ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຝຣັ່ງ ສົ່ງ​ລົດຖັງ ເຂົ້າປະຈຳການ ຢູ່ນະຄອນຫຼວງ Bangui​ (ວີ​ດີ​ໂອ/ສະ​ໄລ​ດ໌)


Bangui: Awash in Desperation and Fear
please wait

No media source currently available

0:00 0:04:45 0:00
ລິງໂດຍກົງ
ການ​ຍິງ​ຕໍ່ສູ້​ກັນ​ຢ່າງ​ດຸ​ເດືອດ ​ໄດ້​ສັ່ນ​ສະ​ເທືອ​ນ​ເມືອງ​ຫຼວງ​ຂອງ
ສາທາລະນະ​ລັດອາ​ຟຣິກາ​ກາງ​ໃນ​ວັນ​ພຸດ​ວານ​ນີ້ ​ແລະໄດ້​
ສັງຫານ​ຜູ້​ຄົນ ​ຫຼາຍ​ເຖິງ 9 ຄົນ ດ້ວຍ​ກັນ.

ການ​ຍິງຕໍ່ສູ້​ກັນດັ່ງກ່າວ ໄດ້ເຮັດ​ໃຫ້​ກອງ​ທະຫານ​ຝຣັ່ງ ຕ້ອງ
ເຄື່ອນລົດ​ຖັງໄປ​ຍັງ​ສະໜາມ​ບິນ​ເມືອງ​ຫລວງ Bangui ​ເພື່ອ​
ຮັກສາ​ທີ່​ໝັ້ນ​ຂອງຂອງ​ຕົນ ຢູ່​ທີ່ນັ້ນ.

VOA ພາກ​ພາສາ​ຝຣັ່ງ​ໄປ​ຍັງອາ​ຟຣິກາ ​ລາຍ​ງານ​ວ່າ ການ​ຍິງ​ກັນ
​ດັ່ງກ່າວ​ນີ້​ແມ່ນ​ສຸມ​ໃສ່​ເຂດ​ພາກ​ເໜືອ​ຂອງ​ເມືອງ Bangui ​
ແລະ​ສຽງ​ດັງ​ທີ່ມາ​ຈາກ​ອາວຸດ​ໜັກ ​ກໍສາມາດໄດ້​ຍິນ ຢູ່​ໃນ​ຫຼາຍໆ​
ໝູ່​ບ້ານ​ໃນ​ເຂດ​ນັ້ນ.

ພວກ​ເຈົ້າ​ໜ້າ​ທີ່​ກຸ່ມຮັກສາ​ສັນຕິພາບ ທີ່​ນໍາພາ​ໂດຍຊາວອາ​ຟຣິກາ​ ​ໃນສາທາລະນະ​ລັດ
ອາ​ຟຣິກາ​ກາງ ​ໄດ້​ບອກ​ກັບ VOA ວ່າ ມີທະຫານ 5 ຄົນ​ໄດ້​ຖືກ​ສັງຫານ ​ໃນເມືອງຫລວງ
Bangui ​ໃນ​ການ​ປະ​ທະ​ກັນ​ກັບກອງ​ກໍາລັງຕໍ່ຕ້ານ ​ກຸ່ມbalaka ຊຶ່ງສ່ວນ​ໃຫຍ່​ແມ່ນ
​ຊາວ​ຄຣິສຕຽນ.

ພ້ອມ​ກຽວ​ກັນ​ນີ້ ພວກມື​ປືນ​ທີ່​ບໍ່​ຊາບ​ວ່າ​ແມ່ນ​ກຸ່ມ​ໃດ​ນັ້ນ ກໍ​ໄດ້​ສັງຫານ 4 ຄົນ ບໍ່​ເທົ່າຊົ່ວ​ໂມງ
ກ່ອນພິທີ​ທາງ​ສາສະໜາສະ​ເຫຼີ​ມສະຫຼອງ​ບຸນຄຣີສມັສ ຈະເລີ່​ມຂຶ້ນ. ​ໃນ​ການ​ໃຫ້​ສໍາພາດ​ກັບ
VOA ພາກ​ພາສາ​ຝຣັ່ງ​ໄປ​ຍັງອາ​ຟຣິກາ ນັກບວດ​ໃນ​ໂບດ​ທ່ານ​ນຶ່ງກ່າວ​ວ່າ ຜູ້​ຊາຍກຸ່ມ​ນຶ່ງ
ທີ່ເຊື່ອ​ກັນ​ວ່າ ມີ​ສ່ວນ​ພົວພັນ​ກັບພວກ​ກະບົດມຸສລິ​ມ ຂອງອະດີດກຸ່ມ​ກະບົດ Seleka ນັ້ນ
ໄດ້​ໂຈມ​ຕີ​ໂບດຂອງ​ທ່ານ​.

ທ່ານ​ກ່າວອີກ​ວ່າ ໂບດ​ຂອງ​ທ່ານ​ໄດ້​ກາຍ​ມາ​ເປັນສູນ​ກາງຫ​ລົບ​ຫລີ້​ໄພ ສໍາ​ຫຼັບ​ພົນລະ​ເຮືອນ
ຫຼາຍ​ພັນ​ຄົນ ທີ່​ສະ​ແຫວ​ງຫາ​ການ ປົກ​ປ້ອງ​ຄຸ້ມ​ຄອງຈາກ​ຄວາມ​ຮຸນ​ແຮງດັ່ງກ່າວ​ນີ້.


ກອງ​ກໍາລັງ​ຝຣັ່ງ​ແລະອາ​ຟຣິກາ ໄດ້​ພະຍາຍາມ​ຈະປົດ​ອາວຸດ​ກຸ່ມ​ທະຫານ​ບ້ານ ​ແລະລະ​ງົບ
​ຄວາມ​ບໍ່​ສະ​ງົບ ​ຢູ່​ໃນສາທາລະນະ​ລັດອາ​ຟຣິກາ​ກາງ ມາ​ໄດ້​ໄລຍະ​ນຶ່ງ​ແລ້ວ.

XS
SM
MD
LG