ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫົວໜ້າ ບໍລິສັດກະຈາຍສຽງ ຂອງອັງກິດ ລາອອກ


ທ່ານ George Entwistle, ຫົວໜ້າບໍລິສັດກະຈາຍສຽງຂອງອັງກິດ ຫລື BBC
ທ່ານ George Entwistle, ຫົວໜ້າບໍລິສັດກະຈາຍສຽງຂອງອັງກິດ ຫລື BBC
ຫົວໜ້າບໍລິສັດກະຈາຍສຽງຂອງອັງກິດ ຫລື BBC ໄດ້ລາອອກ
ລຸນຫລັງທີ່ການລາຍງານ ຂ່າວໂທລະພາບເລື້ອງນຶ່ງ ໄດ້ເຮັດ ໃຫ້ນັກການເມືອງຂັ້ນສູງທ່ານນຶ່ງ ຖືກກ່າວຫາຢ່າງບໍ່ມີ ມູນຄວາມ
ຈິງວ່າ ທໍາການລວນລາມເດັກນ້ອຍທາງເພດ.

ທ່ານ George Entwistle ໄດ້ຂຶ້ນມາເປັນຜູ້ອໍານວຍການໃຫຍ່
ຂອງ BBC ໄດ້ບໍ່ຮອດ ສອງເດືອນ. ທ່ານກ່າວໃນວັນເສົາວານ
ນີ້ວ່າ ໃນຖານະທີ່ເປັນຫົວໜ້າບັນນາທິການຂອງອົງການຂ່າວ
BBC ນໍາດ້ວຍນັ້ນ ທ່ານເປັນຜູ້ຮັບຜິດຊອບທຸກເນື້ອໃນຂອງ
ຂ່າວ ໃນຂັ້ນສຸດທ້າຍ. ທ່ານ Entwistle ຍັງເວົ້າອີກວ່າ ການ ລາອອກຈາກຕໍາແໜ່ງຂອງທ່ານ ແມ່ນເປັນສິ່ງທີ່ມີກຽດທີ່ຄວນ
ກະທໍາ.

ລາຍການໂທລະພາບ Newsnight ຂອງ BBC ໄດ້ລາຍງານໃນວັນທີ 2 ພະຈິກຜ່ານມາ
ວ່າ ສະມາຊິກຂອງພັກອານຸລັກນິຍົມ ຫລື Conservative Party ຂັ້ນສູງທ່ານນຶ່ງໄດ້ລວນ
ລາມທາງເພດພວກເດັກຊາຍ ຢູ່ບ່ອນລ້ຽງເດັກກໍ່າພ້າຊາຍ ທີ່ເມືອງ Wales ໃນລະຫວ່າງ ຊຸມປີ 1970 ຫາຊຸມປີ 1980.

ບົດລາຍງານດັ່ງກ່າວ ບໍ່ໄດ້ລະບຸຊື່ຂອງນັກການເມືອງທ່ານນັ້ນ. ແຕ່ວ່າ ເວັບໄຊທາງອິນເຕີ ແນັດ ບອກຊື່ວ່າ ແມ່ນທ່ານ Alistair McAlpine ອະດີດນາຍຄັງຂອງພັກ Conservative.

ຜູ້ລາຍງານຂ່າວກ່າວຫາທ່ານ McAlpine ໄດ້ຖອນການກ່າວຫາຕໍ່ທ່ານ ອາທິດແລ້ວນີ້ ໂດຍ ໃຫ້ເຫດຜົນວ່າ ລາວໄດ້ເຂົ້າໃຈຜິດຄິດວ່າຮູບຂອງຜູ້ອື່ນ ແມ່ນຮູບທ່ານ McAlpine.

ທ່ານ Entwistle ຍັງໄດ້ຖືກຕໍາໜິ ທີ່ລາຍການໂທລະພາບ Newsnight ໄດ້ຖອນການ ສືບສວນສອບສວນ ຂໍ້ກ່າວຫາທີ່ເວົ້າວ່າ ມື້ລາງທ່ານ Jimmy Savile ອະດີດບຸກຄົນ ທີ່ ເປັນທີ່ຮັກຂອງໂທລະພາບອັງກິດ ໄດ້ທໍາການລວນລາມທາງເພດ ຕໍ່ພວກເດັກຊາຍ ແລະ ເດັກຍິງ ເປັນເວລາຫລາຍໆ ທົດສະວັດ.
XS
SM
MD
LG