ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັງກລາແດັສ ຕັດສິນ ປະຫານຊີວິດ 2 ຄົນ ໃນຂໍ້ຫາ ກໍ່ໂທດກຳ ຕ້ານມະນຸດຊາດ (ວີດີໂອ)


ແຜນທີ່ ປະເທດ Bangladesh
ແຜນທີ່ ປະເທດ Bangladesh
ຊາວ​ບັງ​ກລາ​ແດັສສອງ​ຄົນ ຖືກ​ພົບ​ເຫັນ​ວ່າມີ​ຄວາມ​ຜິດ ແລະຖືກ ຕັດສິນ​ປະຫານ​ຊີວິດ ລັບຫຼັງ ​ໃນ​ຂໍ້​ຫາ​ກໍ່​ອາດ​ຊະ​ຍາ​ກໍາ​ຕໍ່ຕ້ານ​ມະ​ນຸດ​ຊາດ ​ໃນ​ລະຫວ່າງ​ສົງຄາມ​ເອກກະລາດ​ຂອງ​ປະ​ເທດ​ຕໍ່ສູ້​ກັບ​ປາ​ກີ​ສຖານ​ໃນ​ປີ 1971 ນັ້ນ.

ສານ​ອາ​ຊະ​ຍາ​ກຳສົງຄາມພິ​ເສດ​ ​ໃນ​ນະຄອນຫຼວງດາ​ກາ ​ເມື່ອ​ວັນ​ອາທິດ​ມື້​ນີ້ ພົບ​ວ່າ ນາຍ Chowdhury Mueen Uddin ​ແລະ Ashrafuz-zaman Khan ມີ​ຄວາມຜິດ ​ຖານ​ລັກ​ພາ​ຕົວ ​ແລະ​ຂ້າ ອາຈານສອນ ​ຢູ່​ມະຫາວິທະຍາ​ໄລ​ເກົ້າຄົນ ນັກ​ຂ່າວ 6 ຄົນ ​ແລະ​ທ່ານໝໍ 3 ຄົນ. ​ໄອຍະ ການ​ກ່າວ​ວ່າ ບຸກຄົນ​ທັງ​ສອງ ​ເປັນ​ສະມາຊິກ​ ຂອງ​ກຸ່ມ​ທະຫານ​ບ້ານ al-Badr ທີ່​ນິຍົມປາ​ກີ​ສຖານ ​ແລະ​ໄດ້​ທໍາ​ການ​ຄາດ​ຕະກໍາອື່ນໆອັນ​ເປັນ​ພາກ ສ່ວນ​ຂອງ​ຄວາມ​ພະຍາຍາມ​ເພື່ອ​ກຳຈັດ​ພວກ​ປັນຍາ​ຊົນ​ຂອງບັງ​ກລາ​ແດັສ ຊຶ່ງ​ຮູ້​ກັນ​ໃນ​ເວລາ​ນັ້ນວ່າ ປາ​ກີ​ສຖານ​ຕາ​ເວັນ​ອອກ.

ນາຍ Mueen ອາ​ໄສ​ຢູ່​ອັງກິດ ສ່ວນ​ນາຍ Khan ອາ​ໄສ​ຢູ່​ນີວຢ໊ອກ.

ສານ​ດັ່ງກ່າວ​ ໄດ້​ຕັດສິນໂທດ​ໄປ​ແລ້ວ​ຢ່າງ​ໜ້ອຍ​ເກົ້າ​ຄົນ ​ໂຮມ​ທັງ ສະມາ ຊິກ​ຂອງພັກ​ Islamic Jamaat-e-Islami ທີ່​ກໍ່​ໃຫ້​ເກີດ​ການ​ປະທ້ວງ​ຢ່າງ ​ຮຸນ​ແຮງຫຼາຍໆ​ບັ້ນ​ໃນທົ່ວ​ປະ​ເທດ​ທີ່​ມີ​ຊາວ​ມຸສລິ​ມ​ເປັນ​ສ່ວນ​ໃຫຍ່​ນັ້ນ.

ທາງ​ການ​ບັງ​ກລາ​ແດັສ​ເວົ້າ​ວ່າ ມີ​ປະຊາຊົນ​ຖືກ​ຂ້າ​ຕາຍ 3 ລ້ານ​ຄົນ ​ໃນ​ລະຫວ່າງທີ່​ເກີດ ເຫດການຂັດ​ແຍ້​ງກັນ ​ເມື່ອ​ປີ 1971.

ເບິ່ງວີດີໂອ:

Bangladesh
please wait
Embed

No media source currently available

0:00 0:00:42 0:00
XS
SM
MD
LG