ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການສູ້ລົບທີີ່ເມືອງ Kobani ກ້າວເຂົ້າ ເປັນເດືອນທີສອງ


Kobani Clashes Continue After US-Led Airstrikes
please wait

No media source currently available

0:00 0:02:02 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ໃນ​ວັນ​ພ​ະຫັດ​ວານ​ນີ້ ​ ກຳລັງ​ເຄີ​ດ ໄດ້ປ້ອງ​ກັນເປັນເດືອນ​ທີ່​
ສອງ​ ຢູ່ຊາຍ​ແດນ​ພາກ​ເໜືອ​ຂອງ​ຊິ​ເຣຍ ​ເມືອງ Kobani ຈາກ
​ພວກ​ຫົວ​ຮຸນ​ແຮງ​ອິສລາມ ໂດຍໄດ້ປະຕິບັດ​ງານ​ເພີ້​ມ​ຂື້ນ​ຮ່ວມ
ກັບສະຫະລັດ ​ນຳພາ​ກຳລັງ​ປະສົມ ​ເພື່ອ​ຕີໂຕ້​ຕອບ​ກຸ່ມຫົວ​ຮຸນ
​ແຮງ​ດັ່ງກ່າວ.

ຫ້ອງການ​ສີ້​ງຊອມ​ສິດທິ​ມະນຸດ​ອັງກິດ ​ໃນ​ຊິ​ເຣຍ ລາຍ​ງານ​ວ່າ ​
ຫລາຍ​ກວ່າ 660 ຄົນ​ໄດ້​ຖືກ​ສັງຫານ ນັບ​ຕັ້ງ​ແຕ່ພວກ IS ​ໄດ້
​ເລີ້ມ​ບຸກ​ໂຈມ​ຕີ ຢູ່​ໃນ​ຂົງ​ເຂດ ຢູ່​ເລາະ​ຕາມ​ແນວ​ໜ້າ​ຂອງ​ເທິ​ກີ
​ໃນ​ວັນ​ທີ 16 ​ເດືອ​ນກັນຍາ. ຫ້ອງການ​ສີ້​ງຊອມ​ສິດທິ​ມະນຸດ ​
ໄດ້​ໃຫ້​ຂໍ້ສັງ​ເກດ​ເຖິງຈຳນວນຄົນ​ຕາຍ​ທັງ​ໝົດ ວ່າອາດ​ຈະ​ເປັນ​
ສອງ​ເທົ້າທີ່​ຄໍານວນ​ໄວ້ ​ຍ້ອນ​ອັນ​ທີ່​ຮ້ອງ​ວ່າ “​ເປັນຄວາມ​ລັບ​ທີ່​ສຸດ”
ກ່ຽວ​ກັບ​ການ​ໄດ້​ຮັບ​ບາດ​ເຈັບ​ຈາກ​ທັງ​ສອງຝ່າຍ.

ການ​ໂຈມ​ຕີ​ທາງ​ອາກາດ​ຂອງ ສະຫະລັດ ຕ້ານ​ລັດ​ອິສລາມ ​ໄດ້​ເພີ້​ມຂື້ນ​ໃນ​ເມືອງ Kobani
ອາທິດ​ນີ້ ​ໃນ​ຂະນະ​ທີ່ ສະຫະລັດ ຮັບ​ຮູ້ເຖິງ ການ​ເຈລະ​ຈາ ​ໂດຍ​ກົງ​ກັບ ພັກ​ການ​ເມືອງ ​
ຊິ​ເຣຍ ​ເທີ​ກີ ທີ່​ເຊື່ອມ​ຕໍ່​ກັບ ກອງ​ໂຈນ​ເຄີ​ດ ທີ່ ສະຫະລັດ ​ແ​ລະ​ເທີ​ກີ ຮ້ອງ​ວ່າ ພວກ​ກໍ່​ການ
​ຮ້າຍນັ້ນ.

