ເຊີນຊົມ ວີດີໂອ ເຄັນຢາ ເປັນປະເທດ ທີ່ຜະລິດຢາ ຕ້ານໂຣກປອດແຫ້ງ ອັນໃໝ່ ສະເພາະ ພວກເດັກນ້ອຍ
ໂຣກປອດແຫ້ງ ແມ່ນນຶ່ງໃນບັນດາໂຣກທີ່ອັນຕະລາຍສຸດ ທັງເປັນໂຣກທີ່ຮ້າຍແຮງເຖິງຕາຍ ຢູ່ໃນໂລກ. ສູນກາງຄວບຄຸມພະຍາດຂອງສະຫະລັດ ຄຳນວນວ່າ ປະຊາກອນໂລກ ປະມານ 1 ສ່ວນ 3 ແມ່ນພາກັນເປັນໂຣກນີ້ ແລະໄດ້ເອົາຊີວິດຂອງຜູ້ຄົນໄປຈຳນວນ 1 ລ້ານ 5 ແສນ ຄົນໃນປີ 2014. ໃນປະເທດ ແຄັນຍາ ການຕໍ່ສູ້ກັບໂຣກດັ່ງກ່າວໃນໝູ່ພວກເດັກນ້ອຍ ໄດ້ກາຍເປັນເລື້ອງ່າຍຂຶ້ນ ຍ້ອນຢາຊະນິດໃໝ່ ທີ່ໄດ້ອອກວາງຂາຍໃນຕະຫຼາດ ໃນເດືອນຕຸລາຫາກໍຜ່ານມາ. ນັກຂ່າວ VOA Kevin Enochs ມີລາຍງານເລື້ອງນີ້ ດ້ວຍຄວາມຊ່ອຍເຫຼືອຂອງ ແລັນນີ ຣູວາກາ ທີ່ສົ່ງມາຈາກໄນໂຣບີ ຊຶ່ງໄຊຈະເລີນສຸກ ຈະນຳລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.
ຕອນຕ່າງໆຂອງເລື້ອງ
-
ເມສາ ໑໙, ໒໐໒໔
ເກີດແຜ່ນດິນໄຫວຄວາມແຮງ 6.4 ທາງພາກໃຕ້ຂອງຍີ່ປຸ່ນ
-
ເມສາ ໑໘, ໒໐໒໔
ການປະທ້ວງຢຸດງານຂອງແພດໝໍ ແລະຜູ້ເຮັດວຽກດ້ານການແພດ ໃນເຄັນຢາ
-
ເມສາ ໑໗, ໒໐໒໔
ການລະເບີດຂອງພູໄຟໃນເກາະຣູອວງ ແຂວງສຸລາເວສີ, ອິນໂດເນເຊຍ