ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັງກລາແດັສ ແຂວນຄໍ ຫົວໜ້າພວກ ຫົວຮຸນແຮງ ອິສລາມ


ຍາດຕິພີ່ນ້ອງຂອງທ້າວ Mir Quasem Ali, ຜູ້ນຳອາວຸໂສ
ຂອງພັກອິສລາມ Jamaat-e-Islam ທີ່ໃຫຍ່ທີ່ສຸດຂອງ
ປະເທດ, ເດີນທາງໄປພົບທ້າວ Ali at the ທີ່ສູນກາງ
ຄຸກ Kashimpur ໃນເມືອງ Gazipur ຕັ້ງຢູ່ນອກນະຄອນ
ຫຼວງ ດາກາ, ບັງກລາແດັສ. 3 ກັນຍາ, 2016.
ຍາດຕິພີ່ນ້ອງຂອງທ້າວ Mir Quasem Ali, ຜູ້ນຳອາວຸໂສ ຂອງພັກອິສລາມ Jamaat-e-Islam ທີ່ໃຫຍ່ທີ່ສຸດຂອງ ປະເທດ, ເດີນທາງໄປພົບທ້າວ Ali at the ທີ່ສູນກາງ ຄຸກ Kashimpur ໃນເມືອງ Gazipur ຕັ້ງຢູ່ນອກນະຄອນ ຫຼວງ ດາກາ, ບັງກລາແດັສ. 3 ກັນຍາ, 2016.

ບັງກລາແດັສ ໄດ້ປະຫານຜູ້ນຳອາວຸໂສຂອງພວກຫົວຮຸນແຮງອິສລາມ ຜູ້ທີ່ມີຄວາມຜິດ ກ່ຽວກັບ ອາຊະຍາກຳສົງຄາມໃນ ລະຫວ່າງ ສົງຄາມປີ 1971 ເຊິ່ງ ບັງກລາແດັສ ໄດ້ແຍກອອກຈາກ ປາກິສຖານ.

ທ້າວ Mir Quasem Ali ໄດ້ຖືກແຂວນຄໍທີ່ຄຸກຢູ່ໃກ້ໆກັບນະຄອນຫຼວງ ດາກາ ໃນຕອນ ແລງຂອງວັນເສົາວານນີ້ ຫຼັງຈາກໄດ້ພົບກັບສະມາຊິກຄອບຄົວເປັນຄັ້ງສຸດທ້າຍ. ສານສູງ ສຸດຂອງປະເທດໄດ້ປະຕິເສດຕໍ່ການອຸທອນຄັ້ງສຸດທ້າຍຂອງລາວ ໃນວັນອັງຄານທີ່ຜ່ານ ມາ, ແລະ ຕໍ່ມາທ້າວ Ali ໄດ້ກ່າວວ່າ ລາວຈະບໍ່ຂໍຄວາມເມດຕາຈາກປະທານາທິບໍດີ, ດັ່ງ ນັ້ນຈິ່ງເປັນການຮັບປະກັນຕໍ່ການປະຫານຊີວິດຂອງລາວ.

ບັງກລາແດັສ ໄດ້ຖືກໂຈມຕີໂດຍພວກຫົວຮຸນແຮງຫຼາຍຂຶ້ນກວ່າເກົ່າໃນສອງສາມສັບປະ ດາທີ່ຜ່ານມາ. ເປັນຄວາມຮຸນແຮງທີ່ມີຄວາມຮ້າຍແຮງທີ່ສຸດໃນປະເທດທີ່ມີຄົນມູສລິມ ສ່ວນໃຫຍ່ອາໄສຢູ່ ໃນເດືອນກໍລະກົດທີ່ຜ່ານມາ, ເມື່ອມືປືນຫຼາຍຄົນໄດ້ບຸກໂຈມຕີຮ້ານ ກາເຟແຫ່ງໜຶ່ງໃນເຂດການສະຖາທູດ ຂອງນະຄອນຫຼວງ ດາກາ ແລະ ໄດ້ຂ້າຕົວປະກັນ 20 ຄົນ, ເຊິ່ງສ່ວນໃຫຍ່ແມ່ນຕ່າງປະເທດ.

