ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ບໍລິສັດ ຕາເວັນຕົກ ຈະຈ່າຍ ເງິນຊົດເຊີຍ ໃຫ້ຜູ້ເຄາະຮ້າຍ ຢູ່ບັງກລາແດັສ (ສະໄລດ໌/ວີດີໂອ)


Primak ແລະ Loblaw ​​​​ຄໍ້າປະກັນ ໃຫ້ການຊ່ວຍ​ເຫ​ລື​ອ​​ໃນ​ທັນ​ທີ ​ແລະ​​​ໃນໄລຍະ​ຍາວ ​ແກ່​ບັນດາ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ
Primak ແລະ Loblaw ​​​​ຄໍ້າປະກັນ ໃຫ້ການຊ່ວຍ​ເຫ​ລື​ອ​​ໃນ​ທັນ​ທີ ​ແລະ​​​ໃນໄລຍະ​ຍາວ ​ແກ່​ບັນດາ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ
ບໍລິສັດຂາຍຍ່ອຍຂອງຕາ​ເວັນ​ຕົກສອງ​ບໍລິສັດ ​ໄດ້​ໃຫ້​ຄໍາ​ໜັ້ນ
ສັນຍາ ທີ່​ຈະ​ຈ່າຍເງິນ​ຊົດ​ເຊີຍ​ໃຫ້​ແກ່​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ ຈາກ​
ເຫດ​ຕຶກໂຮງງານພັງ​ທີ່​ເຮັດວຽກ​ຈຳ​ໜ່າຍ​ສິນ​ຄ້າໃຫ້​ແກ່​ເຂົາ​ເຈົ້າ.

ບໍລິສັດ Primak ຂອງ​ອັງກິດ​ແລະ Loblaw ຂອງ​ກາ​ນາ​ດາ
ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ເຂົາ​ເຈົ້າ​ກໍາລັງ​ພາກັນ​ເຮັດ​ວຽກ​ເພື່ອ​ຄໍ້າ
ປະກັນ ໃຫ້ການຊ່ວຍ​ເຫ​ລື​ອໃນ​ທັນ​ທີ ​ແລະ​ໃນໄລຍະ​ຍາວ ​ແກ່​
ບັນດາ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ ​ແລະ​ຄອບຄົວ​ຂອງ​ເຂົາ​ເຈົ້າ. ຕຶກອາ
ຄານ​ດັ່ງກ່າວ ເປັນ​ທີ່​ຕັ້ງບໍລິສັດ​ຕັດ​ຫຍິບ​ເຄື່ອງ​ນຸ່ງ ຂອງ
ຫລາຍໆ​ບໍລິສັດ.

ນາຍົກລັດຖະມົນຕີ Sheik Hasina ​ໄດ້​ຢ້ຽມຢາມ​ຕຶກ​ບ່ອນ​ເກີດ​ເຫດ ​ໃນ​ວັນ​ຈັນ​ວານ​ນີ້ ເປັນ​ຄັ້ງ​ທໍາ​
ອິດ​ ນັບ​ຕັ້ງ​ແຕ່​ໄດ້​ເກີດເຫດ​ຮ້າຍ ​ໃນ​ຂະນະ​ທີ່​ຈໍາ​ນວນ​ຜູ້​ເສຍ​ຊີວິດ ເພີ້ມຂຶ້ນກາຍ​ 380 ຄົນ​ແລ້ວ.

ຕຶກອາຄານ​ດັ່ງກ່າວ​ຕັ້ງ​ຢູ່​ໃນ​ເມືອງ Savar ນອກ​ນະຄອນ​ຫລວງ Dhaka ທີ່​ໄດ້​ຫັກ​ພັງ​ລົງ​ມາ​ ໃນ​ວັນ​ພຸດ​ແລ້ວ​ນີ້.

Bangladesh
please wait
Embed

No media source currently available

0:00 0:01:02 0:00


ບັນ​ດາ​ພະນັກງານກູ້​ໄພ​ໃນບັງ​ກລາ​ແດັສ ​ກໍາລັງ​ໃຊ້​ອຸປະກອນ​ໜັກ​ ເພື່ອ​ມ້ຽນ​ມັດ​ບ່ອນ​ເກີດ​ເຫດ.

​ໃນ​ວັນ​ອາທິດ​ແລ້ວ​ນີ້ ​ເຈົ້າ​ໜ້າ​ທີ່​ໄດ້​ຈັບ​ເຈົ້າ​ຂອງ​ຕຶກ ທ່ານ Mohammed Sohel Rana ຜູ້​ທີ່​ໄດ້​ຫາຍ
ສາບ​ສູນ​ໄປ ​ນັບ​ຕັ້ງ​ແຕ່​ຕຶກ​ຫັກ​ພັງ​ລົງ. ທ່ານ ​ໄດ້​ຖືກ​ກັກ​ໂຕ​ໄວ້ ​ຢູ່ໃກ້ກັບ​ຊາຍ​ແດນ​ອິນ​ເດຍ. ​ເຈົ້າ​ໜ້າ​ທີ່​ກ່າວ​
ວ່າ ພໍ່​ຂອງ​ທ່ານ Rana ພ້ອມ​ດ້ວຍ​ບັນດາ​ຫົວໜ້າ​ໂຮງງານ ​ແລະ​ພວກວິ​ສະວະ​ກອນ ກໍ​ໄດ້​ຖືກ​ຈັບຄື​ກັນ.

ບັນດາ​ເຈົ້າ​ໜ້າ​ທີ່ຄາດ​ວ່າ ​ໂຕ​ເລກ​ຜູ້​ເສຍ​ຊີວິດ​ຈະ​ມີ​ຈຳນວນ​ເພີ້​ມຂື້ນ ​ໃນ​ຂະນະ​ທີ່​ຫລາຍ​ຮ້ອຍ​ຄົນ​ຍັງ​ຫາຍ​
ສາບ​ສູນ. ມີຫລາຍ​ກວ່າ ​3000 ຄົນ ຢູ່​ໃນ​ຕຶກອາຄານ​ດັ່ງ ກ່າວ ​ເວລາຕຶກຫັກພັງລົງ.

XS
SM
MD
LG