ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສານສູງສຸດ ບັງກລາແດັສ ຢືນຢັນ ຄຳຕັດສິນລົງໂທດ ປະຫານຊີວິດ ອາຊະຍາກອນສົງຄາມ 2 ຄົນ


ທ່ານ Salahuddin Quader Chowdhury, ຜູ້ນຳພັກຝ່າຍຄ້ານ ອາວຸໂສ, ໂບກມືໃຫ້ແກ່ສື່ມວນຊົນ ຫຼັງຈາກ ໄປເຖິງ ສານອາຊະຍາກຳສົງຄາມ ໃນນະຄອນ Dhaka, ປະເທດບັງກລາແດັສ, ເມື່ອວັນທີ 1 ຕຸລາ 2013.
ທ່ານ Salahuddin Quader Chowdhury, ຜູ້ນຳພັກຝ່າຍຄ້ານ ອາວຸໂສ, ໂບກມືໃຫ້ແກ່ສື່ມວນຊົນ ຫຼັງຈາກ ໄປເຖິງ ສານອາຊະຍາກຳສົງຄາມ ໃນນະຄອນ Dhaka, ປະເທດບັງກລາແດັສ, ເມື່ອວັນທີ 1 ຕຸລາ 2013.

ສານສູງສຸດຂອງບັງກລາແດັສ ໄດ້ຢືນຢັນ ຄຳຕັດສິນລົງໂທດ
ປະຫານຊີວິດ ຜູ້ນຳຝ່າຍຄ້ານສອງທ່ານ ຜູ້ທີ່ຖືກຕັດສິນວ່າຜິດ
ຂໍ້ຫາກໍ່ອາຊະຍາກຳສົງຄາມ ໃນລະຫວ່າງ ສົງຄາມປົດປ່ອຍ
ປະເທດ ເມື່ອປີ 1971 ກັບປະເທດປາກິສຖານ.

ລັດຖະມົນຕີຍຸດຕິທຳ ບັງກລາແດັສ ທ່ານ Mahbubey Alam
ກ່າວວ່າ ການປະຕິເສດ ໃນວັນພຸດມື້ນີ້ ຕໍ່ຄຳຮ້ອງຂໍອຸທອນ ຂອງ
ທ່ານ Salahuddin Quader Chowdhury ຈາກພັກຊາດນິຍົມ
ບັງກລາແດັສ ຫຼື BNP ແລະ ທ່ານ Ali Ahsan Mohammad
Mujahid ຈາກພັກ Jamaat-e-Islami ໄດ້ເປີດທາງໃຫ້ມີການ
ແຂວນຄໍ ພວກເຂົາທັງສອງ ຊຶ່ງອາດເປັນອາທິດໜ້ານີ້ ກໍໄດ້.

ທ່ານ Chowdhury ແລະ ທ່ານ Mujahid ໄດ້ຖືກຕັດສິນວ່າຜິດ ໂດຍສານອາຊະຍາກຳ
ສົງຄາມພິເສດ ໃນປີ 2013 ຕໍ່ຂໍ້ກ່າວຫາຕ່າງໆ ທີ່ລວມທັງ ການຂົ່ມຂືນຊຳເລົາ ແລະ ການ
ຂ້າລ້າງເຜົ່າພັນ.

ສານພິເສດໃນບັງກລາແດັສ ໄດ້ຕັດສິນລົງໂທດ ຜູ້ນຳພັກຝ່າຍຄ້ານ ຫຼາຍສິບຄົນ ຕໍ່ຂໍ້ກ່າວ
ຫາ ກໍ່ອາຊະຍາກຳສົງຄາມ ນັບຕັ້ງແຕ່ປີ 2010 ເປັນຕົ້ນມາ. ທັງສອງພັກຝ່າຍຄ້ານດັ່ງກ່າວ
ໄດ້ປະນາມການດຳເນີນຄະດີຕ່າງໆ ວ່າ ມີເຈດຕະນາທາງການເມືອງ ທີ່ແນເປົ້າໝາຍໃສ່
ບັນດາສະມາຊິກພັກຝ່າຍຄ້ານ.

ບັງກລາແດັສ ກ່າວວ່າ ພວກສົມຮູ້ຮ່ວມຄິດທ້ອງຖິ່ນ ແລະ ພວກທະຫານປາກິສຖານ ໄດ້
ສັງຫານ 3 ລ້ານຄົນ ຂົ່ມຂືນຊຳເລົາ ພວກແມ່ຍິງ 200,000 ຄົນ ແລະ ເຮັດໃຫ້ປະມານ 10
ລ້ານຄົນ ຍົກຍ້າຍຖິ່ນຖານ ໄປຢູ່ສູນອົບພະຍົບຕ່າງໆ ໃນອິນເດຍ ປະເທດເພື່ອນບ້ານ ໃນ
ລະຫວ່າງ ການຕໍ່ສູ້ເພື່ອປົດປ່ອຍປະເທດ ຈາກປາກິສຖານ.

Bangladesh War Crimes
please wait
Embed

No media source currently available

0:00 0:00:50 0:00

XS
SM
MD
LG