ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ສານ Bangladesh ​​ຕັດ​ສິນ ປະຫານຊີວິດ ​ສະມາຊິກ ​ສະພາ​ ຝ່າຍ​ຄ້ານ (ວີດີໂອ/ສະໄລດ໌)


ທ່ານ Salahuddin Quader Chowdhury ສະ​ມາ​ຊິກ ສະ​ພ​າ ພັກ​ຝ່າຍ​ຄ້ານ
ທ່ານ Salahuddin Quader Chowdhury ສະ​ມາ​ຊິກ ສະ​ພ​າ ພັກ​ຝ່າຍ​ຄ້ານ
ສານອາ​ຊະ​ຍາ​ກໍາສົງຄາມ​ໃນ Bangladesh ​ໄດ້​ຕັດສິນ​ໂທດ
ປະຫານຊີວິດ ​ຕໍ່ສະມາຊິກ​ສະ ພາ​ຝ່າຍ​ຄ້ານ ​ຍ້ອນ​ຄວາມ​ຜິດ
​ທີ່​ໄດ້​ກໍ່​ຂຶ້ນ​ໃນ​ລະຫວ່າງ​ສົງຄາມ​ເພື່ອ​ຄວາມ​ເປັນ​ເອກ​ກະລາດ
ຂອງ​ປະ​ເທດ​ດັ່ງກ່າວ ຈາກ​ປາ​ກິ​ສຖານ ​ໃນ​ປີ 1971.

​ສານອາ​ຊະ​ຍາ​ກຳ​ສົງຄາມທີ່ເປັນ​ບັນຫາ​ໂຕ້​ແຍ້​ງ ຊຶ່ງ​ມີ​ສຳນັກງານ
​ຢູ່​ນະຄອນຫຼວງ Dhaka ​ໄດ້​ພົບ​ເຫັນ​ວ່າ​ທ່ານ Salauddin
Quader Chowdhury ມີ​ຄວາມ​ຜິດ​ໃນ​ການ​ກໍ່​ອາ​ຊະ​ຍາ​ກຳ
​ສົງຄາມ ໃນ​ວັນ​ອັງຄານ​ມື້​ນີ້ ທີ່​ຮວມທັງ​ການ​ຂ້າ​ລ້າງ​ເຊື້ອຊາດ
​ເຜົ່າ​ພັນ. ທ່ານ​ໄດ້​ຖື​ກ ກ່າວ​ຫາ​ວ່າ ​ໄດ້​ຊ່ອຍ​ແລະ​ສັ່ງໃຫ້ສັງ​ຫານ
ພົນລະ​ເຮືອນຢ່າງ​ນ້ອຍ 200 ຄົນ ​ໃນ​ປາງສົງ ຄາມ​ນັ້ນ.


ທ່ານ Chowdhury​ ສະມາຊິກ​ຂອງ​ພັກຊາດ​ນິຍົມ​ບັງ​ກລາ​ແດັສ ຊຶ່ງ​ເປັນ​ພັກ​ຝ່າຍ​ຄ້ານ​ທີ່ ​
ໃຫຍ່​ທີ່​ສຸດ​ຂອງ​ປະ​ເທດນັ້ນ​ເຄີຍຮັບໃຊ້​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມາ​ ແລ້ວ 6 ສະ​ໄໝ.
ພວກສະ​ໜັບ​ສະ​ໜຸນ​ທ່ານ​ກ່າວ​ວ່າ ການ​ດຳ​ເນີນຄະດີ​ດັ່ງກ່າວ​ຕໍ່​ທ່ານ​ແມ່ນມີ​ຈຸດປະສົງທາງ
​ການ​ເມືອງ.

ສານອາຊະ ​ຍາ​ກຳ​ສົງຄາມດັ່ງກ່າວ ​ໄດ້​ຕັດສິນລົງ​ໂທດ​ມາ​ແລ້ວ​ຢ່າງ​ນ້ອຍ 6 ຄົນ ​ໃນ​ຂໍ້​ຫາ
ອາ​ຊະ​ຍາ​ກໍາສົງຄາມ ທີ່​ພົວພັນ​ກັບສົງຄາມ​ເພື່ອ​ຄວາມເປັນເອກ​ກະລາດຂອງ​ປະ​ເທດນັ້ນ.
ມີຢ່າງ​ນ້ອຍ 100 ຄົນ ​ໄດ້​ເສຍ​ຊີວິດ​ໃນ​ການ​ປະ​ທ້ວງ​ຕໍ່ຕ້ານ ການ​ດຳ​ເນີນ​ຄະດີ​ດັ່ງກ່າວ​ນີ້
ນັບແຕ່​ໄດ້​ເລີ້ມຕົ້ນມາ​ໃນ​ປີ​ແລ້ວ. ການ​ຮັກສາ​ຄວາມ​ປອດ​ໄພ​ແມ່ນ​ເຂັ້ມງວດ ທັງຢູ່​ໃນ​
ແລະ​ນອກສານ ​ໃນ​ວັນອັງຄານ​ມື້​ນີ້.

BANGLADESH WARCRIMES SOTVO.mov
please wait

No media source currently available

0:00 0:00:48 0:00
XS
SM
MD
LG