ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ບັງກລາແດັສ ເລີ້ມສຳຫຼວດ ພວກອົບພະຍົບ ຊາວໂຣຮິງຢາ ຢູ່ໃນປະເທດ


ຊາວ Rohingya ທີ່ຖືສາສະໜາອິສລາມ ພາກັນຫລົບໜີ ຄວາມຮຸນແຮງ ຈາກມຽນມາ ໄປສູ່ບັງກລາແດັສ.
ຊາວ Rohingya ທີ່ຖືສາສະໜາອິສລາມ ພາກັນຫລົບໜີ ຄວາມຮຸນແຮງ ຈາກມຽນມາ ໄປສູ່ບັງກລາແດັສ.

ບັງ​ກລາ​ແດັສ ​ໄດ້​ເລີ້ມ​ສຳ​ຫລວດ​ເພື່ອ​ພິຈາລະນາ​ວ່າ ມີຊາວ
ໂຣຮິງ​ຢາ ພາກັນ​ຢູ່​ໃນບັງ​ກລາ​ແດັສຫລາຍ​ປານ​ໃດ ຫຼັງ​ຈາກ
​ໄດ້​ຫລົບໜີ​ການ​ປະ​ຫັດ​ປະຫານ ຢູ່​ໃນ​ປະ​ເທດມຽນມາ​ທີ່​ເປັນ​
ເພື່ອນ​ບ້ານ.

ຫ້ອງການ​ສະຖິຕິ ບັງກລາ​ແດັດ ກ່າວ​ວ່າ ການ​ສຳ​ຫລວດ​ ໄດ້
​ເລີ້ມໃນ​ອາທິດ​ນີ້ ​ແລະ​ຈະມີ​ຂຶ້ນຢູ່​ຫົກ​ເຂດ. ບັງ​ກລາ​ແດັສ ​ເປັນ​ທີ່​ຮູ້​ວ່າມີ​ຊາ​ວ​ໂຣຮິງ​ຢາປະ
ມານ 33,000 ຄົນ ຢູ່​ໃນ​ສູນ​ອົບ​ພະຍົບທີ່​ເປັນ​ທາງ​ການສອງ​ແຫ່ງ​ຂອງ​ຕົນ​ແ​ຕ່ບັນດາ​ເຈົ້າ​
ໜ໊າທີ່ເຊື່ອ​ວ່າ ມີອີກ300,000 ຫາ 500,000 ຄົນ​ ພາກັນອາ​ໄສ​ຢູ່​ໃນ​ປະ​ເທດ​ ຢ່າງ​ບໍ່​ເປັນ​
ທາງ​ການ.

ຊາວ​ໂຣຮິງ​ຢາ ​ເປັນ​ຊົນເຜົ່າທີ່​ບໍ່​ຖືກ​ຮັບ​ຮູ້ໂດຍມຽນມາ ແລະເພາະສະ​ນັ້ນຈຶ່ງ​ບໍ່​ໄດ້​ຮັບສັນ
ຊາດ.

ການ​ສຳ​ຫລວດນີ້ ມີ​ຂຶ້ນ​ກ່ອນ​ໜ້າ​ ແຜນການ​ສຳ​ຫລວດ​ສຳມະ​ໂນ​ຄົວ ຂອງ​ຊາວ​ໂຮຣິງຢາ
​ໃນ​ເດືອນ​ໜ້າ​ນີ້. ການ​ສຳ​ຫລວດ​ສຳມະ​ໂນ​ຄົວ​ ຄາດ​ວ່າ ຈະເກັບ​ກຳ​ເອົາ​ຂໍ້​ມູນ​ກ່ຽວ​ກັບ​ສະ
ພາບ​ການ​ເປັນ​ຢູ່ ແລະຖານະທາງ​ເສດຖະກິດ​ສັງຄົມຂອງ​ຊາວ​ໂຣຮິງ​ຢາຢູ່​ໃນປະເທດ​ບັງ​
ກລາ​ແດັສ ​ແລະ​ຂໍ້​ມູຸນ​ເຫຼົ່ານີ້ຄາດ​ວ່າ​ຈະ​ນຳ​ໄປ​ໃຊ້ ​ເພື່ອນຳ​ໄປ​ສ້າງ​ຖານ​ຂໍ້​ມູນ​ຂອງປະຊາ
ຄົມ.

Bangladesh has begun a survey to determine how many ethnic Rohingya are living in Bangladesh after fleeing persecution in neighboring Myanmar, also known as Burma.

Bangladesh's Bureau of Statistics said the survey began this week and will affect six districts. Bangladesh is known to have about 33,000 Rohingya in its two official refugee camps, but officials believe another 300,000 to 500,000 are in the country unofficially.

Rohingya are not a recognized ethnic group of Myanmar, and so lack citizenship.

The survey is the precursor to a planned census of the Rohingya next month. The census is expected to collect information on living conditions and the socio-economic status of Rohingya in Bangladesh, and the information is expected to be used to create a community database.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 28 ມີນາ 2024

XS
SM
MD
LG