ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ໂອບາມາ ປະນາມສະພາ ທີ່ບໍ່ສາມາດ ປິດຄຸກ ຢູ່ອ່າວ Guantanamo


ນັກໂທດຄົນນຶ່ງຍ່າງຢູ່ໃນຄຸກທີ່ອ່າວ Guantanamo ຖານທັບເຮືອສະຫະລັດ ໃນ Cuba.
ນັກໂທດຄົນນຶ່ງຍ່າງຢູ່ໃນຄຸກທີ່ອ່າວ Guantanamo ຖານທັບເຮືອສະຫະລັດ ໃນ Cuba.

ປະທານາທິບໍດີ​ສະຫະລັດ ທ່ານ Barack Obama ​ໄດ້​ຍອມຮັບ​ເຖິງ​ການ​ປະລາ​ໄຊ​ໃນ​ຄວາມ​ພະຍາຍາມ​ຂອງ​ທ່ານ ​ທີ່​ຈະ​ປິ​ດຄຸກ​ທະຫານ​ຢູ່​ທີ່ອ່າວ Guantanomo ​ໃນປະ​ເທດ​ຄິວ​ບາ ​ແຕ່​ທ່ານ​ໄດ້​ຖິ້ມ​ໂທດ​ໃສ່​ສະພາຕໍ່​ຄວາມ​ລົ້ມ​ແຫລວ​ດັ່ງກ່າວຂອງ​ທ່ານ.

ຢູ່​ໃນ​ໜັງສື​ທີ່ສົ່ງ​ໄປຫາ​ສະພາ​ ໃນ​ວັນ​ພະຫັດ​ວານ​ນີ້ ທ່ານ​ໄດ້​ປະນາມ​ບັນດາ​ສະ​ມາ​ຊິກ​ສະພາ​ທີ່​ຖື “​ເອົາ​ການ​ເມືອງ ຢູ່ເໜືອ​ໄປ​ກ່ອນ​ການ​ໃຊ້​ຈ່າຍ​ເງິນຂອງ​ຜູ້​ເສຍ​ພາສີ.”

ທ່ານ Obama ກ່າວ​ຢູ່​ໃນ​ໜັງສື​ສອງ​ໜ້າ ​ທີ່​ສົ່ງ​ໄປໃນ​ມື້​ສຸດ​ທ້າຍ​ຂອງການ​ເປັນ​ປະທານາ ທິບໍດີຂອງ​ທ່ານວ່າ ສະຖານ​ທີ່ດັ່ງກ່າວ “ບໍ່​ຄວນທີ່​ຈະ​ເປີ​ດເລີຍ ມາ​ແຕ່ ຕອນ​ທຳ​ອິດ​ພຸ້ນ.”

ທ່າ​ນກ່າວ​ເພີ້ມອີກ​ວ່າ “ບໍ່​ມີຄວາມ​ຍຸຕິ​ທຳ​ແມ່ນ​ແຕ່​ໜ້ອຍ​ດຽວທີ່​ເໜືອ​ໄປ​ກວ່າການເມືອງ ທີ່ສະ​ພາຢືນ​ຢັດ​ວ່າ ​ຈະໃຫ້​ສະຖານ​ແຫ່ງ​ນີ້ເປີດ​ຕໍ່​ໄປ.”

ທ່ານ Obama ​ໄດ້​ປະກາດ​ເວລາ​ທ່ານ​ເຂົ້າຮັບ​ຕຳ​ແໜ່​ງ​ເປັນ​ປະທານາທິບໍດີ​ເມື່ອ ​ແປດ​ປີ​ກ່ອນວ່າ ​ຈະ​ປິດ​ສະຖານ​ທີ່ດ່ັງກ່າວ ​ໃນ​ປີ​ທຳ​ອິດ​ຂອງ​ທ່ານ ​ແຕ່​ວ່າ​ບັນດາ​ສະມາຊິກ​ສະພາ​ທັງ​ສອງ​ພັກ​ການ​ເມືອງ ໄດ້​ຂັດຂວາງ​ຄວາມ​ພະຍ​ຍາມ​ດັ່ງ​ກ່າວ.

ທ່ານ​ກ່າວ​ວ່າ ຄົນ​ຕິດ​ຄຸກຢູ່​ທີ່​ນັ້ນມີ​ຢູ 41 ຄົນ ​ມາ​ຮອດ​ວັນ​ພະຫັດ​ວານ​ນີ້. ​ເຈົ້າ​ໜ້າ​ທີ່​ຂັ້ນສູງ ລັດຖະບານຄົນ​ນຶ່ງ​ຢືນຢັນ​ວ່າ ນັກ​ໂທດ​ອີກ​ສີ່​ຄົນ​ໄດ້​ຖືກ​ສົ່ງອອກ​ຈາກ​ຄຸກ​ໄປ​ແລ້ວ.

ທ່ານ Trump ​ໄດ້​ປະກາດ ບໍ່​ພໍ​ພຽງ​ແຕ່​ຈະ​ເປີດ​ຄຸກຢູ່​ອ່າວ Guantanamo ​ໄວ້​ແຕ່​ຍັງ​ຈະ​ເພີ້ມ​ຈຳນວນ​ຜູ້​ຕ້ອງ​ສົງ​ໄສ​ກໍ່​ການ​ຮ້າຍ ໄປກັກ​ຂັງ​ໄວ້​ຢູ່​ທີ່​ນັ້ນ ທີ່​ເຮັດ​ໃຫ້​ເກີດ​ຄວາມ​ສົງ​ໄສ​ວ່າ ອາດຈະມີທັງສັນຊາດ​ອາ​ເມຣິກັນຖືກສົ່ງ​ໄປເຂົ້າ​ຄຸກ​ຢູ່​ທີ່​ນັ້ນ.

ທ່ານ Trump ໄດ້​ກ່າວ​ຢ່າງ​ມີ​ຊື່​ສຽງ ໃນ​ຂະນະ​ທີ່​ໂຄສະນາ​ຫາ​ສຽງ​ໃນ​ປີແລ້ວ​ນີ້ ວ່າ “ພວກ​ເຮົາ​ຈະ​ສົ່ງ​ພວກ​ຄົນບໍ່​ດີ​ໄປ​ເຂົ້າໃຫ້ຈົນ​ເຕັມ ​ເຊື່ອ​ຂ້າພະ​ເຈົ້າ​ໂລດພວກ​ ເຮົາ​ຈະ​ເອົາໃສ່​ໃຫ້​ເຕັມທີ່."

ນອກ​ນັ້ນ ທ່ານ​ຍັງ​ໄດ້​ກ່າວອີກ​ວ່າ “​ມັນ​ເປັນ​ສິ່ງ​ທີ່​ດີ” ຖ້າ​ຫາກ​ຜູ້​ຕ້ອງ​ສົງ​ໄສ​ກໍ່​ການ​ຮ້າຍ​ໃນ​ສະຫະລັດ​ ໄດ້​ຖືກ​ສົ່ງ​ໄປ​ທີ່​ນັ້ນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG