ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ໄຟ​​ໄໝ້ ​ໂຮງງານ ຕັດຫຍິບ ​ຢູ່ ບັງ​ກລາ​ແດັສ (ສະໄລດ໌/ວີດີໂອ)


Bangladesh Factory Fire Kills 9
please wait

No media source currently available

0:00 0:00:31 0:00
ລິງໂດຍກົງ
ໄຟໄໝ້ ​ໂຮງງານຕັດຫຍິບ​ເຄື່ອງ​ນຸ່ງ​ແຫ່ງ​ນຶ່ງ ​ໃນບັງ​ກລາ​ແດັສ ​
ໄດ້​ເຮັດ​ໃຫ້​ຢ່າງ ໜ້ອຍ 9 ຄົນເສຍ​ຊີວິດ.

ສາ​ເຫດ​ທີ່​ພາ​ໃຫ້ເກີດ​ໄຟ​ໄໝ້ ​ໃນ​ວັນ​ອັງຄານ​ວານ​ນີ້ ຍັງ​ບໍ່​ທັນ
ເປັນ​ທີ່ຊາບ​. ພວກ​ດັບ​ເພີ​ງກ່າວ​ວ່າ ​ໄດ້​ໃຊ້​ເວລາ​ຫລາຍ​ຊົ່ວ​ໂມງ
ຈຶ່ງ​ສາມາດ​ມອດ​ໄຟໄດ້.

ສະພາບທີ່​ບໍ່​ໄດ້​ມາດຕະຖານ ຂອງ​ອຸດສາຫະກຳຕັດຫຍິບຢູ່​ໃນ
ບັງ​ກລາ​ແດັສ ​ໄດ້​ ເປັນຈຸດ​ສົນ​ໃຈຂອງປະຊາຊົນ ນັບ​ຕັ້ງ​ແຕ່ໂຮງ
ງານ​ແຫ່ງ​ນຶ່ງ ​ໄດ້​ພັງ​ລົງ​ມາ​ ໃນ​ປີແລ້ວ​ນີ້ ທີ່​ເຮັດ​ໃຫ້ 1,100 ຄົນ
ເສຍ​ຊີວິດ. ການ​ເກີດ​ໄຟ​ໄໝ້​ຢູ່ໂຮງງານ​ໃນ​ເດືອນ​ພະຈິກປີ​ກາຍ
​ນີ້ ກໍ​ເຮັດ​ໃຫ້​ມີ​ຜູ້​ເສ​ຍຊີວິດຫລາຍ​ກວ່າ 100 ຄົນ.

ອຸດສາຫະກໍາ​ຕັດຫຍິບ​ຂອງບັງ​ກລາ​ແດັສ ​ແມ່ນ​ໃຫຍ່ທີ່​ສຸດ​ອັນ
​ດັບສອງ​ຂອງ​ໂລກ ຮອງຈາກ​ຈີນ. ​ແຕ່​ຍ້ອນ​ຄ່າ​ແຮງ​ງານ​ຖືກ​ ແລະ​ສະພາບໃນການ​ເຮັດ​ວຽກທີ່ບໍ່​ໄດ້​ມາດຕະຖານຈຶ່ງ​ດຶງ​ດູດ​ໃຫ້​ນາໆ​ຊາດ​ ທຳ​ການກວດ​ສອບຢ່າງ​ລະອຽດ.

​ສະຫະ​ພັນ​ກຳມະບານກ່າວ​ວ່າ ​ອັດຕາ​ເງິນ​ເຟີ້​ຫລາຍ​ກວ່າ​ສິບ​ເປີ​ເຊັນເຮັດ​ໃຫ້​ລາຍ​ໄດ້​
ຂອງ​ເຂົາ​ເຈົ້າຕົກ​ຕໍ່າ. ບັນດາ​ພະນັກງງານ ​ພາກັນ​ຈົ່ມ ກ່ຽວກັບສະພາບ​ການ​ເຮັດ​ວຽກ​ທີ່​
ບໍ່​ໄດ້​ມາດຕະຖານດ້ານ​ຄວາມ​ປອດ​ໄພ ຢູ່​ໃນ​ຫລາຍໆ​ໂຮ​ງງານ.

​ອຸດສາຫະກໍາ​ຕັດຫຍິບ​ໃນບັງ​ກລາ​ແດັສ ​ໄດ້​ຮັບ​ການ​ສະໜັບສະໜຸນ​ຈາກລັດຖະບານ ​
ເພາະວ່າ ​ເປັນອຸດສາຫະກໍາ​ ທີ່​ຈ້າງ​ຄົນ​ຫລາຍທີ່​ສຸດ​ຂອງ​ປະ​ເທດ ແລະ​ການ​ສົ່ງ​ສິນຄ້າ​
ອອກ 19 ພັນ​ລ້ານ​ໂດ​ລາ ​ແມ່ນ​ປະກອບ​ 80 ​ເປີ​ເຊັນ​ຂອງ​ເງິນ ຕາ​ຕ່າງປະ​ເທດ​ທີ່​ບັງ
​ກລາ​ແດັສ​ໄດ້​ຮັບ.

​ແຕ່​ພວກນັກ​ວິເຄາະ​ເຕືອນ​ວ່າ ຄວາມ​ບໍ່​ສາມາດ​ຂອງບັງກລາ​ແດັສ​ເພື່ອ​ຫາ​ທາງ ​ແກ້​ໄຂ
​ບັນຫາ​ເຫຼົ່ານີ້ ອາດ​ຈະກໍ່​ໃຫ້​ເກີດຄວາມຫຍຸ້ງຍາກຢູ່​ໃນ​ພາກສ່ວນ​ດັ່ງກ່າວ ​ຊຶ່ງ​ໃນ​ເວລາ​
ນີ້ກຳລັງ​ຈະ​ເລີ​ນງອກ​ງາມ​ດີນັ້ນ ທັງໆ​ທີ່​ເສດຖະກິດ​ກໍາລັງ​ຊັກ​ຊ້າ​ລົງ​ຢູ່​ໃນ​ບັນດາປະ
​ເທດ​ຕາ​ເວັນ​ຕົກ.


XS
SM
MD
LG