ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. Bashir ແຫ່ງຊູດານ ໄດ້ຊະນະການເລືອກຕັ້ງ ອີກສະໄໝໜຶ່ງ ຢ່າງງ່າຍດາຍ


ປ. Omar Hassan al-Bashir ປ່ອນບັດຂອງທ່ານ ໃນລະຫວ່າງ
ການເລືອກຕັ້ງ ທີ່ນະຄອນຫຼວງ Khartoum, ວັນທີ 13 ເມສາ 2015.
ປ. Omar Hassan al-Bashir ປ່ອນບັດຂອງທ່ານ ໃນລະຫວ່າງ ການເລືອກຕັ້ງ ທີ່ນະຄອນຫຼວງ Khartoum, ວັນທີ 13 ເມສາ 2015.

ປະທານາທິບໍດີ Omar al-Bashir ​ແຫ່ງ​ຊູ​ດານ ​ໄດ້​ຊະນະ​
ການ​ເລືອກ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່​ງອີກ​ສະໄໝ​ໜຶ່ງ ​ໂດຍ​ໄດ້​ຮັບ
​ສຽງ​ສະໜັບສະ​ໜຸນ 94 ​ເປີ​ເຊັນ​ຂອງ​ຈຳນວນ​ຄະ​ແນນ​ສຽງ
​ທັງ​ໝົດ ​ໃນ​ການ​ເລືອກ​ຕັ້ງ ທີ່​ຝ່າຍ​ຄ້ານ​ບໍ່​ຍອມ​ເຂົ້າ​ຮ່ວມ​ນຳ​.

ບັນດາ​ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ ປະກາດ​ຜົນ​ຂອງ​ການເລືອກ​ຕັ້ງ​
ໃຫ້​ຮູ້​ໃນ​ວັນ​ຈັນ​ມື້​ນີ້ ຈາກ​ການ​ປ່ອນ​ບັດ​ເປັນ​ເວລາ 4 ມື້​ໃນ​ຕົ້ນ​ເດືອນ​ນີ້ ທີ່​ໄດ້​ມີ​ການ​ຄາດ
​ຄິດ​ກັນ​ມາ​ຢ່າງ​ແຜ່​ຫຼາຍ ວ່າຈະ​ເຮັດໃຫ້​ທ່ານ Bashir ດຳລົງ​ຕຳແໜ່​ງປະທານາທິບໍດີ​ຕໍ່​ໄປ ຫຼັງຈາກ​ໄດ້​ຄອງ​ອຳນາດ​ ​ຕັ້ງ​ແຕ່​ປີ 1989​ ເປັນ​ຕົ້ນ​ມາ​ນັ້ນ.

ຫົວໜ້າ​ຄະນະ​ກຳມະການ​ເລືອກ​ຕັ້ງ​ຂອງ​ປະ​ເທດ ກ່າວ​ວ່າ ຈຳນວນ​ຄົນ​ອອກ​ໄປ​ປ່ອນ​ບັດ
​ມີ 46 ​ເປີ​ເຊັນ.

ສະຫະພາບ​ຢູ​ໂຣບ ສະຫະລັດ ອັງກິດ ​ແລະ​ນໍ​ເວ ທັງ​ໝົດ​ພາກັນ​ຕຳ​ໜິຕິຕຽນ​ການ​ເລືອກ​
ຕັ້ງ​ດັ່ງກ່າວ ​ໂດຍ​ກ່າວ​ວ່າ ການຂາດ​ການ​ໂອ້​ລົມ​ສົນ ທະນາ​ລະດັບຊາດ ທີ່ລັດຖະບານ​ໄດ້
ໃຫ້​ຄຳ​ໝັ້ນ​ສັນຍາ​ໄວ້ນັ້ນ ​ເຮັດ​ໃຫ້​ຊູ​ດານ​ບໍ່​ມີຂັ້ນ​ຕອນ​ດ້ານ​ການ​ເມືອງ ​ທີ່​ມີ​ຫລາຍ​ພັກ​ຝ່າຍ
ເຂົ້າ​ຮ່ວມ​ນຳ.

ທ່ານ Bashir ​ຊຶ່ງສານ​ອາຍາ​ສາກົນ​ຕ້ອງການ​ໂຕ​ໄປດຳ​ເນີນ​ຄະດີ ​ໃນ​ຂໍ້ຫາ​ກໍ່ອາ​ຊະ​ຍາ
ກຳສົງຄາມ ​ໄດ້​ປະ​ເຊີນ​ກັບ​ການ​ແຂ່ງ​ຂັນຈາກ​ຜູ້​ສະໝັກ ທີ່​ບໍ່​ສຳຄັນບໍ່​ເທົ່າ​ໃດ​ຄົນ ​ໂດຍ​ທີ່​
ກຸ່ມ​ຝ່າຍ​ຄ້ານສຳຄັນ ​ພາກັນ​ຂວ້ຳ​ບາດ​ການ​ປ່ອນ​ບັດ​.

ທ່ານ Omar al-Bashir ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ດຳ​ເນີນ​ງານ​ເພື່ອ​ສັນຕິພາບ ການ​ພັດທະນາ​ ແລະ​ປັບປຸງ​ເສດຖະກິດ​ຂອງ​ປະ​ເທດ ​ໃຫ້​ດີ​ຂຶ້ນ.

XS
SM
MD
LG