ເຈົ້າໜ້າທີ່ຮັກສາຄວາມປອດໄພ ບັງກລາແດັສ ຢືນຍາມຢູ່ໜ້າສູນກາງຄຸກ Kashimpur, ບ່ອນທີ່ທ້າວ Mir Quasem Ali ຜູ້ນຳອາວຸໂສຂອງພັກການເມືອງຫົວຮຸນແຮງ ອິສລາມທີ່ສຳຄັນ, Jamaat-e-Islami ໄດ້ຖືກກັກຂັງ, ຢູ່ນອກນະຄອນຫຼວງ ດາກາ, ບັງກລາແດັສ. 3 ກັນຍາ 2016.
ເຈົ້າໜ້າທີ່ຮັກສາຄວາມປອດໄພ ບັງກລາແດັສ ຢືນຍາມຢູ່ໜ້າສູນກາງຄຸກ Kashimpur, ບ່ອນທີ່ທ້າວ Mir Quasem Ali ຜູ້ນຳອາວຸໂສຂອງພັກການເມືອງຫົວຮຸນແຮງ ອິສລາມທີ່ສຳຄັນ, Jamaat-e-Islami ໄດ້ຖືກກັກຂັງ, ຢູ່ນອກນະຄອນຫຼວງ ດາກາ, ບັງກລາແດັສ. 3 ກັນຍາ 2016.

ບົດລາຍງານຂ່າວໄດ້ກ່າວວ່າ ຜູ້ຊ່ວຍເຫຼືອທີ່ໃກ້ຊິດຂອງອະດິດນາຍົກລັດຖະມົນຕີ Khaleda Zia ຈາກພັກ ຊາດນິຍົມ ບັງກລາແດັສ ທີ່ເປັນພັກຝ່າຍຄ້ານທີ່ສຳຄັນ ກໍໄດ້ຖືກ ປະຫານຊີວິດໃນວັນເສົາວານນີ້ເຊັ່ນກັນ.

ທ້າວ Ali ອາຍຸ 63 ປີ, ເຄີຍເປັນຫົວໜ້າ ແລະ ຜູ້ໜູນຫຼັງດ້ານການເງິນຂອງພັກຝ່າຍຄ້ານ Jamaat-e-Islami, ເຊິ່ງໄດ້ຮຽກຮ້ອງໃຫ້ມີການປະທ້ວງທົ່ວໄປເຄິ່ງມື້ໃນວັນຈັນມື້ອື່ນນີ້ ເພື່ອປະທ້ວງຕໍ່ກັບການປະຫານຊີວິດນັ້ນ. ລາວແມ່ນຜູ້ນຳຂອງພັກ Jamaat-e-Islami ຄົນທີ 5 ທີ່ໄດ້ຖືກປະຫານຊີວິດນັບຕັ້ງແຕ່ປີ 2010 ເປັນຕົ້ນມາ, ເມື່ອລັດຖະບານທີ່ບໍ່ກ່ຽວ ກັບສາສະໜານຳພາໂດຍລັດຖະມົນຕີ ທ່ານນາງ Sheikh Hasina ໄດ້ສ້າງຕັ້ງສານອາ ຊະຍາກຳສາກົນ ເພື່ອສອບສວນສົງຄາມໃນປີ 1971.

ທ້າວ Ali ໄດ້ຖືກພິພາກສາວ່າມີຄວາມຜິດ 8 ກະທົງທີ່ລວມມີ ການລັກພາຕົວຊາຍໜຸ່ມ ຄົນໜຶ່ງ ແລະ ການຂ້າຄົນໃນຫ້ອງຂັງທໍລະມານໃນລະຫວ່າງ ຄວາມຂັດແຍ້ງນັ້ນ, ເຊິ່ງໃນ ນັ້ນລັດຖະບານ ບັງກລາແດັສ ກ່າວວ່າ ປະຊາຊົນ 3 ລ້ານຄົນໄດ້ຖືກຂ້າຕາຍ.

ພັກ Jamaat-e-Islami ໄດ້ສູ້ຕໍ່ຕ້ານໃນສົງຄາມ, ເຊິ່ງໄດ້ເລິີ່ມຂຶ້ນໃນສິ່ງທີ່ຮູ້ຈັກກັນໃນເວ ລານັ້ນວ່າ ປາກິສຖານຕາເວັນອອກ ເປັນການປະຕິວັດໂດຍພວກຊາດນິຍົມ ທີ່ຕໍ່ຕ້ານກັບ ລັດຖະບານທະຫານ ເຊິ່ງຄວບຄຸມອຳນາດໃນ ປາກິສຖານ ໃນເວລານັ້ນເປັນ ປາກິສຖານ ຕາເວັນຕົກ.

ພວກ Jamaat-e-Islami ໄດ້ປະນາມການກ່າວໂທດໃສ່ທ້າວ Ali ວ່າບໍ່ມີມູນຫຼັກຖານ, ແລະ ໄດ້ກ່າວວ່າ ຜູ້ຕິດຕາມຂອງພວກເຂົາບໍ່ໄດ້ມີສ່ວນຮ່ວມໃນອາຊະຍາກຳສົງຄາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG