ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຮືອ​ຂ້າມ​ຟາກ ພ້ອມຜູ້​ໂດຍສານ​​ ຢ່າງ​ນ້ອຍ 200 ຄົນ ຫຼົ້ມ ຢູ່ບັງກລາແດັສ (ວີດີໂອ)


ເຮືອ​ຂ້າມ​ຟາກ​ທີ່​ບັນຈຸ ​ຜູ້​ໂດຍສານເກີນ​ອັດຕາ ແມ່ນມີຢູ່ທົ່ວໄປ ໃນບັງກລາແດັສ. ສອງລຳນີ້ກຳລັງລ່ອງຜ່ານ ແມ່ນ້ຳ Buriganga ໃນນະຄອນຫລວງ Dhaka.
ເຮືອ​ຂ້າມ​ຟາກ​ທີ່​ບັນຈຸ ​ຜູ້​ໂດຍສານເກີນ​ອັດຕາ ແມ່ນມີຢູ່ທົ່ວໄປ ໃນບັງກລາແດັສ. ສອງລຳນີ້ກຳລັງລ່ອງຜ່ານ ແມ່ນ້ຳ Buriganga ໃນນະຄອນຫລວງ Dhaka.

ບັນດາ​ເຈົ້າໜ້າ​ທີ່​ບັງ​ກລາ​ແດັສ ກ່າວ​ວ່າ ​ເຮືອ​ຂ້າມ​ຟາກ​
ລຳ​ນຶ່ງ ​ໄດ້​ບັນຈຸ​ຜູ້​ໂດຍສານເກີດ​ອັດຕາ ​ໂດຍ​ມີຢ່າງ​ນ້ອຍ
200 ຄົນ ​ໄດ້​ຂວ້ຳຈົມ​ລົງ ໃນ​ແມ່ນ້ຳ ຢູ່​ພາກ​ກາງ ຂອງ
ບັງ​ກລາ​ແດັສ.

​ເຈົ້າໜ້າ​ທີ່​ຕຳຫລວດ ກ່າວ​ວ່າ ຜູ້​ໂດຍສານ ປະມານ 100
ຄົນ ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອມາ​ໄດ້ ຕັ້ງ​ແຕ່​ເຮືອ​ລຳ​ດັ່ງກ່າວ​
ຈົມ​ລົງ​ ໃນ​ວັນ​ຈັນ​ມື້​ນີ້ ຢູ່ທາງ​ທິດໃຕ້ ​ຂອງ​ນະຄອນຫລວງ
Dhaka ​ໄກ​ອອກ​ໄປປະມານ 30 ກິ​ໂລ​ແມັດ​.

ຜູ້​ລອດ​ຊີວິດ​ມາ​ໄດ້​ຄົນ​ນຶ່ງ​ເວົ້າ​ວ່າ ກັບຕັນ​ເຮືອ​ໄດ້ໂດດ​ລົງ​ນ້ຳ
ປະ​ເຮືອ​ໄປ ຫລັງ​ຈາກ​ທີ່ ​ລົມ​ແຮງ ​ແລະ​ ຄື້ນຟອງປັ່ນ​ປ່ວນ ​ເຮັດ​ໃຫ້​ເຮືອ​ງ່ຽງ​ໄປ​ທາງ​ນຶ່ງ
​ແລ້ວ​ຂໍ້​ວາ​ລົງ ​ໃນ​ແມ່​ນ້ຳ Padma. ລາວ​ເວົ້າ​ວ່າ:

“ຫຼັງຈາກ​ບໍ່​ສາມາດຄວບ​ຄຸມ​ເຮືອ​ໄດ້ ຍ້ອນ​ລົມແລະ​ຄື້ນຟອງ​ແຮງ ​ເຮັດ​ໃຫ້​ເຮື​ອ
ງ່ຽງ​ໄປ​ງ່ຽງ​ມາ ຄົນ​ຂັບ​ເຮືອ​ກໍ​ໂດດ​ລົງ​ນ້ຳ​ໄປ ​ແລະ​ຫຼັງຈາກຄົນ​ຂັບ​ໂດດ​ໜີ​ປະ​
ເຮືອ​ແລ້ວ ໃນ​ທີ່​ສຸດເຮືອ​ກໍຂໍ້​ວາ. ​ໃນ​ຈຳນວນ​ຜູ້​ໂດຍສານ ປະມານ 350 ຄົນ​ນັ້ນ
ມີ​ພວກ​ເຮົາ ປະມານ 40 ຄົນ ທີ່​ສາມາດ​ລອຍ​ເຂົ້າ​ຝັ່ງ​ໄດ້.”

Bangladesh Ferry
please wait
Embed

No media source currently available

0:00 0:01:03 0:00

ປະຊາຊົນ​ທີ່​ໄປເບິ່ງ ​ແລະ​ບັນດາ​ຍາດ​ພີ່ນ້ອງ​ຂອງ​ພວກ​ຫາຍ​ສາບ​ສູນ ພາກັນ​ໄປ​ເຕົ້າ​
ໂຮມ​ຢູ່​ແຄມ​ແມ່​ນ້ຳ ຂະນະ​ທີ່​ພວກ​ກູ້​ໄພ​ສືບ​ຕໍ່​ຊອກ​ຫາ​ຜູ້​ເຄາະຮ້າຍ. ​ເຈົ້າໜ້າ​ທີ່ກ່າວ​ວ່າ
ມີ​ລາຍ​ລະອຽດໜ້ອຍ ກ່ຽວ​ກັບສາເຫດ ຂອງ​ເຮືອຫຼົ້ມຄັ້ງ​ນີ້.

ອຸບັດ​ເຫດເຮືອ​ຂ້າມ​ຟາກຂໍ້​ວາ​ຫລື​ຫຼົ້ມ ​ແມ່ນເປັນ​ເລື້ອງທຳ​ມະ​ດາ ຢູ່​ໃນ ບັງ​ກລາ​ແດັສ
​ເພາະ​ມີ​ມາດຕະຖານ​ດ້ານ​ຄວາມ​ປອດ​ໄພຕ່ຳ ສຳຫ​ລັບ​ເຮືອກຳ​ປັ່ນ​ຕ່າງໆ ຊຶ່ງ​ສ່ວນຫຼາຍ
​ແລ້ວ​ແມ່ນ​ບັນຈຸຄົນ​ໂດ​ຍສານເກີນ​ກຳນົດ.

XS
SM
MD
LG