ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວນະຄອນ Baton Rouge ໄວ້ອາໄລ ໃຫ້ຕຳຫຼວດ ທີ່ຖືກສັງຫານ


ຝູງຊົນພາກັນຍົກມືຂຶ້ນສູດມົນ ລະຫວ່າງການໄຕ້ທຽນໄວ້ອາໄລ ໃຫ້ແກ່ຕຳຫລວດ ທີ່ຖືກສັງຫານໃນນະຄອນ Baton Rouge.
ຝູງຊົນພາກັນຍົກມືຂຶ້ນສູດມົນ ລະຫວ່າງການໄຕ້ທຽນໄວ້ອາໄລ ໃຫ້ແກ່ຕຳຫລວດ ທີ່ຖືກສັງຫານໃນນະຄອນ Baton Rouge.

​ປະ​ຊາ​ຄົມ​ນຶ່ງ ​ໃນ​ລັດ Louisiana ​ທາງ​ພາກ​ໃຕ້​ຂອງສະຫະລັດ​ອາ​ເມຣິກາ ​ໄດ້​ພາກັນ​ໄວ້​ອາ​ໄລ​ໃນ​ຕອນແລງ​ວັນ​ຈັນ​ວານ​ນີ້ ​ເພື່ອ​ເປັນ​ກຽດ​ໃຫ້​ແກ່​ຕຳຫລວດ​ຄົນ​ນຶ່ງໃນຈຳນວນ​ສາມ​ຄົນ ​ທີ່​ຖືກ​ຍິງ​ຕາຍ​ໂດ​ຍອ​ະດີດ​ທະຫານ​ມາ​ຣີນ​ສະຫະລັດ.

ຫລາ​ຍຮ້ອຍ​ຄົນ​ໄດ້​ພາກັນ​ເຕົ້າ​ໂຮມ​ກັນ​ຢູ່​ໂບດ​ໃນ​ນະຄອນ Baton Rouge ​ໃນ ອັນ​ທີ່​ໄດ້​ກາຍ​ມາ​ເປັນການສະ​ແດງຄວາມ​ເສົ້າໂສກ​ແລະ​ສະໜັບສະໜູນທີ່​ໄດ້​ເຫັນ ກັນຫຼາຍຂຶ້ນ ​ຢູ່ໃນ​ສະຖານ​ທີ່​ແຫ່ງ​ນັ້ນ ​ແລະ​ແຫ່ງ​ອື່ນໆ​ຢູ່​ທົ່ວປະ​ເທດ.

ຄຸນພໍ່ຕຳຫລວດຄົນນຶ່ງ ຢືນໄວ້ອາໄລ ຢູ່ບ່ອນເກີດເຫດ ວັນ 18 ກໍລະກົດ, 2016.
ຄຸນພໍ່ຕຳຫລວດຄົນນຶ່ງ ຢືນໄວ້ອາໄລ ຢູ່ບ່ອນເກີດເຫດ ວັນ 18 ກໍລະກົດ, 2016.

ທ່ານ Corey Sylvest ຊາວ​ນະຄອນ Baton Rouge ກ່າວ​ວ່າ “ທ່ານ​ຮູ້ບໍ່​ວ່າ​ຄົນ​ທີ່​ກະທຳ​ຜິດ​ກົດໝາຍ ​ຢູ່​ໃນເຫດຮ້າຍ​ເມື່ອ​ວັນ​ອາທິດ ບໍ່​ໄດ້​ມາ​ຈາກ​ປະຊາ​ຄົມ​ຂອງ​ພວກ​ເຮົາ ​ຢູ່​ໃນ​ນະ​ຄອນ Baton Rouge ຫລື​ ມາ​ຈາກ​ລັດ Louisiana ​ເພາະສະ​ນັ້ນ ຂ້າພະ​ເຈົ້າ​ຄິດ​ວ່າ​ ປະຊາ​ຄົມ​ຂອງ​ພວກ​ເຮົາ​ເຂັ້ມ​ແຂງ ພວກ​ເຮົາ​ມີ ຄວາມ​ສາມັກຄີ​ກັນ​ດີ​ທີ່​ສຸດ ​ແຕ່ບໍ່​ໄດ້ໝາຍ​ຄວາມ​ວ່າ ພວກ​ເຮົາ​ບໍ່​ມີ​ບັນຫາ ພວກ​ເຮົາ​ຈະແກ້​ໄຂ​ບັນຫາ​ຕ່າງ​ໆ​ເຫລົ່າ​ນັ້ນ​ ໃນ​ນາມ​ປະ​ຊາ​ຄົມ ​ແລະ​ຂ້າພະ​ເຈົ້າ​ຄິດ​ວ່າ​ພວກ​ເຮົາ​ກຳລັງ​ດຳ​ເນີນ​ການ​ດັ່ງກ່າວ ​ແລະຜູ້​ຄົນ​ທີ່​ເຂົ້າ​ມາ​ຈາກ​ຂ້າງ​ນອກ​ປະຊາ​ຄົມຂອງ​ພວກ​ເຮົາ ມາ​ສ້າງ​ບັນ​ຫາ​ ທີ່​ເຮົາ​ຮັບເອົາ​ບໍ່​ໄດ້​ຢູ່​ທີ່​ນີ້.”

