ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ໂອບາມາ ຫຼຸດຜ່ອນໂທດ ໃຫ້ແກ່ນັກໂທດ 102 ຄົນ


ໃນການຊຸກຍູ້ ເພື່ອໃຫ້ມີການປະຕິຮູບ ດ້ານຍຸຕິທຳນັ້ນ ປະທານາທິບໍດີ ບາຣັກ ໂອບາມາ ​ແລະພວກຜູ້ຊ່ອຍ ໄດ້ໄປຢ້ຽມ ຄຸກລັດຖະບານກາງ El Reno ໃນລັດ Oklahoma. (16 ກໍລະກົດ 2015)
ໃນການຊຸກຍູ້ ເພື່ອໃຫ້ມີການປະຕິຮູບ ດ້ານຍຸຕິທຳນັ້ນ ປະທານາທິບໍດີ ບາຣັກ ໂອບາມາ ​ແລະພວກຜູ້ຊ່ອຍ ໄດ້ໄປຢ້ຽມ ຄຸກລັດຖະບານກາງ El Reno ໃນລັດ Oklahoma. (16 ກໍລະກົດ 2015)

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ​ ​ໄດ້​ຫລຸດຜ່ອນ​ໂທດ ​ໃຫ້​ແກ່ພວກ​ນັກ​ໂທດ​ລັດຖະບານ​ກາງ 102 ຄົນ​ໃນ​ການ​ຫຼຸດຜ່ອນ​ໂທດ​ຮອບ​ໃໝ່​ໃຫ້ແກ່​ພວກ​ທີ່​ມີ​ຄວາມ​ ຜິດ​ກ່ຽວ​ກັບ​ຢາ​ເສບ​ຕິດ​ທີ່​ບໍ່​ໃຊ້​ຄວາມ​ຮຸນ​ແຮງ.

ການ​ປ່ອຍ​ພວກ​ນັກ​ໂທດ​ເຫຼົ່ານີ້ກ່ອນ​ກຳນົດ ​ແມ່ນ​ສ່ວນ​ນຶ່ງ​ໃນ​ການ​ດຳ​ເນີນ​ຄວາມພະຍາ ຍາມ​ຂອງ​ທ່ານ​ໂອ​ບາ​ມາ ​ເພື່ອແກ້​ໄຂ​ໃນ​ອັນ​ທີ່​ທ່ານ​ມອງ​ເຫັນ​ວ່າ ເປັນຄຳ​ສັ່ງການ​ຕັດສິນ​ໂທດ​ຂັ້ນຕ່ຳສຸດ​ທີ່​ດົນ​ເກີນ​ໄປ​ແບບ​ບໍ່​ມີ​ເຫດຜົນ.

ທະນາຍຄວາມ​ຂອງ​ທຳນຽບຂາວ ທ່ານ Neil Eggleston ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້ວ່າ “ດ້ວຍ​ການ​ອະນຸຍາດ​ໃນ​ມື້ນີ້ ປະທານາທິບໍດີ​ໄດ້​ຫລຸດຜ່ອນ​ໂທດ​ໃຫ້​ແກ່ 774 ຄົນຫລາຍ​ກວ່າ​ປະທານາທິບໍດີ​ຄົນ​ກ່ອນ ​ຮວມກັນ 11 ທ່ານ. ດ້ວຍການ​ຫລຸດຜ່ອນ​ໂທດ​ທັງ​ໝົດໃຫ້​ແກ່ 590 ຄົນ​ໃນ​ປີນີ້ ​ປະທານາທິບໍດີ​ໂອ​ບາ​ມາ ປັດຈຸບັນ ​ໄດ້​ຫລຸດຜ່ອນ​ໂທດ​ໃຫ້​ແກ່​ສ່ວນ​ບຸກຄົນ ​ພາຍ​ໃນ​ເວລາ​ນຶ່ງ​ປີ ຫຼາຍ​ກວ່າ ການ​ຫລຸດຜ່ອນ​ໂທດພາຍ​ໃນ​ເວລາ​ນຶ່ງ​ປີ​ໃດໆ​ທັງ​ໝົດ ​ໃນ​ປະຫວັດສາດ​ຂອງ​ປະ​ເທດ​ເຮົາ.”

ການ​ຊຸກຍູ້​ໃຫ້​ມີ​ການ​ຫຼຸດຜ່ອນ​ໂທດ​ແກ່​ພວກ​ທີ່​ມີ​ຄວາມ​ຜິດ​ດ້ານ​ຢາ​ເສບ​ຕິດ​ທີ່​ບໍ່ໃຊ້​ຄວາມ​ຮຸນ​ແຮງແມ່ນ​ສະທ້ອນ​ໃຫ້​ເຫັນ​ທັດສະນະທີ່ໄດ້​ສະແດງ​ອອກ​ຢ່າງ​ຈະ​ແຈ້ງ​ຂອງ​ທ່ານທີ່​ວ່າ ປະ​ເທດ​ຊາດ​ ຄວນ​ຈະ​ແກ້​ໄຂ​ບັນຫາ ​ຊຶ່ງ​ເປັນ​ຜົນ​ທີ່​ຕິດຕາມມາ​ ຂອງ​ກົດ​ລະບຽບ​ການ​ລົງ​ໂທດ​ແບບ​ທີ່​ເປັນພາລະມາ​ເປັນ​ເວລາ​ຫຼາຍໆ​ທົດ​ສະວັດ ຊຶ່ງ​ໄດ້​ສົ່ງ​ຊາວ​ອາເມຣິກັນຫຼາຍ ສິບພັນ​ຄົນໃຫ້​ເຂົ້າຄຸກດົນ​ເກີນ​ໄປ ຕາມ​ທັດສະນະ​ຄວາມ​ເຫັນ​ຂອງ​ທ່ານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG