ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

91 ຄົນ ​ເສຍ​ຊີວິດ ຍ້ອນ ໄພທຳມະຊາດ ຢູ່ບັງ​ກລາ​ແດັສ


ພວກດັບເພີງຊ່ວຍກັນກູ້ເອົາປະຊາຊົນ ອອກມາຈາກເຮືອນຫລັງນຶ່ງ ທີ່ຖືກດິນເຈື່ອນທັບ ໃນເມືອງ Chittagong, ປະເທດ Bangladesh, ວັນທີ 26 ມິຖຸນາ 2012.
ພວກດັບເພີງຊ່ວຍກັນກູ້ເອົາປະຊາຊົນ ອອກມາຈາກເຮືອນຫລັງນຶ່ງ ທີ່ຖືກດິນເຈື່ອນທັບ ໃນເມືອງ Chittagong, ປະເທດ Bangladesh, ວັນທີ 26 ມິຖຸນາ 2012.

ຜົນ​ຕົກ​ໜັກເປັນ​ເວລາ​ຫຼາຍໆ​ມື້​ ໄດ້​ພາ​ໃຫ້​ເກີດດິນ​ເຈື່ອນແລະນໍ້າ​ຖ້ວມ ​ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍ
​ຊີວິດ​ຢ່າງ​ນ້ອຍ 91 ຄົນ ​ແລະ​ເຮັດ​ໃຫ້​ອີກຫຼາຍ​ພັນ​ຄົນ ຕ້ອງ​ໄດ້ຍົກຍ້າຍ​ອອກ​ຈາກ​ບ້ານ
​ເຮືອນ​ຂອງ​ພວກ​ເຂົ້​າເຈົ້າ ຢູ່​ໃນ​ພາກ​ໃຕ້​ຂອງ​ບັງ​ກລາ​ແດັສ.

ການ​ກູ້​ໄພ​ຍັງ​ດໍາ​ເນີນຢູ່​ຕໍ່​ມາຈົນ​ຮອດວັນ​ພຸດວານ​ນີ້ ​ທັງ​ຢູ່​ໃນ​ແລະ​ອ້ອມ​ແອ້ມ​ ເມືອງທ່າ​
Chittagong ​ພ້ອມ​ທັງ​ເມື​ອງ Cox’s Bazar ​ແລະ​ເມືອງ Bandarban ທີ່​ຕັ້ງຢູ່​ໃກ້ຄຽງ​ນັ້ນນຳ.

ດິນ​ເຈື່ອນ​ໄດ້ທັບຖົມ​ບ້ານ​ເຮືອນ​ຫຼາຍ​ຮ້ອຍ​ຫຼັງ​ ​ໃນ​ຄໍ່າ​ຄືນຂອງ​ວັນ​ອັງຄານ​ທີ່​ຜ່ານ​ມາ ​ໂດຍ
​ເຮັດ​ໃຫ້​ຄອບຄົວ​ເຫຼົ່ານີ້​ທັງ​ໝົດ​ ຮວມທັງ​ພວກ​ເດັກ​ນ້ອຍ​ນໍາ ​ເສຍ​ຊີວິດ. ສ່ວນ​ຄອບຄົວ​ອື່ນໆ​
ນັ້ນ ​ໄດ້​ຖືກ​ຍົກຍ້າຍ​ອອກ​ຈາກ​ຄຸ້ມ​ຄົນ​ທຸກ ​ໄປຢູ່​ບ່ອນທີ່​ມີ​ດິນສູງ. ພວກ​ເຈົ້າ​ໜ້າ​ທີ່​ຄຸ້ມ​ຄອງ​
ໄພພິບັດກ່າວ​ວ່າ ມີ​ຢ່າງ​ນ້ອຍ 50,000 ຄົນ ​ໄດ້ຮັບ​ຜົນ​ກະທົບກະ​ເທືອ​ນຈາກ​ໄພ​ນໍ້າ​ຖ້ວມ ໃນຄັ້ງນີ້.

ພວກ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ມີ​ຢ່າງ​ນ້ອຍ 37 ຄົນ ​ໄດ້​ເສຍ​ຊີວິດ ​ໃນ​ເຂດ​ເມືອງ Cox’s Bazar, 33 ຄົນ​ໃນ​ເຂດ​ເມືອງ Bandarban 21 ຄົນ​ໃນ​ເຂດ​ເມືອງ Chittagong.

ໂທລະພາບ​ໄດ້ອອກ​ຂ່າວ​ຮູບ ພວກ​ກູ້ໄພ​ພະຍາ​ຍາມຊ່ອຍຂຸດ​ເອົາ ​ພວກ​ທີ່ຖືກ​ດິນ​ເຈື່ອນ ​ທັບ​ນັ້ນອອກ​ມາ.

ສ່ວນ​ໃຫຍ່ຂອງ​ຖະໜົນຫົນທາງ​ແລະ​ທາງ​ລົດໄຟ ຫຼາຍໆ​ເສັ້ນ ທີ່​ເຊື່ອມ​ຕໍ່​ລະຫວ່າງເມືອງ
Chittagong ​ແລະ​ພາກ​ສ່ວນ​ອື່ນໆ​ຂອງ​ປະ​ເທດ​ນັ້ນ ​ໄດ້​ຖືກໂຈະ ບໍ່​ໃຫ້​ໃຊ້​ເປັນ​ການ​ຊົ່ວຄາວ ​
ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້ ​ຊຶ່ງຮວມທັງຖ້ຽວບິນ ຂາເຂົ້າ​ແລະ​ອອກ​ຈາກ​ສະໜາມ​ບິນທ້ອງ​ຖິ່ນ
​ຂອງ​ເຂດ​ດັ່ງກ່າວ​ນໍາ.

ພວກ​ເຈົ້າ​ໜ້າ​ທີ່ຮັບຜິດຊອບ ​ໄດ້​ແຈກ​ຢາຍ​ເຂົ້າປາ​ອາຫານ​ແລະ​ນໍ້າ​ດື່​ມ ​ໃຫ້​ພວກ​ທີ່​ເຄາະຮ້າຍ
​ທີ່​ໄດ້ພັດ​ພາກ​ຈາກ​ບ້ານ​ເຮືອນ​ຊານຂອງ​ຕົນ ຍ້ອນນໍ້າ​ຖ້ວມ​ໃນ​ລະດູຝົນ​ມໍ​ລະ​ສຸມ​ຄັ້ງ​ນີ້​ ​ຊຶ່ງ​ມັກ
ເກີດ​ຂຶ້ນຢູ່​ເປັນ​ປົກກະຕິ​ໃນ​ເຂດດິນ​ຕໍ່າ ​ທີ່​ມີ​ຜູ້​ຄົນ​ອາ​ໄສ​ຢູ່​ຢ່າງ​ໜາ​ແໜ້​ນ ​ຂອງ Bangladesh ນັ້ນ.

XS
SM
MD
LG