກິດ



ດອກເຕີ້ຟົສແມນເວົ້າວ່າ ເວລາສັກຢາວັກຊິນ BCG ໃສ່ບັນດາຄົນປ່ວຍເຫລົ່ານີ້ ຢາດັ່ງ ກ່າວກໍຈະກະຕຸ້ນການຜະລິດທາດຮໍໂມນ ທີ່ມີຊື່ວ່າ: ‘ປະເດັນເນື້ອ ເຫຍື່ອຂອງເນື້ອງອກ’
ຫລື ‘Tumor Necrosis Factor’ ເອີ້ນຫຍໍ້ວ່າ TNF. ດຣ. ຟົສແມນ ກ່າວຕື່ມວ່າ:

“ມັນເປັນທີ່ຮູ້ກັນດີ ມາໄດ້ 20 ປີແລ້ວ ວ່າຜູ້ໃດກໍຕາມທີ່ໄດ້ຮັບຢາວັກຊິນນີ້ ຮ່າງກາຍ ຂອງພວກເຂົາເຈົ້າ ແມ່ນຜະລິດ ທາດຮໍໂມນທີ່ມີຊື່ວ່າ TNF ແລະກໍແມ່ນ ຮໍໂມນ TNF ນີ້ ທີ່ພວກເຮົາຕ້ອງການ. ແຕ່ TNF ບໍ່ແມ່ນຢາ ສະນັ້ນ ພວກເຮົາຈຶ່ງໃຊ້ໂຕແທນທີ່ ຖືກໆນີ້ ເພື່ອພະຍາຍາມກະຕຸ້ນໃຫ້ມີການ ຜະລິດຮໍໂມນ TNF ຢູ່ໃນພວກຄົນປ່ວຍ
ເປັນເບົາຫວານໄລຍະຍາວ.”


ຢາວັກຊິນ BCG ມັກຈະເຮັດໃຫ້ມີຜົນທີ່ດີ ໃນການທົດລອງສັກໃສ່ຜີວໜັງ ເພື່ອວິໄຈ ວັນນະໂຣກ ຫລື ໂຣກປອດແຫ້ງ.

ແຕ່ວ່າ ດຣ. ຟົສແມນ ເວົ້າວ່າ ເຖິງແມ່ນບໍ່ມີການຄົ້ນພົບຢາວັກຊິນ BCG ວ່າ ເປັນຢາ ທີ່ມີປະສິດທິຜົນໃນການປິ່ນປົວໂຣກເບົາຫວານປະເພດນຶ່ງ ຢ່າງໜ້ອຍ ພວກທີ່ໄດ້ຮັບ ຢາວັກຊິນດັ່ງກ່າວນີ້ ກໍຈະໄດ້ຮັບການປ້ອງກັນເປັນເວລາໄລຍະນຶ່ງ ບໍ່ໃຫ້ຕິດພະຍາດ ປອດແຫ້ງ. ທ່ານນາງຄາດວ່າ ການຊອກຫາລະດັບໂດສ ຫລືຂະໜາດຂອງຢາວັກຊິນ
BCG ທີ່ຖືກຕ້ອງ ສໍາລັບໃຊ້ກັບຄົນເຈັບນັ້ນ ຈະເປັນບັນຫາທ້າທາຍຢ່າງໃຫຍ່ ໃນການ ເຮັດໃຫ້ໄດ້ຮັບຜົນອັນສະໝໍ່າສະເໝີ ໃນການໃຊ້ກັບພວກຄົນປ່ວຍ ທີ່ເປັນໂຣກເບົາຫວານ ປະເພດນຶ່ງ ຫລື type 1 diabetes ນັ້ນ.

ເບິ່ງວີດິໂອກ່ຽວກັບເລື້ອງນີ້ ເປັນພາສາລາວ

ຄວາມເຫັນຂອງທ່ານ

ສະແດງຄວາມເຫັນໃຫ້ເບິ່ງ

XS
SM
MD
LG