​ໂຄສົກ​ຍິງ ຂອງກະຊວງ​ຕ່າງປະ​ເທດ ສະຫະລັດ ທ່ານ​ນາງ Jen Psaki ກ່າວ​ວ່າ ​ເຈົ້າ​ໜ້າ​ທີ່
ຂັ້ນ​ສູງສະຫະລັດ ຄົນ​ນຶ່ງ ​ໄດ້​ພົບ​ກັບ ພັກສະຫະພັນ ​ເຄີດ ປະຊາທິປະ​ໄຕ ທີ່​ນະຄອນ​ປາຣີ ​ໃນວັນ​ເສົາ​ທີ່​ຜ່ານ​ມາ ​ແຕ່​ວ່າການ​ປະຊຸມ​ນີ້ບໍ່​ໄດ້ ​ສະ​ແດງ​ໃຫ້​ເຫັນ​ການ​ປະສານ​ງານ​ຕ້ານ
ລັດ​ອິສລາມ.

ແນວໂຮມທີ່ນຳພາໂດຍສະຫະລັດ ເພີ້ມການໂຈມຕີ ຕໍ່ພວກ IS ໜັກຂຶ້ນ:

US Steps Up Airstrikes on Islamic State
please wait

No media source currently available

0:00 0:02:33 0:00

ພັກ​ດັ່ງກ່າວ​ພົວພັນ​ກັບ PKK ຊຶ່ງ​ເປັນ ​ເຄີ​ດທີ່​ແບ່ງ​ແຍກ ຜູ້​ທີ່ໂຈມ​ຕີ​ຫລາຍ​ຄັ້ງ​ຢູ່​ໃນ ​ເທີ​ກີ ອີຣ່ານ ອີຣັກ ແລະ​ຊິ​ເຣຍ ເພື່ອຄວາມ​ເປັນ​ເອກ​ກະລາດຂອງ​ຕົນ. ທານ​ນາງ Psaki ກ່າວ
​ວ່າ ສະຫະລັດ ​ເຂົ້າ​ໃຈ​ດີ​ເຖິງການເຊື່ອ​ໂຍມລະຫວ່າງ ​ເຄີ​ດ ​ໃນ​ຊິ​ເຣຍ ​ແລະ PKK ທີ່ ວໍ​ຊິງ​
ຕັນ ຍັງ​ເຫັນ​ວ່າ​ເປັນ​ກຸ່ມ​ກໍ່​ການ​ຮ້າຍນັ້ນ.

​ແຕ່​ວ່າ ທ່ານ Polat Can ​ໂຄສົກ​ຂອງ ໜ່ວຍ​ປ້ອງ​ກັນປະຊາຊົນ​ເຄີ​ດ (YPG) ກ່່າວ​ຕໍ່ ວີ​ໂອ
​ເອ ພະ​ແນ​ກພາສາ​ເຄີ​ດ ​ໃນ​ຕອນ​ຕົ້ນ​ອາທິດ​ນີ້​ວ່າ ທະຫານ​ບ້ານ​ເຄີ​ດ​ ​ໄດ້ “ພົວພັນ​ໂດຍກົງ”
ກັບ​ກຳລັງ​ປະສົມ ສະຫະລັດ ​ແລະ​ກຳລັງ​ໃຫ້ການ​ປະສານ​ງານ​ການ​ໂຈມ​ຕີ​ທາງ​ອາກາດ ​ຢູ່​ໃນ​ເມືອງ Kobani ​ແລະ​ເປັນ​ທີ່​ຮູ້​ກັນ​ອີກ​ວ່າ al-Arab ນັ້ນ.

ທຳນຽບຫ້າ​ແຈ ສະຫະລັດ ກ່າວ​ວ່າ ການ​ຖີ້ມລະ​ເບີດ​ໄດ້​ສັງ​ຫານ ນັກ​ລົບ​ອິສລາມ “ຫລາຍ​
ຮ້ອຍຄົນ” ຢູ່​ໃນ​ເມືອງ.

ISLAMIC STATE VO
please wait
Embed

No media source currently available

0:00 0:00:42 0:00

XS
SM
MD
LG