US Officials Urge Americans to Stand United Against Violence
please wait

No media source currently available

0:00 0:02:16 0:00

ບັນ​ດາ​ເຈົ້າ​ໜ້າ​ທີ່​ທະຫານ​ໄດ້​ພິສູດວ່າ ມື​ປືນ​ທີ່​ໃສ່​ໜ້າ​ກາກ​ຍິງ​ພວກ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ ໃນ​ວັນ​ອາທິດຜ່ານ​ມາ​ນີ້​ ​ແມ່່ນ ທ້າວ Gavin Long ຈາກເມືອງ Kansas City ລັດ Missouri. ລາວ​ໄດ້​ຮັບ​ໃຊ້ ເປັນ​ທະຫານ​ມາ​ຣີນ ​ແຕ່​ປີ 2005 ຫາ​ປີ 2010 ຮວມທັງ​ເຄີຍ​ຖືກ​ສົ່ງ​ໄປ​ປະ​ເທດ​ອີຣັກ.

ຜູ້​ປົກຄອງ​ລັດ Louisiana ທ່ານ John Bel Edwards ກ່າວ​ໃນ​ລະຫວ່າງ​ກອງ​ປະຊຸມ​ນັກ​ຂ່າວໃນວັນ​ຈັນ​ວານ​ນີ້​ວ່າ ຄວາມ​ປະພຶດ​ຂອງ​ທ້າວ Long ​ໄດ້​ເປັນ “ຜີ​ສາງ​ ​ແທ້​ໆ.”

ບັນດາເຈົ້າໜ້າທີ່ຕຳຫລວດ ເຂົ້າຮ່ວມພິທີທາງສາສະໜາຢູ່ທີ່ໂບດ Baptist Church ໃນເມືອງ Zachary ລັດ Louisiana..
ບັນດາເຈົ້າໜ້າທີ່ຕຳຫລວດ ເຂົ້າຮ່ວມພິທີທາງສາສະໜາຢູ່ທີ່ໂບດ Baptist Church ໃນເມືອງ Zachary ລັດ Louisiana..

​ຜູ້​ປົກຄອງ​ລັດ​ກ່າວ​ຕໍ່​ອີກ​ວ່າ “ລາວ​ໄດ້​ມາ​ທີ່​ນີ້​ຈາກ​ແຫ່ງ​ອື່ນ ​ເພື່ອ​ມາ​ທຳຮ້າຍ​ປະ ຊາ​ຄົມ​ຂອງ​ພວກ​ເຮົາ ​ໂດຍ​ສະ​ເພາະ​ຜູ້​ປະຕິບັດ​ກົດໝາຍ ​ໃນ​ສັງຄົມ​ຂອງ​ພວກ​ເຮົາ.”

ຕຳຫລວດ​ກ່າວ​ວ່າ ທ້າວ Long ປາກົດ​ວ່າ​ໄດ້​ “ໃຊ້​ສື່​ສັງຄົມຢ່າງ​ກວ້າງ​ຂວາງ” ຮວມທັງ​ກ່ອນ​ເວລາ​ລາວ​ທຳ​ການ​ໂຈມ​ຕີນຳ​ດ້ວຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG