ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສານສູງສຸດ ບັງ​ກະລາ​ແດັສ ເຫັນພ້ອມ ໃຫ້ປະຫາ​ນຊີ​ວິດ ​ຜູ້ນຳ​ຝ່າຍ​ຄ້ານ


ທ່ານ Salauddin Quader Chowdhury ​​ຜູ້ນຳ​​ຂອງ​ພັກ​ຊາດ​ນິຍົມ ບັງ​ກະລາ​​ແດັສ ໂບກມືທັກທາຍ ໃນຂະນະທີ່ທ່ານໄດ້ເດີນທາງຮອດ ເພື່ອປະກົດຕົວໃນສານ ກ່ອນການ ພິພາກສາພິເສດ ຄະດີ ອາຊະຍາກຳສົງຄາມ ທີ່ນະຄອນຫຼວງ Dhaka. ປະເທດ ບັງກະລາແດັສ. 1 ຕຸລາ, 2013.
ທ່ານ Salauddin Quader Chowdhury ​​ຜູ້ນຳ​​ຂອງ​ພັກ​ຊາດ​ນິຍົມ ບັງ​ກະລາ​​ແດັສ ໂບກມືທັກທາຍ ໃນຂະນະທີ່ທ່ານໄດ້ເດີນທາງຮອດ ເພື່ອປະກົດຕົວໃນສານ ກ່ອນການ ພິພາກສາພິເສດ ຄະດີ ອາຊະຍາກຳສົງຄາມ ທີ່ນະຄອນຫຼວງ Dhaka. ປະເທດ ບັງກະລາແດັສ. 1 ຕຸລາ, 2013.

ສານ​ສູງ​ສຸດ​ຂອງ ບັງ​ກະລາ​ແດັສ ໄດ້ຕັດສິນເຫັນພ້ອມກັບການ​ພິພາກ​ປະຫາ​ນຊີ​ວິດ ​ຕໍ່​ຜູ້ນຳ​ຝ່າຍ​ຄ້ານ Salauddin Quader Chowdury ​ໃນ​ວັນ​ພຸດ​ມື້​ນີ້​ ໃນ​ການ​ພົວພັນກັບ​ການ​ຂ້າຄົນ​ຈຳນວນຫຼວງຫຼາຍ ​ໃນ​ລະ​ຫວ່າ​ງ​ສົງຄາມ​ເພື່ອເອກະລາດ​ຈາກ​
ປາ​ກິ​ສຖານ ຂອງ​ປ​ະ​ເທດ​ໃນ​ປີ 1971.

ທ່ານ Chowdury ​ແມ່ນ​ຜູ້ນຳຂອງ​ພັກ​ຊາດ​ນິຍົມ ບັງ​ກະລາແດັສ ຫຼື BNP ​ແລະ ກໍ​ແມ່ນ​ຜູ້​ຊ່ວຍ​ ອະ​ດີດ​ນາຍົກລັດຖະມົນ​ຕີ
ທ່ານນາງ Khaleda Zia.

ສານຍຸດຕິທຳ​ທີ່ໄດ້​ຕັ້ງ​ຂຶ້ນ​ໂດຍ ນາຍົກລັດຖະມົນ​ຕີທ່ານນາງ Sheikh Hasina ​ໄດ້​ພົບເຫັນ​ວ່າ​ ລາວ​ມີ​ຄວາມ​ຜິດ​ໃນ​ຫຼາຍ​ຂໍ້​ຫາ​ ໃນການກໍ່ອາ​ຊະ​ຍາກຳ ສົງຄາມ ​ແລະ ອາ​ຊະ​ຍາກຳຕ້ານມະນຸດຊາດ ​ໃນ​ປີ 2013. ຂໍ້ຫາ​ດັ່ງກ່າວ​ນັ້ນ​ລວມ​ມີ ການ​ຄາດ​ຕະກຳ, ການ​ຂ້າ​ລ້າງ​ເຜົ່າ​ພັນ, ການ​ລັກ​ພາ​ຕົວ ​ແລະ ການ​ທໍລະມານ.

​ໄອ​ຍະ​ການ​ໄດ້​ກ່າວ​ວ່າ ທ່ານ Chowdury ​ໄດ້​ເຂົ້າ​ຮ່ວມ​ກັບ​ກຳລັງ​ທະຫານ ປາ​ກິ​ສຖານ ​ແລະ ນັກ​ຕໍ່ສູ້​ຄົນ​ອື່ນໆ​ໃນ​ການ​ກະທຳ​ສິ່ງ​ຊົ່ວ​ຮ້າຍ ​ໃນ​ເມືອງ Chittagong ​ແລະ ​ເຂົ້າ​ຮ່ວມ​ໃນ​ການ​ຂ້າ​ຊາວຮິນດູ ທີ່​ບໍ່​ມີ​ອາ​ວຸດ ຈຳນວນຫຼວງ​ຫຼາຍ.

ທ່ານ​ໄດ້​ປະ​ຕິ​ເສດ​ຕໍ່​ການ​ກ່າວ​ໂທດ​ດັ່ງ​ກ່າວ, ໂດຍ​ເວົ້າ​ວ່າ ລາວບໍ່​ໄດ້​ຢູ່​ໃນ​ປະ​ເທດ​ໃນ​ເວລາ​ນັ້ນ, ​ແຕ່​ໄອ​ຍະ​ການ​ໄດ້​ກ່າວ​ວ່າ ຫຼັກ​ຖານ​ແມ່ນ​ມີ​ໃຫ້​ພິສູດ.

ສານ​ຍຸດ​ຕິ​ທຳພິ​ເສດ​ຫຼາຍແຫ່ງ​ໃນ ບັງ​ກະລາ​ແດັສ ​ໄດ້ຕັດສິນ​ຄະດີ​ຜູ້ນຳ​ຝ່າຍ​ຄ້ານໃນການກໍ່ ອາ​ຊະ​ຍາກຳສົງ​ຄາມມາແລ້ວ ​ຢ່າງ​ໜ້ອຍ 10 ຄົນຕັ້ງ​ແຕ່​ປີ 2010 ມາ. ທັງສອງ​ພັກ BNP ​ແລະ ພັກຝ່າຍ​ຄ້ານ Jamaat-e-Islami ກ່າວ​ຫາກ​ານພິຈາລະ​ນາຄະ​ດີ ດັ່ງ​ກັບ​ຄວາມ​ພະຍາຍາມ​ທີ່ມີ​ແຮງ​ຈູງ​ໃຈດ້ານ​ການ​ເມືອງ​ເພື່ອ​ແນ​ເປົ້າ​ໃສ່​ສະມາຊິກ​ຝ່າຍ​ຄ້ານ.

ບັງ​ກະລາ​ແດັສ ກ່າວ​ວ່າ ຜູ້​ສົມຮູ້​ຮ່ວມ​ຄິດ​ໃນ​ທ້ອງຖິ່ນ ​ແລະ ທະຫານ ປາ​ກິ​ສຖານ ​ໄດ້​ຂ້າ ປະຊາ​ຊົນ 3 ລ້ານ​ຄົນ, ​ໄດ້ຂົ່ມຂືນ​ແມ່ຍິງ 200,000 ຄົນ ​ແລະ ໄດ້ເຮັດ​ໃຫ້ມີອົບພະຍົບ 10 ລ້ານ​ຄົນ​ໄປອາໄສ ຢູ່ຕາມສູນຕ່າງໆ ​ໃນ​ປະ​ເທດ ອິນ​ເດຍ.

XS
SM
MD
LG